ຂ່າວ ພາຍໃນປະເທດ

Facebook ຮ່ວມສະຫຼອງປີໃໝ່ລາວດ້ວຍຟີເຈີໃໝ່ ເພື່ອຊ່ວຍໃຫ້ຄົນລາວເຊື່ອມຕໍ່ກັນໃນເວລາທີ່ຢູ່ຫ່າງໄກກັນ

ສະຫຼອງບຸນປີໃໝ່ລາວຢ່າງປອດໄພດ້ວຍການເປີດໂຕຂອງຟີເຈີໃໝ່ເຊັ່ນ: ເອອາຟິວເຕີ້ (AR-filter), ຂອບຮູບໂປຣໄຟລຂອງ Facebook (Facebook profile frames) ແລະ sticker packs ສຳລັບ Facebook ແລະ Instagram ບຸນປີໃໝ່ລາວຖືວ່າເປັນໜຶ່ງໃນເທດສະການສຳຄັນທີ່ສຸດຂອງຄົນລາວ, ເປັນເວລາສຳລັບການອວຍພອນ ແລະ ເລີ່ມຕົ້ນປີໃໝ່ຢ່າງສົດໃສ, ເປັນເວລາສຳລັບການເຕົ້າໂຮມຍາດພີ່ນ້ອງ ແລະ ໝູ່ເພື່ອນເພື່ອສະເຫຼີມສະຫຼອງປີໃໝ່ຮ່ວມກັນ. ພາລະກິດຂອງ Facebook ແມ່ນຢາກເຊື່ອມຕໍ່ຄົນທັງໂລກເພື່ອເຮັດໃຫ້ຄົນໃກ້ກັນຂຶ້ນ – ກັບຜູ້ໃດ, ເວລາໃດ, ໃນສະຖານທີ່ໃດກໍໄດ້. ໃນຂະນະທີ່ພະຍາດໂຄວິດ-19 ຍັງມີຜົນກະທົບຕໍ່ຊຸມຊົນລາວຢ່າງຕໍ່ເນື່ອງ ແລະ ການຮັກສາໄລຍະຫ່າງເປັນຂໍ້ຈຳກັດໃນການສະຫຼອງບຸນປາງໃຫ່ຍຂອງປີ, Facebook ຢາກເປັນສ່ວນໜຶ່ງໂດຍການຊ່ວຍເຊື່ອມຕໍ່ທຸກຄົນກັບຄົນທີ່ຮັກ ແລະ ສະຫຼອງຄວາມສຸກນີ້ດ້ວຍການປ່ອຍຟີເຈີໃໝ່ຂອງ #ສະຫຼອງປີໃໝ່ລາວນຳກັນທີ່ໄດ້ນັກແຕ້ມຮູບລະດັບສາກົນ ກັນທະພົນ ‘ກ້ອງກັນ’ ເມທີກຸນ ມາອອກແບບຟີເຈີໃໝ່ດ້ວຍການໃຊ້ພາບການຫາຍໂຕທີ່ເປັນຈຸດເດັ່ນຂອງລາວ ໃຫ້ Facebook ແລະ Instagram ເພື່ອຊ່ວຍສະຫຼອງປີໃໝ່ລາວໃນປີນີ້.   ນີ້ຄືວິທີມ່ວນໆທີ່ພວກເຮົາສາມາດ #ສະຫຼອງປີໃໝ່ລາວນຳກັນ ໃນ Facebook ແລະ Instagram  ໄດ້ປີນີ້ ໃນຂະນະທີ່ການເຊື່ອມຕໍ່ກັບຄອບຄົວ ແລະ ໝູ່ເພື່ອນນັ້ນສຳຄັນຍິ່ງຂຶ້ນ. ມາລອງຫາຍໂຕກັບຟີເຈີໃໝ່ດ້ວຍ  #ສະຫຼອງປີໃໝ່ລາວນຳກັນ ...

