ລາວ-ຈີນ​ຈັດ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ຄົບ​ຮອບ 60 ປີ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

ລາວ-ຈີນ​ຈັດ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ນຳ​ກັນຄົບ​ຮອບ 60 ປີ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວັນ​ທີ 21 ເມ​ສາ​ນີ້, ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ ​ພິ​ທີ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ລາວ​ຄົບ​ຮອບ 60 ປີ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ປະ​ຊາ​ຊົນ​ຈີນ​ກັບ​ນາ​ນາ​ຊາດ ແລະ ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ, ທັງ​ໄດ້​ປະ​ກອບ​ຄຳ​ເຫັນ.

อาจเป็นรูปภาพของ 2 คน และผู้คนกำลังยืน

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ​ຕະຫຼອດ​ໄລ​ຍະ 60 ປີ​ທີ່​ຜ່ານ​ມາ, ຈີນ ແລະ ລາວ​ໄດ້​​ຄຽງ​ບ່າ​ຄຽງ​​ໄຫຼ່​ໃນ​ການ​ຕໍ່​ສູ້​ຕ້ານກັບ​ລັດ​ທິ​ລ່າ​ເມືອງ​ຂຶ້ນ ແລະ ລັດ​ທິ​ຈັກ​ກະ​ພັດ, ​ສອງ​ຝ່າຍ​ໄດ້ເກາະ​ແຂນ​ຊ່ວຍ​ເຫຼືອ​ເຊິ່ງ ກັນ​ແລະ​ກັນ​ໃນ​ພາ​ລະ​ກິດ​ປະ​ຕິ​ຮູບ ພັດ​ທະ​ນາ ແລະ ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ, ​ສອງ​ຝ່າຍ​ໄດ້​ຢືນ​ຢູ່​ຄຽງ​ຂ້າງ​ກັນ​ຢ່າງ​ເດັດ​ດ່ຽວ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ແກນ​ກາງ ແລະ ບັນ​ຫາ​​ທີ່​ແຕ່​ລະ​ຝ່າຍ​ໃຫ້​ຄວາມ​ສຳ​ຄັນ. ຈີນ ແລະ​ລາວ​ໄດ້​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ, ຍຶດ​ໝັ້ນ​ການ​ຊອກ​​ຫາ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ຍຶດ​ໝັ້ນ​ການ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ທີ່​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ໄດ້​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ສອງ​ຝ່າຍ​ກ່ອນ​ໝູ່, ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຮ່ວມ​ກັນເປັນ​ຊຸດ​ທຳ​ອິດ, ຊຸກ​ຍູ້​ການ​ສ້າງ​​ແລວ​ເສດ​ຖະ​ກິດ​ຈີນ-ລາວ​ຢ່າງ​ໜັກ​ແໜ້ນ. ເມື່ອຢືນ​ຢູ່​ຕໍ່​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ​ຕ່າງ​ໆ, ເຊັ່ນ: ​ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ​ສອງ​ຝ່າຍ​ໄດ້​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ. ຮ່ວມ​ກັນ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ຂອງ​ສາ​ກົນ, ຊຸກ​ຍູ້​ການ​ພົວ​ພັນຈີນ-ອາ​ຊຽນ​​ໃຫ້ພັດ​ທະ​ນາ​ຢ່າງ​ປອດ​ໃສ, ​ເລີ່ມເປີດ​ການ​ຮ່ວ​ມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ຮ່ວມ​ຊາ​ຕາ​ກຳນຳ​ກັນ.

อาจเป็นรูปภาพของ 2 คน, ผู้คนกำลังยืน และผู้คนกำลังนั่ง

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ເມື່ອ​ຜະ​ເຊີນ​ກັບ​ຍຸກ​ໃໝ່ ໂອ​ກາດ​ໃໝ່ ແລະ ການ​ປ່ຽນ​ແປງ​ອັນ​ໃໝ່, ສອງ​ຝ່າຍ​ຄວນ​ຖື​​ເອົາຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ ສອງ​ລັດ​ເປັນ​​ທິດ​ຊີ້​ນຳ, ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດວ່າ​ດ້ວຍການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ເສີມ​ສ້າງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ປົກ​ຄອງ ແລະ ບໍ​ລິ​ຫານ​ລັດ, ກຳ​ແໜ້ນ​ທິດ​ທາງ​ສັງ​ຄົມ​ນິ​ຍົມ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ທາງ​ຍຸດ​ທະ​ສາດ​ຮ່ວມ​ກັນ. ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດການ​ພັດ​ທະ​ນາ, ​ພ້ອມ​ກັນຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ​ຢ່າງ​ຕໍ່​ເນື່ອງ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃຫ້ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ.

อาจเป็นรูปภาพของ 1 คน และกำลังยืน

ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ​ໃນ​ການ​ຮ່ວມ​ມື​ລາວ-ຈີນ, ທັງ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຝ່າຍ​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ແກ່​ລາວ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ​ການຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19. ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ​ກ່າວ​ວ່າ, ລາວ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ກັບ​ຈີນ, ຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ຂອງ​ຜູ້​ນຳ​ສອງ​ພັກ​ສອງ​ລັດ, ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​​ແມ່​ບົດ​ວ່າ​ດ້ວຍການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ໃຫ້​ດີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເລັ່ງ​ລັດ ແລະ ​ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ລາວ-ຈີນ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຕື່ມ​ອີກ.

ຂ່າວຈາກ: CRI

Comments