ກອງປະຊຸມສຳມະນາ ເຜີຍແຜ່ ການເຂົ້າເຖິງຂໍ້ມູນດ້ານ ການຄ້າອາຊຽນ ແລະ ການເຜີຍແຜ່ຂໍ້ມູນນໍາໃຊ້ລະບົບ ASSIST ໃຫ້ສະມາຊິກ ສທຍ

ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງຮ່ວມກັບ ARISE Plus ຈັດກອງປະຊຸມສຳມະນາຂຶ້ນ ທີ່ ໂຮງແຮມ ຄຣາວ-ພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານ Mr. PAUL Mandl Team Leader, ARISE Plus, ທ່ານ ນາງ ສຸພາພອນ ຖາວອນສຸກ ຜູ້ບໍລິຫານໂຄງການ ການຄ້າ ແລະ ພາກເອກະຊົນ, ຜູ້ແທນສະຫະພາບເອີລົບປະຈໍານະຄອນຫລວງວຽງຈັນ ພ້ອມດ້ວຍບັນດານັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮັບຮູ້, ແລກປ່ຽນບົດຮຽນນຳບັນດາທ່ານນັກວິທະຍາກອນ ກ່ຽວກັບລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂ້າມແດນໃນລະດັບອາຊຽນ. ຄວາມເຂົ້າໃຈຕໍ່ກັບການປຶກສາຫາລືຜ່ານລະບົບອອນລາຍເປັນປະເດັນສໍາຄັນ ແລະ ສາມາດຊ່ວຍນັກທຸລະກິດຂອງບັນດາປະເທດໃນຂອບເຂດອາຊຽນໄດ້ກ້າວຂ້າມສິ່ງກີດຂວາງໄດ້ ແລະ ສາມາດດໍາເນີນທຸລະກິດຕາມແບບວິຖີຊີວິດແບບໃໝ່ໃນຍຸກປັດຈຸບັນ.

ໃນພິທີດັ່ງກ່າວທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ປັດຈຸບັນດັ່ງທີ່ພວກເຮົາຮູ້ນຳກັນວ່າພະຍາດໂຄວິດ-19 ຈະແກ່ຍາວຢ່າງຄາດກະບໍ່ໄດ້. ສະນັ້ນ, ຈໍາເປັນສັງຄົມເຮົາຕ້ອງດໍາລົງຊີວິດຕາມແບບວິຖີຊີວິດແບບໃໝ່ (New normal) ເພື່ອຊ່ວຍກັນພັດທະນາເສດຖະກິດ ແລະ ດ້ານອື່ນໆຂອງ ໂລກໃຫ້ກ້າວໄປຕາມຍຸກສະໄໝ ເຊິ່ງກອງປະຊຸມສໍາມະນາຫົວຂໍ໊ລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂອງອາຊຽນ (ASSIST) ນີ້ ແມ່ນເໝາະສົມທີ່ສຸດຕໍ່ການສ້າງຄວາມເຂັ້ມແຂງໃຫ້ນັກທຸລະກິດທີ່ກໍາລັງດຳເນີນທຸລະກິດຂອງຕົນຢູ່ໃນປັດຈຸບັນ, ລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂອງອາຊຽນ(ASSIST) ແມ່ນລະບົບໃຫ້ຄໍາປຶກສາທາງອອນລາຍ ທີ່ເອື້ອອໍານວຍຄວາມສະດວກໃຫ້ພວກເຮົາສາມາດຊອກຫາວິທີແກ້ໄຂຂໍ້ຫຍຸ້ງຍາກທີ່ພາກເອກະຊົນໃນຂົງເຂດອາຊຽນປະສົບພົບພໍ໊ກ່ຽວກັບການຄ້າ ແລະການລົງທຶນຂ້າມແດນໃນຍຸກປັດຈຸບັນ.

ສຸດທ້າຍນີ້ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຟັງການສໍາມະນາໃນມື້ນີ້ຈະຈົດກ່າຍລະອຽດເພື່ອຈະນໍາໄປໝູນໃຊ້ຢ່າງມີປະສິດທິຜົນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ມື້ຕໍ່ໄປພວກເຮົາຍັງຈະມີກອງປະຊຸມເຝິກອົບຮົມຄູເຝິກກ່ຽວກັບ ລະບົບໃຫ້ຄໍາປຶກສາດ້ານຄ້າ, ການບໍລິການ ແລະ ການລົງທຶນຂອງອາຊຽນ (ASSIST) ອີກ, ເພື່ອຈະໃຫ້ບັນດາຄູເຝິກ ຈາກສະມາຄົມຕ່າງໆ ທີ່ເຂົ້າຮ່ວມໄດ້ເປັນກໍາລັງແຮງໜຶ່ງໃນ ສປປລາວ ກ່ຽວກັບວຽກງານ (ASSIST).

Comments