ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫລືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ.ວັກຊີນຈຳນວນດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021
. ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເປັນຈຳນວນຫລວງຫລາຍ.
ຂ່າວຈາກ: ຂປລ