ຂ່າວ ພາຍໃນປະເທດ

ເປີດທາມລາຍຄົນຕິດເຊື້ອໂຄວິດໃໝ່ກໍລະນີທີ 89-94

ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ❖ ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດ ປະທຸມທານີ, ປະເທດໄທ ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ- ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວ• ວັນທີ 19​ ເມສາ 2021​- ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.• ວັນທີ 20 ເມສາ 2021- ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ- ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ...

Read More »

ມາເບິ່ງ!!! ຄ່າບໍລິການກວດ ແລະ ປິ່ນປົວພະຍາດໂຄວິດ-19

ຕາມຂໍ້ຕົກລົງ ເລກທີ 3295/ສພກ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ-19 ຕົກລົງ : ມາດຕາ 1 : ເຫັນດີ ໃຫ້ສະຖານບໍລິການກວດ ແລະ ປິ່ນປົວສຸຂະພາບຂອງລັດ ທັງສູນກາງ ແລະ ທ້ອງຖິ່ນ ເກັບຄ່າບໍລິ ການວິຊາການຈາກ ການກວດວິເຄາະ ແລະ ປິ່ນປົວພະຍາດ ໂຄວິດ-19 ມາດຕາ 2 : ການກໍານົດລາຄາຄ່າບໍລິການ 1. ຄ່າກວດວິເຄາະ ພະຍາດ ໂ ຄ ວ ິ ດ-19 ຊຶ່ງມີເປົ້າຫມາຍດັ່ງນີ້ : 1) ກຸ່ມຄົນ ທີ່ຕ້ອງໄດ້ເກັບ ມູນຄ່າກວດ 650.000 ກີບ/ຄັ້ງ (ທັງຄົນລາວ ແລະ ຕ່າງປະເທດ) ມີ :ບຸກຄົນ ທີ່ເດີນທາງເຂົ້າ-ອອກ ຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດ : ນັກການທູດຕ່າງ ປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ ...

Read More »

ເມືອງຄົງເຊໂດນ ປິດການເຂົ້າ-ອອກ 15 ບ້ານລໍຖ້າຜົນກວດເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ ຄົນທີ 54

ເມືອງຄົງເຊໂດນ ແຂວງສາລະວັນ ປິດການເຂົ້າ-ອອກ 15 ບ້ານຄື: ບ້ານ ນາເຕີຍ, ນາເມັກ, ສະເຕີ້ມ, ບ້ານປົ່ງ, ປັດຊຸມ, ນາໂຄກ, ໜອງແສງລາວ, ຄຳໄຮ, ຂຸມຄຳ, ເລົ່າມີໄຊ, ບ້ານໂນນ, ໝື່ນປູ່, ນາຕານດົງ, ຕະຫລາງ ແລະ ບ້ານນາຫວດ ທີ່ຂຶ້ນກັບເມືອງຄົງເຊໂດນ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດໂຄວິດ-19 ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດ ເຊື້ອຄົນທີ 54 ແລະ ຄົ້ນຫາຈຳນວນຜູ້ສຳຜັດໃກ້ຊິດກັບກໍລະນີດັ່ງກ່າວ ມາກວດຫາເຊື້ອຕື່ມອີກ. ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງຄົງເຊໂດນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໄດ້ໃຫ້ສຳພາດ ໃນວັນທີ 20 ເມສາ 2021 ນີ້ວ່າ: ຄະນະສະເພາະກິດຂັ້ນເມືອງ ໄດ້ອອກແຈ້ງການດ່ວນ ດັ່ງນີ້: ໃຫ້ອໍານາດການປົກຄອງ 15 ບ້ານດັ່ງກ່າວ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ...

Read More »

ນາຍົກລັດຖະມົນຕີຖະແຫລງຂ່າວ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດ COVID-19 ຢູ່ ສປປ ລາວ

