ເປີດແລ້ວບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈຳເປັນຕໍ່ການຂົນສົ່ງສິນຄ້າ…

ສປປ ລາວແຈ້ງເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທີ່ຈຳເປັນໃນການຂົນສົ່ງສິນຄ້າ.

ໃນປັດຈຸບັນນີ້, ຖືວ່າພະຍາດລະບາດໂຄວິດ-19 ຍັງໜັກໜ່ວງ ແລະ ໜ້າເປັນຫ່ວງທີ່ສຸດໃນທົ່ວຂົງເຂດອາຊີ ແລະ ໃນທົ່ວໂລກ ເຖິງຢ່າງໃດກໍຕາມ, ພັກ ແລະ ລັດຖະບານ ກໍໄດ້ມີຄວາມພະຍາຍາມອັນສູງສຸດ ທີ່ຈະນຳໃຊ້ມາດຕະການທີ່ເຄັ່ງຄັດ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຍັງພະຍາຍາມດຸ່ນດ່ຽງເສດຖະກິດມະຫາພາກໃຫ້ມີການເໜັງຕີງຢ່າງຕໍ່ເນື່ອງ ແລະ ປົກກະຕິທີ່ສຸດ.

ລາວຈິງຈັງ ຕ້ານໂຄວິດ-19 ແຈ້ງປິດດ່ານທ້ອງຖິ່ນກວ່າ 20 ແຫ່ງ ໃນ 3 ແຂວງ - iLaoder

ສະນັ້ນ, ລັດຖະບານ ຈຶ່ງໄດ້ມີແຈ້ງການຜ່ອນຜັນການຂົນສົ່ງຜ່ານຊາຍແດນ ຂອງບາງແຂວງ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມໃນສະພາບການແບບນີ້.

4 ຂໍ້ສືບຕໍ່ໂຈະ! ໂຈະເປີດດ່ານສາກົນ, ດ່ານປະເພນີ, ຮ້ານບັນເທິງ ແລະ ກິດຈະກຳຊຸມນຸມ  - thankhao

ສະນັ້ນ, ລັດຖະບານຈຶ່ງໄດ້ມີການແຈ້ງການເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ການພັດທະນາ ຄື: ດ່ານປະເພນີໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແຮ່ບາລິດສຳເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈຳກັດຜູ້ດຽວ, ດ່ານບ້ານວັງ ເມືອງໝື່ນ ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດຂອງບໍລິສັດ ເພັດທອງຄຳ ບໍ່ແຮ່ຈຳກັດ, ດ່ານປະເພນີທ່າສະອາດ ເມືອງປາກກະດິງ ແຂວງບໍລິຄຳໄຊ ຊົ່ວຄາວໃຫ້ບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ເພື່ອນຳເຂົ້າວັດສະດຸອຸປະກອນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດໃນການສ້າງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ແລະ ດ່ານທ້ອງຖິ່ນປາງໄຮ ເມືອງສິງ ແຂວງຫຼວງນ້ຳທາ ເພື່ອຮັບໃຊ້ໃນການຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ແລະ ຂົນສົ່ງອ້ອຍອອກໄປ ສປ ຈີນ ຂອງແຂວງຫຼວງນ້ຳທາ.

We Visited the Infamous Laos-China Border Town of Boten – That's Shanghai

ແຫຼ່ງຂໍ້ມູນ: ພູຜາມີເດຍ

Comments