Read More »

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຜ່ານແຂວງຫຼວງນ້ຳທາ ສຳເລັດແລ້ວ 97%

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມາຮອດປັດຈຸບັນ ສຳເລັດແລ້ວ 97%. ຂະນະທີ່ຜູ້ປະ ສານງານໂຄງການດັ່ງກ່າວຂອງແຂວງໝັ້ນໃຈວ່າ: ການກໍ່ສ້າງທຸກໜ້າວຽກຈະສໍາເລັດພາຍໃນທ້າຍປີນີ້ແນ່ນອນ. ທ່ານ ຈັນທະຈອນ ແກ້ວນະຄອນ, ຜູ້ປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນໍ້າທາ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 7 ເມສາ 2021 ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມີຄວາມຍາວທັງໝົດ 16,9 ກິໂລແມັດ, ປະ ກອບມີ 2 ສະຖານນີ ຄື: ສະຖານີ ບໍ່ເຕັນ ເປັນສະຖານີສຳລັບໂດຍສານ ແລະ ເປັນຈຸດກວດກາຄົນເຂົ້າ-ອອກເມືອງ ແລະ ສະຖານີ ນາເຕີຍ ເປັນສະຖານີໃຫຍ່ສຳລັບໂດຍ ສານ ແລະ ມີລະບົບສາງຄ່ຽນຖ່າຍສິນຄ້າຢູ່ນຳ. ໃນນີ້ ໄດ້ກໍ່ສ້າງຂົວໃຫຍ່ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ. ມາຮອດປັດຈຸບັນ ບໍລິສັດ ກໍ່ສ້າງທາງລົດໄຟເລກ 5, ບໍລິສັດ ກໍ່ສ້າງທາງລົດໄຟເລກ ...

Read More »

ປະທານປະເທດ ອວຍພອນປີໃໝ່ລາວພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ

ໃນໂອກາດສົ່ງທ້າຍປີເກົ່າປີຊວດ ແລະຕ້ອນຮັບປີໃໝ່ປີສະຫລຸພສ 2564 ຂ້າພະເຈົ້າຂໍຖືໂອກາດອັນເລີກງາມຍາມດີ ວັນທີ່ເປັນມຸງຄຸນນີ້ສົ່ງຄຳອວຍພອນອັນປະ ເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນນ້ອງເຊື້ອຊາດລາວທີ່ອາໃສຢູ່ຕ່າງປະເທດ ກໍຄືຊາວຕ່າງປະ ເທດທີ່ກຳລັງປະຕິບັດໜ້າທີ່ ແລະທຳມາຫາກິນຢູ່ ສປປລາວ ຂໍໃຫ້ທຸກໆທ່ານປາສະຈາກໂລກໄພໄຂ້ ເຈັບ, ປອດໄພຈາກພະຍາດໂຄວິດ19 ມີພາລະນາໄມສົມບູນ ສຸກກາຍສຸກໃຈ ແລະມີຄວາມຈະເລີນກ້າວໜ້າທຸກປະການ. ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນັ້ນ ເວົ້າລວມແລ້ວກໍ່ເປັນອີກປີໜື່ງແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກທົ່ວລັດ ແລະທົ່ວປວງຊົນລາວທັງຊາດໃນການອອກເຫື່ອເທແຮງສຸມກຳລັງຂອງຕົນເຂົ້າໃນການພັດທະນາ, ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນຢ່າງສະເໝີມາ, ເຫດການທີ່ພົ້ນເດັ່ນກວ່າໝູ່ແມ່ນທົ່ວພັກ ທົ່ວລັດ ແລະທົ່ວປວງຊົນລາວໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ ຈາກນັ້ນປວງຊົນລາວທັງຊາດ ຜູ້ທີ່ມີສິດຕາມລັດຖະທຳມະນູນ ແລະກົດໝາຍໄດ້ພ້ອມພຽງຮຽງໜ້າກັນອອກໃຊ້ສິດຂອງຕົນໃນການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ແລະສະມາ ຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ຊື່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວໄດ້ສືບຕໍ່ຍົກສູງ ແລະເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຢ່າງເຕັມສ່ວນ ຕໍ່ຈາກນັ້ນສະພາແຫ່ງຊາດກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງຊາດເຮົາ, ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຕີບໃຫ່ຍຂະຫຍາຍຕົວຂອງປະເທດເຮົາໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ການນໍາພາຂອງພັກ, ລັດ ແລະ ຕໍ່ລະບອບປະຊາທິ ປະໄຕ ປະຊາຊົນຂອງພວກເຮົາ. ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ. ເຖິງວ່າປີຜ່ານມາປະເທດເຮົາຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສີ່ງທ້າທາຍຫລາຍຢ່າງທີ່ກະທົບໃສ່ປະເທດຂອງພວກເຮົາກໍ່ຕາມ ແຕ່ພາຍໃຕ້ການຊີ້ນໍາໆພາຂອງພັກ, ລັດ ...