ໃນວັນທີ 19 ເມສາ 2021 ຢູ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໂດຍກ່າວວ່າ: ດັ່ງທີ່ພວກເຮົາໄດ້ຮັບຊາບແລ້ວວ່າ ເກືອບ 2 ປີ ມານີ້, ທົ່ວທັງໂລກ ໄດ້ຮ່ວມກັນຕໍ່ສູ້ກັບພະຍາດ COVID-19 ດ້ວຍມາດຕະການຕ່າງໆ ຢ່າງແຂງແຮງ, ທັງມີຄວາມຮັບຜິດຊອບຮ່ວມກັນຕະຫລອດມາ, ຊຶ່ງໃນຂະບວນການດັ່ງກ່າວຫລາຍປະ ເທດ ກໍໄດ້ຄົ້ນຄວ້າ ແລະ ນຳໃຊ້ຢາວັກແຊງ ເພື່ອໃຊ້ກັນພະຍາດດັ່ງກ່າວ ທັງມີການຊ່ວຍເຫລືອສົງເຄາະໃຫ້ປະເທດອື່ນໆ ບົນຈິດໃຈມະນຸດສະທຳ. ເຖິງຢ່າງໃດກໍຕາມ, ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກ ກໍຍັງສືບຕໍ່ເກີດຂຶ້ນຢູ່ຊຸມຊົນຕ່າງໆ ຢ່າງກວ້າງຂວາງ, ຊຶ່ງໃນບາງຊຸມຊົນ ແມ່ນໄດ້ກາຍພັນ ທີ່ບໍ່ສາມາດສະກັດກັ້ນ ແລະ ຄວບຄຸມ ຕາມແບບປົກກະຕິໄດ້ອີກ.ສະເພາະ ສປປ ລາວ ພວກເຮົາ ເຫັນໄດ້ໄພອັນຕະລາຍຂອງພະຍາດດັ່ງກ່າວ, ພັກ-ລັດ ເຮົາ ໄດ້ວາງ ...

Read More »

ແຂວງຄໍາມ່ວນແຈ້ງປິດການສັນຈອນເສັ້ນທາງແຄມຂອງ

ຕອນນີ້ຕ້ອງລະມັດລະວັງຫຼາຍຂຶ້ນເທົ່າໃດຍິ່ງດີທ່າມກາງທີ່ປະເທດໃກ້ຄຽງມີຜູ້ຕິດເຊື້ອໂຄວິດ-19ເພີ່ມຂຶ້ນທຸກວັນ ເຊິ່ງຕະຫຼອດ 2-3 ວັນມານີ້ ຫຼາຍແຂວງແມ່ນໄດ້ອອກແຈ້ງການເພີ່ມຄວາມເຂັ້ມງວດ ຕໍ່ການກວດກາລາດຕາເວັນຕາມແນວຊາຍແດນລວມເຖິງມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍລັກລອບເຂົ້າປະເທດໂດຍບໍ່ໄດ້ຮັບອະນຸຍາດ ແລະຫຼ້າສຸດທາງແຂວງຄຳມ່ວນແມ່ນໄດ້ແຈ້ງປິດເສັ້ນທາງແຄມຂອງແລ້ວ. ອີງຕາມແຈ້ງການສະບັບເລກທີ 176 /ຫວຂ.ຄມ ລົງວັນທີ 19 ເມສາ 2021 ຂອງຫ້ອງວ່າການປົກຄອງແຂວງຄຳມ່ວນແມ່ນໃຫ້ປິດການນໍາໃຊ້ເສັ້ນທາງລຽບແຄມຂອງ ແຕ່ 3 ແຍກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຫາ 3 ແຍກ ພະແນກ ແຜນການ ແລະການລົງທຶນແຂວງ ໄລຍະຊົ່ວຄາວຈົນກວ່າຈະແຈ້ງເປີດໃຫ້ນໍາໃຊ້ອີກຄັ້ງ ໂດຍອີງຕາມກອງປະຊຸມປຶກສາຫາລື ຂອງຄະນະສະເພາະກິດ ປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ-19 ແຂວງຄໍາມ່ວນ ໃນຄັ້ງວັນທີ 17 ເມສາ 2021. ທັ້ງນີ້ກໍ່ເນື່ອງຈາກວ່າແຂວງຄໍາມ່ວນ ໄດ້ມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 01 ຄົນ ຊຶ່ງເປັນກໍລະນີ ຕິດເຊື້ອ ທີ 55 ຂອງ ສປປ ລາວ ແລະ ເປັນກໍລະນີ ທີ 01 ຂອງແຂວງຄໍາມ່ວນ, ເພື່ອເປັນການແຍກປ່ຽວຜູ້ຕິດເຊື້ອ ຄະນະສະເພາະກິດ ໂຄວິດ-19 ແຂວງຄໍາມ່ວນ ...

