ຂ່າວ ພາຍໃນປະເທດ

ແຮງງານລາວ 13 ຄົນ ລັກລອບຂ້າມນໍ້າຂອງ ເຂົ້າເມືອງສັງທອງ

ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສເມືອງສັງທອງ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາວ່າ: ເມື່ອບໍ່ດົນມານີ້ໄດ້ກວດພົບແຮງງານລາວຈຳນວນ 13 ຄົນ (ຍິງ 8 ຄົນ) ທີ່ໄປເຮັດວຽກຢູ່ປະເທດໄທ ໄດ້ລັກລອບຂ້າມແມ່ນ້ຳຂອງເຂົ້າມາເມືອງສັງທອງ ແລະ ໄດ້ນຳຕົວທັງໝົດໄປກັກຕົວຢູ່ສູນກັກກັນຫຼັກ 27 ເປັນທີ່ຮຽບຮ້ອຍແລ້ວ. ເຊີ່ງເມືອງສັງທອງອາດຈະເປັນເມືອງທີ່ອາດຈະມີການລັກລອບເຂົ້າມາປະເທດລາວ ຍ້ອນມີແມ່ນ້ຳຂອງທີ່ແຄບ ໂດຍສະເພາະໃນລະດູແລ້ງຢູ່ບາງບ່ອນແມ່ນສາມາດຍ່າງຂ້າມໄດ້ເລີຍ. ແຫຼ່ງຂ່າວ:ໜັງສືພີມ ວຽງຈັນທາຍ

Read More »

ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາ ໃນຫລາຍບັນຫາສຳຄັນ ທີ່ສະເໜີໂດຍ ບັນດາກະຊວງ ອ້ອມຂ້າງສູນກາງ ເປັນຕົ້ນ, ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020), ການສະຫລຸບການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ...

Read More »

ແຈ້ງການ !!! ລາຄານໍ້າມັນຈະປັບຂຶ້ນຕື່ມອີກ…

ແຈ້ງການ !!! ໃນວັນທີ 08.01.2021 ເລີ່ມແຕ່ເວລາ 06:00 ເຊົ້າລາຄານໍ້າມັນຈະປັບຂຶ້ນຕື່ມ ຕາມລາຍລະອຽດຕໍ່ໄປນີ້:

Read More »

ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້າ ນະຄອນຫຼວງ​ວຽງ​ຈັນ

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະເໜີ​ຮ່າງທິດທາງ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງໃຫ້​ ຮູ້ວ່າ: ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້ານະ ຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ, ເຕົ້າໂຮມ​ກຳລັງ​ແຮງ​ຂອງ​ສັງຄົມ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ໃນ​ໄລຍະ 5 ປີ. ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ 8.750 ໂດ​ລາ. ຂະແໜງ​ກະສິກຳ​ຂະຫຍາຍຕົວ​ສະເລ່ຍ 4 – 4,5% ຕໍ່​ປີ, ຂະແໜງ​ອຸດສາຫະກຳ​ຂະຫຍາຍຕົວ​ສະເລ່ຍ 11,5 -12%ຕໍ່​ປີ, ຂະແໜງການ​ບໍລິການ​ຂະຫຍາຍຕົວ​ສະເລ່ຍ 6,5 – 7%ຕໍ່​ ປີ. ພ້ອມ​ທັງ​ວາງ​ແຜນ​ສ້າງ ແລະ ...

Read More »

ວັກຊິນຕ້ານໂຄວິດ-19 ມາເຖິງລາວແລ້ວ 2.000 ໂດສ ແລະ ເລີ່ມສັກໃຫ້ຜູ້ມີຄວາມສ່ຽງ 200 ໂດສແລ້ວ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), COVAX FACILITY, ກັບປະເທດເພື່ອນມິດຍຸດທະສາດ, ກັບປະເທດພາຄີ, ກັບທະນາຄານສາກົນ ແລະ ອົງການຈັດຕັ້ງສາກົນ ເພື່ອກະກຽມ ແລະ ຈັດຫາວັກຊີນ ເພື່ອມາສັກປ້ອງກັນພະຍາດໃຫ້ແກ່ພໍ່ແມ່ປະຊາຊົນພວກເຮົາ ຊຶ່ງໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ. ທ່ານ ຮສ ດຣ ບຸນກອງ ສີຫາວົງ ໃຫ້ຮູ້ອີກວ່າ: ...

Read More »

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ……..

