ຂ່າວ ພາຍໃນປະເທດ

ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ພົບປະຫາລືກັນ ທີ່ນະຄອນຫລວງຮ່າໂນ້ຍ

ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມພົບປະ ກັບ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ ນະຄອນຫລວງຮ່າໂນ້ຍ, ເນື່ອງໃນໂອກາດທີ່ ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດລາວ ຕິດຕາມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ລະຫວ່າງ ວັນທີ 28-29 ມິຖຸນາ 2021. ໃນໂອກາດນີ້, ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະ ກັບ ສະຫາຍ ...

Read More »

ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນ ໂຄວິດ ໃຫ້ເຂັ້ມງວດຫລາຍຂຶ້ນກວ່າເກົ່າ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຫ້າມຈັດງານລ້ຽງສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫລຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດໂຄວິດ-19. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະ ຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 29 ມິຖຸນາ 2021 ນີ້ ວ່າ: ພວກເຮົາຍັງມີຄວາມສ່ຽງໃນການຕິດເຊື້ອ ເນື່ອງຈາກວ່າມີສາຍເຫດການແຜ່ລະບາດໃນຊຸມຊົມເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີກໍລະນີການຈຳກັດບໍລິເວນບໍ່ທັນເຄັ່ງຄັດ, ຍັງມີການຊຸມແຊວ ແລະ ແຮງງານທີ່ກັບມາແຕ່ຕ່າງປະເທດຍັງເພີ່ມຂຶ້ນ. ສະນັ້ນ, ຂໍໃຫ້ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫລື ມີການລັກເປີດບໍລິການ, ...

Read More »

ລາວ-ມາຣົກ ລົງນາມວ່າດ້ວຍການຍົກ ເວັ້ນວິຊາ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງສອງສະຖາບັນ

ໃນວັນທີ 25 ມິຖຸນາ 2021, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ມີພິທີລົງ ນາມໃນສັນຍາວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ໜັງສືຜ່ານແດນລັດຖະການ ຂອງສອງປະເທດ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ສປປ ລາວ ແລະ ວິທະຍາຄານການທູດ ແຫ່ງຣາຊະອາ ນາຈັກມາຣົກ.ລົງນາມໃນພິທີດັ່ງກ່າວ, ຕາງໜ້າໃຫ້ລັດ ຖະບານ ປປປ ລາວ ແມ່ນທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານມາຣົກ ແມ່ນທ່ານ ອານເດລອີລາ ເອລ ຮຸດສະນີ (Andelilha El Housni), ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອາ ນາຈັກ ມາຣົກ ປະຈໍາ ສປປ ລາວ ທີ່ມີສຳນັກ ງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ. ສາທາລະນະລັດ ...

Read More »

ໄຟຟ້າລາວ ຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ

ບໍລິສັດໄຟຟ້າລາວ (ຟຟລ) ເປີດກອງປະຊຸມຄະນະກຳມະການຄົ້ນຄວ້າວິໄນ ເພື່ອປຶກສາຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການ ປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ໃນວັນທີ 27 ມິຖຸນາ 2021 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່, ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໄນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໄນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບສາເຫດ, ທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ, ພ້ອມທັງ ຄົ້ນຄວ້າພິຈາລະ ນາ ມາດຕະການປະຕິບັດວິໄນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມ ເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021 ກ່ຽວກັບມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ, ການສົ່ງໃບບິນ, ...

Read More »

ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ປະທານ ສຂລ, ມີຮອງປະທານ, ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ເຂົ້າຮ່ວມ.ກອງປະຊຸມໄດ້ສັງລວມເອົາໝາກຜົນແຫ່ງການເຄື່ອນໄຫວທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍພາຍໃຕ້ການນຳພາ ຊີ້ນຳຂອງຄະນະປະຈຳພັກ-ຄະນະນຳກະຊວງ ຖວທ ບວກກັບການເຄື່ອນໄຫວຂອງຄະນະນຳ ສຂລ ແລະ ຖັນແຖວນັກຂ່າວທົ່ວປະເທດ ແລະ ໄດ້ຮັບການສະໜັບສະໜູນ, ອຸປະຖຳ ແລະ ຊ່ວຍເຫຼືອອັນລ້ຳຄ່າຫຼາຍດ້ານຈາກການຈັດຕັ້ງທີ່ກ່ຽວຂ້ອງ, ຂະແໜງການທ້ອງຖິ່ນທັງພາກລັດ-ເອກະຊົນ ຈຶ່ງສາ ມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນໄດ້ຈັດການຝຶກອົບຮົມ, ຖະແຫຼງຂ່າວ, ພົບປະກັບອົງການຈັດຕັ້ງລັດ-ສັງຄົມ, ບໍລິສັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ, ໃນນີ້ໄດ້ເຂົ້າຮ່ວມບາງໂຄງການທີ່ຕິດພັນກັບ ສຂລ, ສ້າງກິດຈະກຳຕ່າງໆ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ການຮ່ວມມືກັບອົງການຂ່າວ- ສະມາຄົມນັກຂ່າວຂອງບັນດາປະເທດເພື່ອນມິດ ບົນແນວທາງການຕ່າງປະເທດຂອງພັກ, ລັດຖະບານ ແລະ ບັນຫາອື່ນໆທີ່ຕິດພັນກັບພາລະບົດບາດໜ້າທີ່ຂອງ ສຂລ. ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງ ໃນຮູບແບບທາງໄກ ໜຶ່ງແລວໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ

ໃນວັນທີ 23 ມິຖຸນາ 2021, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນຮູບແບບທາງໄກ ພາຍໃຕ້ຫົວຂໍ້: “ສົ່ງເສີມການຮ່ວມມືໃນການຕ້ານພະຍາດລະບາດ ເພື່ອການຟື້ນຟູແບບຍືນຍົງ (Promoting Cooperation on Combating the Pandemic for Sustainable Recovery”), ໂດຍການເປັນປະທານຂອງທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດຂອງປະເທດຄູ່ຮ່ວມມື ແລະ ຕາງໜ້າອົງການຈັດຕັ້ງສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຈາກພາກພື້ນອາຊີ-ປາຊີຟິກ.ກອງປະຊຸມໄດ້ແລກຄຳຄິດເຫັນ ກ່ຽວກັບການສະກັດກັ້ນ, ເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ປຶກສາຫາລືຜົນກະທົບ ແລະ ມາດຕະການແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຈາກພະຍາດດັ່ງກ່າວ ເປັນຕົ້ນ ແມ່ນການຮ່ວມມືການສະໜອງວັກແຊັງໃຫ້ພຽງພໍ ແລະ ທົ່ວເຖິງ ລວມໄປເຖິງ ມາດຕະການຊ່ວຍເຫລືອຂະແຫນງເສດຖະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ...

Read More »

ກອງປະຊຸມສຳມະນາ ເຜີຍແຜ່ ການເຂົ້າເຖິງຂໍ້ມູນດ້ານ ການຄ້າອາຊຽນ ແລະ ການເຜີຍແຜ່ຂໍ້ມູນນໍາໃຊ້ລະບົບ ASSIST ໃຫ້ສະມາຊິກ ສທຍ

ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງຮ່ວມກັບ ARISE Plus ຈັດກອງປະຊຸມສຳມະນາຂຶ້ນ ທີ່ ໂຮງແຮມ ຄຣາວ-ພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານ Mr. PAUL Mandl Team Leader, ARISE Plus, ທ່ານ ນາງ ສຸພາພອນ ຖາວອນສຸກ ຜູ້ບໍລິຫານໂຄງການ ການຄ້າ ແລະ ພາກເອກະຊົນ, ຜູ້ແທນສະຫະພາບເອີລົບປະຈໍານະຄອນຫລວງວຽງຈັນ ພ້ອມດ້ວຍບັນດານັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ. ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮັບຮູ້, ແລກປ່ຽນບົດຮຽນນຳບັນດາທ່ານນັກວິທະຍາກອນ ກ່ຽວກັບລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂ້າມແດນໃນລະດັບອາຊຽນ. ຄວາມເຂົ້າໃຈຕໍ່ກັບການປຶກສາຫາລືຜ່ານລະບົບອອນລາຍເປັນປະເດັນສໍາຄັນ ແລະ ສາມາດຊ່ວຍນັກທຸລະກິດຂອງບັນດາປະເທດໃນຂອບເຂດອາຊຽນໄດ້ກ້າວຂ້າມສິ່ງກີດຂວາງໄດ້ ແລະ ສາມາດດໍາເນີນທຸລະກິດຕາມແບບວິຖີຊີວິດແບບໃໝ່ໃນຍຸກປັດຈຸບັນ. ໃນພິທີດັ່ງກ່າວທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ປັດຈຸບັນດັ່ງທີ່ພວກເຮົາຮູ້ນຳກັນວ່າພະຍາດໂຄວິດ-19 ຈະແກ່ຍາວຢ່າງຄາດກະບໍ່ໄດ້. ສະນັ້ນ, ຈໍາເປັນສັງຄົມເຮົາຕ້ອງດໍາລົງຊີວິດຕາມແບບວິຖີຊີວິດແບບໃໝ່ (New normal) ...