Read More »

ປະທານປະເທດ ເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເອົາໃຈໃສ່ຫລາຍບັນຫາສຳຄັນ

ໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (14/4/1955-14/4/2021) ແລະ ໃນໂອກາດ ສຳເລັດກອງປະຊຸມສາມັນຄົບຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ VIII ວັນທີ 9 ເມສາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ຕໍ່ຄະນະຊາວໜຸ່ມ ແລະ ຕົວແທນຊາວໜຸ່ມ-ເຍົາວະຊົນ ທົ່ວປະເທດ ໂດຍໄດ້ຊີ້ນຳ ໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ວຽກງານຂອງຄະນະຊາວໜຸ່ມ ປປ ລາວ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມທຸກຂັ້ນ ເອົາໃຈໃສ່ສືບຕໍ່ເອົາ ໃຈໃສ່ປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ເຂັ້ມແຂງໜັກແໜ້ນ, ມີຄວາມສາມາດພຽງພໍໃນການຈັດຕັ້ງ, ນໍາພາ, ຊີ້ນໍາການເຄື່ອນໄຫວຂອງຊາວໜຸ່ມ ໂດຍສະເພາະ ປັບປຸງກົງຈັກ, ປັບປຸງພາລະບົດບາດຂອງຄະນະຊາວໜຸ່ມແຕ່ລະຂັ້ນ, ສ້າງໃຫ້ມີໄວໜຸ່ມທີ່ເກັ່ງແລ້ວໃຫ້ເກັ່ງຂຶ້ນຕື່ມອີກ, ດີແລ້ວໃຫ້ດີຂຶ້ນຕື່ມ, ເຂັ້ມແຂງແລ້ວໃຫ້ເຂັມແຂງຂຶ້ນຕື່ມ ...

Read More »

ບໍລິສັດ ເບສ ເທເລຄອມ ປະກອບສ່ວນສະໜັບໜູນການປັບປຸງພື້ນຖານໂຄງລ່າງ ກອງພັນ 224 (ກອງພັນວິລະຊົນ) ມູນຄ່າ 500 ລ້ານກີບ.

ໃນຕອນເຊົ້າຂອງວັນທີ 9 ເມສາ 2021 ບໍລິສັດ ເບສ ເທເລຄອມ ໄດ້ມອບເງິນອຸປະຖໍາຈໍານວນ 500 ລ້ານກີບ ໃຫ້ ກອງພັນ 224  (ກອງພັນວິລະຊົນ)  ຢູ່ທີ່ ກອງພັນ 224, ນະຄອນຫຼວງວຽງຈັນ. ເປັນກຽດມອບໂດຍ ທ່ານ ລິດທິໄກ ພູມມະສັກ ຕາງໜ້າບໍລິສັດ ເບສ ເທເລຄອມ, ຕາງໜ້າຮັບໂດຍທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກົມໃຫຍ່ເສນາທິການກອງທັບ,  ພ້ອມດ້ວຍບັນດາ ຄະນະບັນຊາ ກອງພັນ  224, ຄະນະບໍລິສັດ ເບສ ເທເລຄອມ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.   ຈໍານວນງົບດັ່ງກ່າວແມ່ນຈະນໍາໄປປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງຂອງກອງພັນວິລະຊົນ ກອງພັນ 224 (ກອງ​ພັນ ​ວິ​ລະ​ຊົນ​ ຂອງ​ເຫຼົ່າ​ຮົບ​ສື່​ສານ) ແລະ ງົບປະມານດັ່ງກ່າວ ແມ່ນຈະນໍາໃຊ້: ກໍ່​ສ້າງ​​ເສັ້ນ​ທາງ​ພາຍ​ໃນ​ຄ້າຍ​ພ້ອມ​ວາງ​ຫີນ​ອັດ​ແໜ້ນຍາວ 623 ແມັດ, ກວ້າງ 6 ແມັດ ມູນ​ຄ່າ 141.028.000 ກີບ, ...

Read More »

ບັນດາການນຳຂັ້ນສູງ ຫຼາຍພາກສ່ວນ ຮ່ວມສົ່ງສະການ ອະດີດພັນລະຍາ ແລະ ລູກຫຼານ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ

ໃນຕອນບ່າຍ 13:00 ໂມງ ຂອງວັນທີ 8 ເມສາ 2021 ເປັນມື້ສົ່ງສະການ ທ່ານ ນາງ ແກ້ວສານໃຈ ໄຊຍະສອນ ອະດີດພັນຍາ, ທ່ານ ວິດົງ ໄຊຍະສອນ, ອະດີດກຳມະການສູນກາງພັກ ສະໄໝທີ່ X, ອະດີດເລຂາພັກແຂວງເຈົ້າແຂວງໆວຽງຈັນ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ ອະດີດພັນລະຍາ ຂອງ ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ. ພ້ອມດ້ວຍລູກໄພ ແລະ ຫຼານຊາຍ ແລະ ຫຼານສາວ ລວມທັງໝົດຈຳນວນ 6 ສົບທີ່ນຳມາສົ່ງສະການ ຢູ່ທີ່ວັດເທບນິມິດ ທາດຝຸ່ນ ນະຄອນຫຼວງວຽງຈັນ. ໂດຍມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ບັນດາຮອງປະທານປະເທດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ບັນດາການນຳຂັ້ນສູງ, ອະດີດການນຳ, ຕາງໜ້າຈາກພາກສ່ວນຕ່າງໆ ແລະ ...

Read More »

ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນ ເຊົ້າວັນທີ 8 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາສະມາຊິກລັດຖະບານ ຊຸດທີ IX ເຂົ້າຮ່ວມຢ່າງ​ພ້ອມ​ພຽງ. ກອງ​ປະ​ຊຸມຄັ້ງ​ນີ້, ເປັນກອງປະຊຸມຄັ້ງທໍາອິດຂອງລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ເຫັນດີຮັບຮອງເອົາກົງຈັກຂອງລັດຖະບານ ຊຸດທີ IX ຊຶ່ງປະກອບມີ 17 ກະຊວງ ແລະ 2 ອົງ ການທຽບເທົ່າກະຊວງ ແລະ ສະ​ມາ​ຊິກລັດຖະບານ ທັງ​ໝົດ 21 ທ່ານ ຍິງ 3 ທ່ານ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນແຕ່ວັນທີ 8-9 ເມສານີ້ ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງຄື:ເຜີຍແຜ່ຂໍ້ຕົກລົງ ຂອງທ່ານນາຍົກລັດຖະມົນຕີ ວ່າ​ດ້ວຍການ​ແບ່ງ​ຄວາມ​ຮັ​ບ​ຜິດ​ຊອບ​ຂອງ​ນາ​ຍົກ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ;ຮ່າງແຜນດຳເນີນງານ ຂອງລັດຖະບານ ຊຸດທີ IX ໄລ​ຍະ ...

Read More »

ລັດຖະມົນຕີ ອຸດສາຫະກຳ ແລະ ການຄ້າເປີດເວທີຫາລືກັບ ສຄອຊ ແກ້ໄຂການດຳເນີນທຸລະກິດ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ລົງເຄື່ອນໄຫວ, ພົບປະຮັບຟັງບັນຫາການດໍາເນີນທຸລະກິດ ແລະ ຊຸກຍູ້ແຜນພັດທະນາທຸລະກິດລາວຮອດປີ 2025 ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ(ສຄອຊ)ໂດຍເນັ້ນໃຫ້ ສຄອຊ ສືບຕໍ່ປະຕິບັດແຜນງານ 5ປີຂອງຕົນໃຫ້ສາມາດຈັດຕັ້ງປະຕິບັດເກີດຜົນເປັນຈິງ, ໃນດ້ານມະຫາພາກຄຸ້ມຄອງຈະຊຸກຍູ້ສົ່ງເສີມເຕັມທີ່ໂດຍສະເພາະເບິ່ງຄືນບັນດານິຕິກໍາທີ່ກ່ຽວຂ້ອງ, ຂອດປະສານງານກັບບັນດາກະຊວງ ເພື່ອອໍານວຍຄວາມສະດວກໃຫ້ທຸລະກິດມີການເດີນເຄື່ອງເຕັມກໍາລັງເພື່ອກະຕຸ້ນເສດຖະກິດ. ພິທີດັ່ງກ່າວ ຈັດຂຶ້ນວັນທີ 6 ເມສາ 2021 ທີ່ ສຄອຊ ໂດຍການຕ້ອນຮັບຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ພ້ອມທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ; ມີຄະນະບໍລິຫານງານ ພ້ອມສະມາຊິກ, ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວລາຍງານສະພາບລວມໃນການຊີ້ນໍາໆພາສະມາຊິກ ສຄອຊ ໃນໄລຍະຜ່ານມາໂດຍສັງເຂບ ພ້ອມນໍາສະເໜີແຜນຍຸດທະສາດຂອງ ສຄອຊ ໃນ 5ປີ 2021-2025 ໂດຍຍົກເຫັນເຫັນວ່າ: ແຜນຕໍ່ໜ້າ ສຄອຊ ໄດ້ກໍານົດ 6 ເສົາຄໍ້າສໍາຄັນໃນການຊີ້ນໍາ, ນໍາພາທຸລະກິດລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄື: 1. ...

Read More »

