ຕະຫຼາດທ່າເຮືອ ອາດຈະເປັນຕະຫຼາດແຫ່ງຄວາມຊົງຈຳ………..

ຕະຫຼາດທ່າເຮືອ ບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ນັກທ່ອງທ່ຽວໄດ້ຢຸດລົດພັກຜ່ອນເມື່ອເວລາເດີນທາງຜ່ານໄປ-ມາ ເພື່ອຊື້ສິນຄ້າທ້ອງຖິ່ນໂດຍສະເພາະແມ່ນປາ.

No photo description available.

ແຕ່ປັດຈຸບັນນີ້ຜູ້ຄ້າຂາຍຢູ່ຕະຫຼາດແຫ່ງນີ້ໄດ້ຮັບຜົນກະທົບໜັກຍ້ອນບໍ່ມີລູກຄ້າ ແລະ ເຮັດໃຫ້ຜູ້ຄ້າຂາຍຈຳນວນຫຼາຍເຊົາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ ແລະ ອາດຈະຍັງມີແມ່ຄ້າອີກຈຳນວນຫຼາຍກໍ່ຈະຢຸດເຊົາຂາຍເຊັ່ນກັນ ຊຶ່ງເຊື່ອວ່າຖ້າເປັນແນວນີ້ຕໍ່ໄປຕະຫຼາດທ່າເຮືອອາດຈະເປັນຕະຫຼາດຮ້າງໃນອະນາຄົດ.ຕະຫຼາດທ່າເຮືອ ແມ່ນຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, ຫ່າງຈາກເມືອງວັງວຽງ ປະມານ 20 ກວ່າກິໂລແມັດ, ເປັນຕະຫຼາດທີ່ຂາຍຜະລິດຕະພັນປາໂດຍສະເພາະເຊັ່ນ: ປາແຫ້ງ, ສົ້ມປາ, ປາສົດ ແລະ ອື່ນໆ ໂດຍເນັ້ນຂາຍຜະລິດຕະພັນປາທຳມະຊາດ.

No photo description available.

ນາງ ນ້ອຍ ແມ່ນແມ່ຄ້າຄົນໜຶ່ງທີ່ໄດ້ຮັບຜົນກະທົບໄດ້ກ່າວ ຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ບາງມື້ຮອດບໍ່ມີຄົນມາແວ່ຮ້ານເລີຍກໍ່ມີ, ສາເຫດຫຼັກໆ ທີ່ຈຳນວນລູກຄ້າຫຼຸດລົງ ຫຼື ຜູ້ ສັນຈອນກາຍໄປກາຍມາມີຈໍານວນໜ້ອຍ ລົງນັ້ນ ເຊື່ອວ່າ ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວມາເລີຍ ບວກກັບສະພາບເສັ້ນທາງທີ່ເປັນຂຸມຫຼາຍ ແລະ ມີຂີ້ຝຸ່ນຈຶ່ງເຮັດໃຫ້ຜູ້ສັນ ຈອນທີ່ມາທຽວທາງນີ້ມີຈຳນວນໜ້ອຍລົງ.

No photo description available.

ນອກຈາກນີ້ແລ້ວຜົນກະທົບທີ່ເກີດຂຶ້ນມາໃໝ່ນີ້ແມ່ນເສັ້ນທາງດ່ວນວຽງຈັນ-ວັງວຽງ ທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ ໄດ້ຮັດໃຫ້ຜູ້ສັນຈອນຈໍານວນຫຼາຍໄດ້ຫັນໄປໃຊ້ບໍລິການທາງດ່ວນ ຈຶ່ງເຮັດໃຫ້ຜູ້ສັນຈອນຍິ່ງຫຼຸດລົງຕື່ມອີກ ແລະ ເຊື່ອວ່າໃນອະນາຄົດອາດຈະໄດ້ຢຸດຂາຍເຄື່ອງຢູ່ຕະຫຼາດແຕ່ນີ້ ຊຶ່ງເຄີຍຂາຍມາແຕ່ປີ 2005.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments