ທ່ານ ນາຍົກລັດຖະມົນຕີພ້ອມດ້ວຍຄະນະລົງຢ້ຽມຢາມ ແລະ ຊີ້ນຳວຽກງານຕ້ານໂຄວິດ-19

ໃນຕອນເຊົ້າ ວັນທີ 24 ເມສາ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມ ຢາມ ໃຫ້ກຳລັງໃຈ ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ ພ້ອມທັງ ກວດກາ-ຊີ້ນຳວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດໂຄວິດ-19, ໂດຍມີການນຳຂອງ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ ແລະ ໂຮງໝໍມິດຕະພາບ 150 ຕຽງ ໃຫ້ການຕ້ອນຮັບ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດ ຂອງພະ ຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້້ອໂຄວິດ-19 ທີ່ກຳ ລັງປິ່ນປົວຢູ່ໂຮງໝໍຕ່າງໆ; ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ດ້ານສະຖານທີ່ຮອງຮັບ, ຢາປິ່ນປົວ, ວັກຊິນປ້ອງກັນ, ນໍ້າຢາກວດເຊື້ອພະ ຍາດ, ອຸປະກອນການແພດຕ່າງໆ ລວມທັງ ແຜນການດ້ານວິຊາການ, ການປະຕິບັດນະໂຍບາຍ ຕໍ່ພະນັກງານແພດໝໍ, ຄວາມຫຍຸ້ງຍາກຕ່າງໆ ແລະ ອື່ນໆ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງ ຍໍຊົມເຊີຍພະນັກງານແພດໝໍ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນການເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງຕົນ ດ້ວຍຄວາມດ້ວຍຄວາມອົດທົນພະຍາຍາມ, ເສຍສະຫຼະສູງ ແລະ ມີຜົນສຳເລັດດີສົມຄວນ. ອັນສຳຄັນ, ທ່ານໄດ້ຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານ ເປັນຕົ້ນ ໃຫ້ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດ ຄຳສັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໂດຍສະເພາະ ວຽກງານກວດກາ ແລະ ຈຳກັດ ການເຄື່ອນໄຫວໄປມາ ຂອງຜູ້ຄົນ ໃນເຂດທີ່ມີຄວາມສ່ຽງສູງ ກໍ່ຄືບັນດາບ້ານ ທີ່ມີຜູ້ຕິດເຊື້ອພະຍາດ; ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງແຜນທົດລອງ ນຳຜູ້ຕິດເຊື້ອ ທີ່ມີອາການເບົາບາງ ໄປປິ່ນປົວຢູ່ນອກໂຮງໝໍ ກໍ່ຄືບ່ອນທີ່ມີເງື່ອນໄຂສະດວກ ຂອງຄອບຄົວຜູ້ຕິດເຊື້ອ ແຕ່ຢູ່ພາຍໃຕ້ການປິ່ນປົວ, ແນະນຳ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມແອອັດ ການປິ່ນປົວຢູ່ໂຮງໝໍ ໃນກໍລະນີມີການລະບາດຫຼາຍ ໃນຕໍ່ໜ້າ; ເອົາໃຈໃສ່ເບິ່ງແຍງການປະຕິບັດໜ້າທີ່ ແລະ ການດຳລົງຊີວິດ ຂອງພະນັກ ງານແພດໝໍໃຫ້ດີ, ໃຫ້ມີສຸຂະພາບແຂງແຮງ, ຮັບປະກັນ ສາມາດປະຕິບັດໜ້າທີ່ໄດ້ດີຢ່າງຕໍ່ເນື່ອງ, ລວມທັງ ການປະຕິ ບັດນະໂຍບາຍຕໍ່ເຂົາເຈົ້າ ຕາມເງື່ອນໄຂ ແລະ ເວລາທີ່ເໝາະສົມ; ສືບຕໍ່ສີດຢາຂ້າເຊື້ອ ບັນດາບໍລິເວນ ທີ່ຜູ້ຕິດເຊື້ອ ໄດ້ໄປເຄື່ອນໄຫວ; ສືບຕໍ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄວ ໂດຍໃຫ້ມີລັກສະນະຍາດແຍ່ງ ແລະ ສູ້ຊົນຫຼາຍກວ່າເກົ່າ; ໃຫ້ສະໜອງ ແລະ ເປີດເຜີຍຂໍ້ມູນຜູ້ຕິດເຊື້ອທີ່ຈຳເປັນ ໃຫ້ແກ່ທ້ອງຖິ່ນຜູ້ຕິດເຊື້ອອາໄສຢູ່ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ ເພື່ອສາມາດປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂໄດ້ຢ່າງທັນການ ແລະ ຖືກຕ້ອງ; ໃຫ້ສະເໜີແຜນຕ່າງໆ ທີ່ເປັນທາງການໄວ ເປັນຕົ້ນ ແຜນຄວາມຕ້ອງການຕ່າງໆ, ແຜນການເຄື່ອນໄຫວວຽກງານຕ່າງໆ ທີ່ເປັນອັນໃໝ່; ດຳເນີນຂັ້ນຕອນຕ່າງໆ ໃນການແກ້ໄຂ ແລະ ຊ່ວຍເຫຼືອ ບັນດາພາກເອກະຊົນ ທີ່ມີເງື່ອນໄຂ ແລະ ສະເໜີເຈດຈຳນົງ ຢາກຊື້ວັກຊິນປ້ອງກັນພະຍາດ ມາສັກໃຫ້ພະນັກງານຂອງຕົນ ແລະ ຊ່ວຍເຫຼືອລັດຖະບານ ໃຫ້ໄວ ແລະ ທັນສະ ພາບການ; ເອົາໃຈໃສ່ ເຮັດວຽກໂຄສະນາເຜີຍແຜ່ ໃຫ້ແຂງແຮງກວ່າເກົ່າ ໃນນັ້ນ ດ້ານເນື້ອໃນ ໃຫ້ເພີ່ມຄວາມຮູ້ກ່ຽວກັບການປ້ອງກັນ, ການປິ່ນປົວຂັ້ນພື້ນຖານ, ລວມທັງ ການປຸກລະດົມປະຕິບັດພັນທະ ແລະ ການມີສ່ວນຮ່ວມຂອງສັງ ຄົມ ໃຫ້ສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ເຂົ້າຮ່ວມຫຼາຍກວ່າເກົ່າ;

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໃນເວລາຕໍ່ມາ, ທ່ານ ພັນຄຳ ວິພາວັນ ແລະ ຄະນະ ໄດ້ສືບຕໍ່ໄປກວດກາເບິ່ງສະຖານທີ່ ເພື່ອກະກຽມຄວາມພ້ອມ ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີທີ່ມີການແຜ່ລະບາດຫຼາຍ ຢູ່ສະໜາມກິລາລ້ານຊ້າງ (ສະໜາມກິລາໃນຮົ່ມ) ທີ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງເປັນໜຶ່ງສະຖານທີ່ ທີ່ມີຄວາມເໝາະສົມ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม
อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

cr: Lao National Radio

Comments