Read More »

ຮຽກຮ້ອງ!!!ໃຫ້ທຸກຄົນຮັກສາມາດຕະການສວມໃສ່ຫນ້າກາກປິດດັງປາກ, ຮັກສາໄລຍະຫ່າງ ແລະ ປະຕິບັດຕາມຄໍາສັ່ງຂອງແພດຫມໍຢ່າງເຂັ້ມງວດ

ພໍ່ແມ່ປະຊາຊົນ ຈຳນວນຫຼາຍ ແຫ່ພາກັນໄປຊັກວັກແຊງ ປ້ອງກັນໂຄວິດ-19 ເຮັດໃຫ້ບັນດາໂຮງໝໍແຕ່ລະຈຸດ ທີ່ເປີດໃຫ້ບໍລິການຊັກວັກແຊງ ມີຜູ້ຄົນແອອັດ ສົມທົບກັບຄວາມບໍ່ເປັນລະບຽບຮຽບຮ້ອຍຂອງການຈັດສັນ ແລະ ຄວາມມັກງ່າຍຂອງຜູ້ໄປຊັກ. ແນວໃດກໍ່ຂໍໃຫ້ທາງໂຮງໝໍແຕ່ລະຈຸດຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຂໍໃຫ້ພໍ່ແມ່ປະຊາຊົນ ຜູ້ໄປຊັກຢາ ໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງ ເພາະຄົນທີ່ໄປຊັກມາຈາກຫຼາຍບ່ອນຫຼາຍທີ່ ຫາກມີຄົນໃດຄົນໜຶ່ງຕິດເຊື້ອມາ ທ່ານກໍ່ຈະສ່ຽງຕິດເຊື້ອຕໍ່ໄດ້ ແລະ ອາດຈະລະບາດກັນຢ່າງກວ້າງຂວາງ.

Read More »

ລະວັງ! ຢ່າຫລົງເຊື່ອຂ່າວປອມ ຄົນຕິດໂຄວິດ-19 ສາມຄົນວັນນີ້

ກໍລະນີມີຄລິບສຽງທາງສື່ອອນລາຍ ແລະ ສົ່ງໄປຕາມກຸ່ມແອັບວ່າມີຄົນຕິດເຊື້ອໂຄວິດ-19 ວັນນີ້ 3 ຄົນຢູ່ນະຄອນຫລວງວຽງຈັນ ນັ້ນ ບໍ່ມີຄວາມຈິງ, ຂໍໃຫ້ສັງຄົມໃຊ້ດຸນພິນິດໃນການຮັບຂໍ້ມູນຂ່າວສານ ໂດຍບໍ່ແຕກຕື່ນ, ໃຫ້ຕິດຕາມຂໍ້ມູນຂ່າວສານທາງການ ເປັນສໍາຄັນ. ກອງເລຂາຄະນະສະເພາະກິດ ເຕືອນສັງຄົມ ຢ່າເຊື່ອກໍລະນີນີ້ທີ່ມີການປ່ອຍຄລິບສຽງຜູ້ຊາຍຄົນໜຶ່ງທາງສື່ສັງຄົມອອນລາຍວັນນີ້ວ່າມີຄົນຕິດເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ສາມຄົນ ຊຶ່ງພວມຕິດຕາມເອົານັ້ນ ບໍ່ແມ່ນຄວາມຈິງ. ເປັນການປ່ອຍຂ່າວຂອງຄົນບໍ່ຫວັງດີ, ຂໍຢ່າແຕກຕື່ນຕໍ່ກໍລະນີຄລິບສຽງດັ່ງກ່າວ, ໃຫ້ຕິດຕາມຂ່າວທາງການ ໂດຍສະເພາະການຖະແຫລງຂ່າວຂອງຄະນະສະເພາະກິດ ເທົ່ານັ້ນ. ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເຮົາ ໄລ່ມາຮອດວັນທີ 17/4/2021 ຕົວເລກການຕິດເຊື້ອສະສົມແມ່ນ 58 ຄົນ, ປິ່ນປົວດີແລ້ວ 49ຄົນ, ພວມປິ່ນປົວ 9 ຄົນ. ແຫຼ່ງຂ່າວ: ຂປລ

Read More »

ປະທານປະເທດ ແຫ່ງ ສປປ ລາວ ອວຍພອນປີໃໝ່ລາວ ພ.ສ 2564 (ພ້ອມທັງສົ່ງເສີມການນໍາໃຊ້ “ດອກຄູນ” ດອກໄມ້​ປະຈໍາເທດສະການປີໃໝ່ລາວ ທົດແທນການນຳເຂົ້າຈາກຕ່າງປະເທດ)

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະ ເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະ ຍາຍາມບຸກບືນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາ, ສ້າງສາປະເທດຊາດ ອັນແສນຮັກຂອງພວກເຮົາ ຢ່າງເປັນຂະບວນຟົດຟື້ນສະເໝີມາ. ເຫດການທີ່ພົ້ນເດັ່ນກວ່າໝູ່ ແມ່ນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ...