Read More »

ສປປ ລາວ ຍັງຕ້ອງການວັກຊິນ 7 ແສນກວ່າໂດສ ເພື່ອບັນລຸເປົ້າໝາຍການສັກວັກຊິນໃນປີ 2021

ໃນໂອກາດເຂົ້າຮ່ວມເວທີສົນທະນາ ກ່ຽວກັບວັກຊິນ ແລະ ການສັກວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 22 ມິຖຸນາ 2021, ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ປັດຈຸບັນພວກເຮົາຍັງມີຊ່ອງຫວ່າງ ຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊິນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 7 ແສນກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍໄວ້ໃນທ້າຍປີ 2021. ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນ ຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫລື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານ ເພື່ອມາຈັດຊື້ວັກຊິນ. ພ້ອມນັ້ນ, ກໍໄດ້ມີການສົບທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້ສະເໜີ ສືບຕໍ່ການສະໜັບສະໜູນ ແລະ ຊື້ຈາກ ສປ ຈີນ ຕື່ມອີກ, ເຊິ່ງຖ້າຫາກລໍຖ້າແຕ່ການຊ່ວຍເຫລືອຈາກໂຄງການສະໜອງວັກຊິນ ຫລື COVAX ແມ່ນຈະໄດ້ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊິນໃຫ້ກັບຫລາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນເຂົ້າຮັບວັກຊິນເຂັມທີ ...

Read More »

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ. ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ...

Read More »

ນະຄອນຫລວງວຽງຈັນ ມີແຜນສືບຕໍ່ສັກວັກຊິນໃຫ້ຄົບທຸກຄົນ

ປັດຈຸບັນ ການສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ, ແມ່ນເປັນທີ່ຕ້ອງການຂອງພໍ່ແມ່ປະຊາຊົນ ເປັນຈຳນວນຫລາຍ, ເຊິ່ງໄລຍະຜ່ານມາເຮັດໃຫ້ບາງຈຸດ ບໍລິການສັກວັກຊິນ ມີຄວາມແອອັດ, ສັບສົນຫລາຍ ແລະ ເກີດມີຫາງສຽງຕ່າງໆນາໆທີ່ບໍ່ດີ ຢູ່ໃນສັງຄົມ ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ. ຂະນະດຽວກັນ, ນະຄອນຫລວງວຽງຈັນ ກໍໄດ້ມີການຢືນຢັນວ່າ ຍັງມີແຜນສືບຕໍ່ສັກວັກຊິນ ເປັນແຕ່ລະໄລຍະໃຫ້ພໍ່ແມ່ປະຊາຊົນຈົນກວ່າຈະຄົບທຸກຄົນ. ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກ ສາທາລະນະສຸກນະ ຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາວ່າ: ວຽກງານການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໃນນະຄອນຫລວງວຽງຈັນ ແມ່ນໄດ້ຈັດຕັ້ງປະຕິບັດສັກວັກຊິນຮອບທີ 2 ເຂັມທີ 1 ແຕ່ວັນທີ 15-25 ມິຖຸນາ 2021 ແລະ ຈະມີແຜນສືບຕໍ່ສັກ ໃຫ້ພໍ່ແມ່ປະຊາຊົນເປັນແຕ່ລະໄລຍະ ຈົນກວ່າຈະຄົບທຸກຄົນ, ເຊິ່ງມີວັກຊິນ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັດສຕາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ໂດຍສະເພາະ ແມ່ນວັກຊິນ Pfizer ທີ່ສັກໃຫ້ກຸ່ມຄົນສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດຊໍາເຮື້ອເທົ່ານັ້ນ, ...

Read More »