ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນ ໂຄວິດ ໃຫ້ເຂັ້ມງວດຫລາຍຂຶ້ນກວ່າເກົ່າ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຫ້າມຈັດງານລ້ຽງສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫລຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດໂຄວິດ-19.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະ ຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 29 ມິຖຸນາ 2021 ນີ້ ວ່າ: ພວກເຮົາຍັງມີຄວາມສ່ຽງໃນການຕິດເຊື້ອ ເນື່ອງຈາກວ່າມີສາຍເຫດການແຜ່ລະບາດໃນຊຸມຊົມເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີກໍລະນີການຈຳກັດບໍລິເວນບໍ່ທັນເຄັ່ງຄັດ, ຍັງມີການຊຸມແຊວ ແລະ ແຮງງານທີ່ກັບມາແຕ່ຕ່າງປະເທດຍັງເພີ່ມຂຶ້ນ. ສະນັ້ນ, ຂໍໃຫ້ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫລື ມີການລັກເປີດບໍລິການ, ຊຶ່ງຈະມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ. ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວ ແລະ ທຸກຄົນໃນສັງຄົມ ຈົ່ງເປັນຫູເປັນຕາຊ່ວຍຕິດ ຕາມສະພາບການໃນສັງຄົມ, ຖ້າພົບເຫັນການລະເມີດມາດຕະການ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອດຳເນີນການແກ້ໄຂໃຫ້ທັນການ.

อาจเป็นรูปภาพของ 1 คน และข้อความ

ດັ່ງທີ່ພວກເຮົາຮູ້ແລ້ວວ່າ ສະພາບການລະບາດຢູ່ບັນດາປະເທດໃກ້ຄຽງ ຍັງຮຸນແຮງ ແລະ ອາດຈະມີກໍລະນີລັກລອບເຂົ້າເມືອງແບບຜິດກົດໝາຍ. ສະນັ້ນ, ຂໍຮຽກຮ້ອງມາຍັງ ບັນດາຂະແໜງການ, ອົງ ການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຕິດຕາມ ກວດກາຕາມລຳນ້ຳເຂດຊາຍແດນລະຫວ່າງປະເທດ ແລະ ຊາຍແດນທາງບົກ ເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ. ພ້ອມກັນນັ້ນ, ຂໍໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ໃຫ້ປະຕິບັດມາດຕະການຈຳກັດບໍລິເວນຢ່າງເຄັ່ງຄັດ ໂດຍສະເພາະໄລຍະລໍຖ້າຜົນການກວດຫາເຊື້ອ ກໍຄືພາຍຫລັງມາເກັບຕົວຢ່າງກວດຫາເຊື້ອ ໃຫ້ຈຳກັດຕົວເອງຢູ່ເຮືອນຂອງຕົນ, ບໍ່ໃຫ້ເດີນທາງໄປໃສ, ເມື່ອຜົນກວດອອກເປັນລົບ ກໍຕ້ອງສືບຕໍ່ຈຳກັດບໍລິເວນໃຫ້ຄົບ 14 ວັນ.

ຄຽງຄູ່ກັນນັ້ນ, ສິ່ງສຳຄັນໃນການເຄື່ອນໄຫວດຳລົງຊີວິດປະຈຳວັນ ຂໍໃຫ້ທຸກຄົນປະຕິບັດມາດຕະ ການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື ເປັນປະຈຳ. ຖ້າພວກເຮົາຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍຈະຊ່ວຍໃຫ້ຈໍານວນຜູ້ຕິດເຊື້ອຫລຸດລົງ ແລະ ລັດຖະບານ ຈຶ່ງຈະສາມາດມີມາດຕະການຜ່ອນຜັນໄດ້ຕື່ມອີກ.

Comments