Read More »

ລາວຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວນຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຍ້ອນວ່າຢູ່ບັນດາປະເທດອ້ອມຂ້າງຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ໂດຍມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ແລະ ຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍຂອງປະຊາຊົນລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍັງມີການລັກລອບເຂົ້າມາຂອງຄົນຕ່າງປະເທດດັ່ງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ່ 50 ທີ່ກວດພົບເຊື້ອເມື່ອວັນທີ 9 ເມສາ 2021 ທີ່ຜ່ານມາ ເປັນຄົນສັນຊາດໄທນັ້ນ ແມ່ນຜູ້ກ່ຽວໄດ້ໄປພົບກັບຄົນໄທທີ່ລັກລອບເຂົ້າມາ ສປປ ລາວ. ທ່ານ ດຣ ຣັດຕະນະໄຊໃຫ້ຮູ້ຕື່ມວ່າ: ໃນໄລຍະບຸນປີໃໝ່ລາວ ພສ 2554 ນີ້ ຮຽກຮ້ອງໃຫ້ທຸກຊັ້ນຄົນເພີ່ມຄວາມມີສະຕິລະວັງຕົວໃນການປ້ອງກັນພະຍາດໂຄວິດ-19 ໂດຍໃຫ້ປະຕິບັດຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ, ໃຫ້ຫຼີກລ່ຽງການໄປທ່ຽວຢູ່ສະຖານທີ່ບັນເທິງໂດຍສະເພາະໃນໄລຍະທີ່ມີເທດສະການຍ້ອນວ່າຢູ່ສະຖານທີ່ບັນເທິງບໍ່ຮູ້ປະຫວັດຜູ້ທີ່ມາທ່ຽວ ແລະ ໃນສະຖານທີ່ບັນເທິງຍັງມີເນື້ອທີ່ຄັບແຄບ, ຫຼີກລ່ຽງການຕັ້ງວົງຊຸມແຊວໂດຍບໍ່ສາມາດປະຕິບັດໄລຍະຫ່າງໄດ້ ນອກນັ້ນການດື່ມສິ່ງມືນເມົາຍັງເຮັດໃຫ້ຂາດສະຕິໃນການປ້ອງກັນພະຍາດນີ້ອີກດ້ວຍ. ຮຽກຮ້ອງໃຫ້ນາຍບ້ານທີ່ມີບ້ານຕິດກັບປະເທດເພື່ອນບ້ານເພີ່ມມາດຕະການເວນຍາມຕາມຊາຍແດນ ແລະ ກວດກາສະມາຊິກໃນບ້ານຜູ້ທີ່ມີປະຫວັດເດີນທາງໄປເຮັດວຽກຢູ່ປະເທດເພື່ອນບ້ານຖ້າພົບເຫັນມີການລັກລອບເຂົ້າມາຂໍໃຫ້ແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນເພື່ອຈະນຳຜູ້ກ່ຽວໄປກວດຫາເຊື້ອ ແລະ ຈຳກັດບໍລິເວນ. ຂ່າວ: ວຽງຈັນທາຍ

Read More »

ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

(ວັນຈັນ, ວັນທີ 12 ເມ​ສາ 2021, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ)ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ ມື້ນີ້ ແມ່ນວັນຈັນ ວັນທີ 12 ເມ​ສາ 2021, ແລະ ​ຍັງ​ອີກ 2-3 ວັນ ກໍ່​ຈະ​ເປັນ​ປີໃໝ່ ​ປະ​ຈຳ​ຊາດ​ລາວເຮົາ.ໃນປີ ຜ່ານມານີ້ ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ,​ ລວມ​ທັງ ສ​ປ​ປ​ ລາວ ຂອງພວກ ເຮົາໄດ້ປະເຊີນກັບ “ ​ການ​ລະ​ບາດຢ່າງ​ຮ້າຍ​ແຮງ​ຂອງ​ພະ​ຍາດ COVID-19 ” ເຊີ່ງໄດ້ແຜ່​ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ມານີ້.ເພື່ອຮັບມື ກັບສະພາບການດັ່ງກ່າວ ລັດຖະບານເຮົາ ​ກະກຽມ​ຄວາມ​ພ້ອມ ແລະ ​ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ​ໄດ້​ທົບ​ທວນ ແລະ ປັບ​ປຸງ ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ເປັນ​ແຕ່​ລະ​ໄລ​ຍະ; ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ໄດ້ເປັນ​ເຈົ້າ​ການ​ໃຫ້​ຄວາມ​ຮ່ວ​ມ​ມື ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດມາດ​ຕະ​ການ​ຕ່າງໆ ເຫຼົ່າ​ນັ້ນ ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ນີ້ ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ...

Read More »