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນໄດ້ຈັດຂຶ້ນໃນວັນທີ 28 ທັນວານີ້, ທີ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ປ້າຄຳເມິງ ພັນລະຍາທ່ານ ປະທານປະເທດແຫ່ງສປປລາວ, ທ່ານ ສາວ ເວີນຢູ (Zhao Wenyu) ທີ່ປຶກສາດ້ານເສດຖະກິດ-ການຄ້າສະຖານທູດຈີນ ປະຈຳ ສປປ ລາວ, ມີບັນດາແຂກຖືກເຊີນເຂົ້າຮ່ວມ. ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃຫ້ມີການຂະຫຍາຍທາງດ້ານສະຖານທີ່ ທີ່ເໝາະສົມທາງດ້ານວັດຖຸອຸປະກອນການນຳໃຊ້ທີ່ທັນສະໄໝສິ່ງອຳນວຍຄວາມສະດວກຄົບຖ້ວນເຂົ້າໃນການເຄື່ອນໄຫວກິດຈະກຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ. ດັ່ງນັ້ນ, ພັກ ແລະ ລັດຖະບານຈຶ່ງເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ໄດ້ຕົກລົງມອບເນື້ອທີ່ດິນ 3,5 ເຮັກຕາທີ່ຕັ້ງຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ ແລະ ງົບປະມານໃນການກໍ່ສ້າງສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ, ໄລຍະຜ່ານມາລັດຖະບານຈີນໄດ້ຊ່ວຍເຫຼືອຫຼາຍໂຄງການໃຫ້ແກ່ ສປປ ລາວເວົ້າລວມ, ເວົ້າສະເພາະກໍຄືງົບປະມານ 72.060.000 ລ້ານຢວນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ . ...

Read More »

ສຳເລັດການວາງລາງລົດໄຟ ລາວ-ຈີນ ວຽງຈັນ-ຫລວງພະບາງ………….

ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມ ເຊີຍ ຜົນສຳເລັດໃນການວາງລາງລົດໄຟ ເສັ້ນທາງ ລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງ ຈັນ ຫາ ແຂວງຫລວງພະບາງ ໃນວັນທີ 29 ທັນວາ 2020 ຊຶ່ງມີຄວາມຍາວ 240 ກິໂລແມັດ ຂອງຈຳນວນທັງຫມົດ 422,4 ກິໂລແມັດ ນະຄອນຫລວງວຽງ ຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າ ແຂວງ ຫລວງພະບາງ, ທ່ານ ຫລີ ຈືກົງ ຫົວຫນ້າກົງ ສູນໃຫຍ່ ສປ ຈີນ ປະຈຳພາກເຫນືອ, ລວມທັງພະ ນັກງານ ກຳມະກອນ ແລະ ປະຊາຊົນ ອ້ອມຂ້າງ ເຂົ້າ ຮ່ວມ. ທ່ານ ຫລີ ຈືກົງ ກ່າວວ່າ: ພາຍໃຕ້ການສະຫນັບ ສະຫນູນຂອງສອງປະເທດ ຈີນ-ລາວ ...

Read More »

ຕະຫຼາດທ່າເຮືອ ອາດຈະເປັນຕະຫຼາດແຫ່ງຄວາມຊົງຈຳ………..

