ບໍລິສັດໄຟຟ້າລາວ (ຟຟລ) ເປີດກອງປະຊຸມຄະນະກຳມະການຄົ້ນຄວ້າວິໄນ ເພື່ອປຶກສາຫາລືກ່ຽວກັບກໍລະນີໃບບິນຄ່າໄຟຟ້າສູງເກີນຄວາມເປັນຈິງ ແລະ ມາດຕະການ ປະຕິບັດວິໄນ ຕໍ່ຜູ້ກະທຳຜິດ ໃນວັນທີ 27 ມິຖຸນາ 2021 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່, ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໄນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໄນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບສາເຫດ, ທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ, ພ້ອມທັງ ຄົ້ນຄວ້າພິຈາລະ ນາ ມາດຕະການປະຕິບັດວິໄນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມ ເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021 ກ່ຽວກັບມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ, ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ, ຖ້າພະນັກງານບົກຜ່ອງຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າ ໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະ ການເດັດຂາດ ພາຍຫລັງທີ່ຖືກພິຈາລະນາຮອບດ້ານແລ້ວ; ພະນັກງານສັນຍາຈ້າງທີ່ເປັນ ຕົ້ນເຫດຄວາມຜິດ ແມ່ນຈະຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ສໍາລັບພະນັກງານ ຟຟລ ພາຍຫລັງຄະນະກໍາມະການຄົ້ນຄວ້າວິໄນເຫັນວ່າມີຄວາມຜິດ ປະລະໜ້າທີ່ ຫລື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ພາບພົດ ຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບຕາມລະ ບຽບຂອງ ຟຟລ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືວິທີການແກ້ໄຂ ເພື່ອປັບປຸງການບໍລິການໃຫ້ມີປະສິດທິພາບ.
ຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