ໄຟຟ້າລາວ ຫຼຸດລາຍຈ່າຍບໍລິຫານລົງ 20%

ກອງປະຊຸມສະຫຼຸບປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂອງລັດວິສາຫະກິດໄຟຟ້າລາວໄດ້ດໍາເນີນຂຶ້ນໃນວັນທີ 5-6 ເມສາ 2021 ທີ່ສໍານັກງານ, ໃຫຍ່ລັດວິສາຫະກິດໄຟຟ້າລາວໂດຍການເປັນປະທານຂອງ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກ. ອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວພ້ອມດ້ວຍ ຄະນະຝ່າຍຄະນະສາຂາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຕາມຂໍ້ມູນການເປີດເຜີຍໃນກອງປະຊຸມດັ່ງກ່າວລະບຸວ່າ: ໃນຕະຫຼອດໄລຍະຜ່ານມາພັກ ແລະລັດຖະບານໄດ້ເອົາໃຈໃສ່ ແລະຊີ້ນໍາຢ່າງໃກ້ຊິດ, ເພື່ອໃຫ້ລັດ ວິສາຫະກິດໄຟຟ້າລາວສາມາດຜ່ານຜ່າວິກິດການຕ່າງໆ ຄຽງຄູ່ກັບການພະຍາຍາມແກ້ໄຂສະພາບການດໍາເນີນທຸລະກິດຂາດທຶນເປັນເວລາ 10 ປີຕໍ່ເນື່ອງ ແລະ ສະພາບຫນີ້ສິນອັນມະຫາສານຄຽງຄູ່ ກັນກັບການສ້າງຄວາມເຂົ້າໃຈໃຫ້ກັບສັງຄົມເຊັ່ນ: ຕົ້ນທຶນລາຄາໄຟເພື່ອກະກຽມຮັບມືຈາກຫາງສຽງຈົ່ມວ່າຈາກສັງຄົມ, ໃນ ໄລຍະປັບປຸງໂຄງສ້າງລາຄາໄຟຟ້າໃຫມ່,ການປັບປຸງໂຄງຮ່າງບໍລິຫານອົງກອນໃຫ້ມີຄວາມກະທັດຮັດ,ເຈລະຈາກັບບັນດາແຫຼ່ງຜະລິດ iPP ທີ່ສັນຍາຮ່ວມກັນເພື່ອຂໍ ຊໍາລະຄ່າໄຟເປັນເງິນກີບເພື່ອແກ້ໄຂບັນຫາການແລກປ່ຽນເງິນຕາ, ໂຈະບັນດາໂຄງການທີ່ບໍ່ທັນຮີບດ່ວນ, ປັບປຸງຄືນບັນດາຫນ້າວຽກໃນໂຄງການພັດທະນາຕ່າງໆ ແລະເຈລະຈາຄືນມູນຄ່າໂຄງການຮັບເຫມົາຕ່າງປະເທດ, ໄດ້ປັບຫຼຸດລາຍຈ່າຍບໍລິຫານຂອງໄຟຟ້າລາວລົງ 20% ເພື່ອຂ້າມຜ່ານວິກິດການນີ້, ສໍາເລັດການສະເຫນີ ປັບປຸງໂຄງສ້າງລາຄາຈໍາຫນ່າຍໄຟຟ້າພາຍໃນປະເທດ, ສໍາເລັດການປັບປຸງໂຄງຮ່າງຈາກ 11 ຝ່າຍ ແລະ 3 ຫ້ອງການມາເປັນ 8 ຝ່າຍ ແລະ 1 ຫ້ອງການ,ໄດ້ເລິ່ມສ້າງ ກົນໄກປະເມີນພະນັກງານໂດຍໃຊ້ລະບົບ KPI ...

Read More »

ອົງການອາຫານໂລກ ໃຫ້ການສະໜັບ ສະໜູນອາຫານ ແກ່ແຮງງານລາວ

ໃນວັນທີ 6 ເມສາທີ່ຜ່ານມານີ້ ຢູ່ກະຊວງສາທາລະນະສຸກ ອົງການອາຫານໂລກໄດ້ສືບຕໍ່ຂະຫຍາຍການຮ່ວມມື ໃນການສະໜັບສະໜູນຊ່ວຍອາຫານໃຫ້ແກ່ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈຳກັດບໍລິເວນ ຢູ່ 5 ແຂວງມີ: ແຂວງບໍ່ແກ້ວ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນຈຳນວນ 1 ລ້ານໂດລາສະຫະລັດ. ເປັນກຽດມອບຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Jan Delbaere ຫົວໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ. ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງອົງການອາຫານໂລກ ທີ່ຮ່ວມແຮງຮ່ວມໃຈສຸມທຸກກຳລັງແຮງ ແລະ ສະຕິປັນຍາໃນການຂໍທຶນ ເພື່ອມາຊ່ວຍເຫລືອ ປະຊາຊົນລາວ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19. ໃນປີ 2020 ທີ່ຜ່ານມາ ອົງການອາຫານໂລກ ໄດ້ຮັບລາງວັນ Novel Peace Prize ...

Read More »