ຕະຫຼາດທ່າເຮືອ ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ນັກທ່ອງທ່ຽວໄດ້ຢຸດລົດພັກຜ່ອນເມື່ອເວລາເດີນທາງຜ່ານໄປ-ມາ ເພື່ອຊື້ສິນຄ້າທ້ອງຖິ່ນໂດຍສະເພາະແມ່ນປາ. ແຕ່ປັດຈຸບັນນີ້ຜູ້ຄ້າຂາຍຢູ່ຕະຫຼາດແຫ່ງນີ້ໄດ້ຮັບຜົນກະທົບໜັກຍ້ອນບໍ່ມີລູກຄ້າ ແລະ ເຮັດໃຫ້ຜູ້ຄ້າຂາຍຈຳນວນຫຼາຍເຊົາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ ແລະ ອາດຈະຍັງມີແມ່ຄ້າອີກຈຳນວນຫຼາຍກໍ່ຈະຢຸດເຊົາຂາຍເຊັ່ນກັນ ຊຶ່ງເຊື່ອວ່າຖ້າເປັນແນວນີ້ຕໍ່ໄປຕະຫຼາດທ່າເຮືອອາດຈະເປັນຕະຫຼາດຮ້າງໃນອະນາຄົດ.ຕະຫຼາດທ່າເຮືອ ແມ່ນຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, ຫ່າງຈາກເມືອງວັງວຽງ ປະມານ 20 ກວ່າກິໂລແມັດ, ເປັນຕະຫຼາດທີ່ຂາຍຜະລິດຕະພັນປາໂດຍສະເພາະເຊັ່ນ: ປາແຫ້ງ, ສົ້ມປາ, ປາສົດ ແລະ ອື່ນໆ ໂດຍເນັ້ນຂາຍຜະລິດຕະພັນປາທຳມະຊາດ. ນາງ ນ້ອຍ ແມ່ນແມ່ຄ້າຄົນໜຶ່ງທີ່ໄດ້ຮັບຜົນກະທົບໄດ້ກ່າວ ຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ບາງມື້ຮອດບໍ່ມີຄົນມາແວ່ຮ້ານເລີຍກໍ່ມີ, ສາເຫດຫຼັກໆ ທີ່ຈຳນວນລູກຄ້າຫຼຸດລົງ ຫຼື ຜູ້ ສັນຈອນກາຍໄປກາຍມາມີຈໍານວນໜ້ອຍ ລົງນັ້ນ ເຊື່ອວ່າ ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວມາເລີຍ ບວກກັບສະພາບເສັ້ນທາງທີ່ເປັນຂຸມຫຼາຍ ແລະ ມີຂີ້ຝຸ່ນຈຶ່ງເຮັດໃຫ້ຜູ້ສັນ ຈອນທີ່ມາທຽວທາງນີ້ມີຈຳນວນໜ້ອຍລົງ. ນອກຈາກນີ້ແລ້ວຜົນກະທົບທີ່ເກີດຂຶ້ນມາໃໝ່ນີ້ແມ່ນເສັ້ນທາງດ່ວນວຽງຈັນ-ວັງວຽງ ທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ ໄດ້ຮັດໃຫ້ຜູ້ສັນຈອນຈໍານວນຫຼາຍໄດ້ຫັນໄປໃຊ້ບໍລິການທາງດ່ວນ ຈຶ່ງເຮັດໃຫ້ຜູ້ສັນຈອນຍິ່ງຫຼຸດລົງຕື່ມອີກ ແລະ ເຊື່ອວ່າໃນອະນາຄົດອາດຈະໄດ້ຢຸດຂາຍເຄື່ອງຢູ່ຕະຫຼາດແຕ່ນີ້ ຊຶ່ງເຄີຍຂາຍມາແຕ່ປີ 2005. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຢູ່ລາວ……….

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການສໍ້ໂກງ ແລະ ອື່ນໆ. ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ ກ່າວໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 17 ປີ (9 ທັນວາ 2003 – 9 ທັນວາ 2020) ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2020 ນີ້ ທີ່ສະໂມສອນ ອົງການກວດກາລັດຖະບານ ນະຄອນຫຼວງວຽງຈັນວ່າ: ໃນປີ 2019 ນີ້ໄດ້ຕິດຕາມກວດກາ ທັງໝົດ 945 ເປົ້າໝາຍ ແລະ ດຳເນີນການກວດກາລົງເລິກຕໍ່ຜູ້ກຳທຳຜິດທີ່ມີພຶດຕິກຳສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທຳຜິດ 196 ຄົນ. ດຳເນີນການສືບສວນ-ສອບສວນຕໍ່ຜູ້ກະທຳຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍ ພົບເຫັນຜູ້ກະທຳຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ...

Read More »

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຈະສຸມໃສ່ 5 ວຽກງານຈຸມສຸມທີ່ສຳຄັນ……….

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໃຫ້ແຂງແຮງມີປະສິດທິຜົນຫຼາຍກວ່າເກົ່າ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ຜ່ານມາໃຫ້ເຂັ້ມງວດ, ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງຈະສຸມໃສ່ 5 ວຽກງານຈຸມສຸມທີ່ປະກອບມີ: ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕາມທິດນຳທີ່ວ່າ: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫຼວງ, ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກໍາຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຮັດກຸມ ແລະ ຄົບຖ້ວນເທື່ອລະກ້າວ ເປັນຕົ້ນແມ່ນການກຳນົດເນື້ອໃນຂອງຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2021-2025 ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຕິດຕາມການຜັນຂະຫຍາຍຈັດຕັ້ງປະຕິບັດໃນວຽກງານຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການປົກປ້ອງກົດໝາຍແຕ່ລະຂັ້ນໃນການປະຕິບັດພາລະບົດບາດ, ...

Read More »