ລາວ-ມາຣົກ ລົງນາມວ່າດ້ວຍການຍົກ ເວັ້ນວິຊາ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງສອງສະຖາບັນ

ໃນວັນທີ 25 ມິຖຸນາ 2021, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ມີພິທີລົງ ນາມໃນສັນຍາວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ໜັງສືຜ່ານແດນລັດຖະການ ຂອງສອງປະເທດ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ສປປ ລາວ ແລະ ວິທະຍາຄານການທູດ ແຫ່ງຣາຊະອາ ນາຈັກມາຣົກ.ລົງນາມໃນພິທີດັ່ງກ່າວ, ຕາງໜ້າໃຫ້ລັດ ຖະບານ ປປປ ລາວ ແມ່ນທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານມາຣົກ ແມ່ນທ່ານ ອານເດລອີລາ ເອລ ຮຸດສະນີ (Andelilha El Housni), ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອາ ນາຈັກ ມາຣົກ ປະຈໍາ ສປປ ລາວ ທີ່ມີສຳນັກ ງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

อาจเป็นรูปภาพของ 4 คน และผู้คนกำลังยืน

ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ຣາຊະອານາຈັກມາຣົກ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 30 ມັງກອນ 1997. ນັບແຕ່ການສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມາຣົກ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍທັງສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະ ດັບ. ສ່ວນ ຝ່າຍລັດຖະບານມາຣົກ ໄດ້ໃຫ້ທຶນຊ່ວຍເຫຼືອດ້ານການສ້າງຊັບພະຍາ ກອນມະນຸດໃຫ້ແກ່ຝ່າຍລາວ ດ້ານຂະ ແໜງການຕ່າງປະເທດ ແລະ ຂະແໜງພະລັງງານ. ນອກຈາກນັ້ນ, ທັງສອງຝ່າຍ ກໍໄດ້ໃຫ້ການຮ່ວມມື ແລະ ການສະໜັບ ສະໜູນ ຊຶ່ງກັນແລະກັນ ທັງໃນຂອບສອງຝ່າຍ, ພາກພື້ນ ແລະ ສາກົນ.

อาจเป็นรูปภาพของ 8 คน และผู้คนกำลังยืน

ຫລັງຈາກພິທີລົງນາມ, ທ່ານ ເອກອັກຄະລັດຖະທູດ ຂອງທັງສອງປະເທດ ໄດ້ສະແດງຄວາມປິຕິຍິນດີ ແລະ ເຊື່ອໝັ້ນວ່າ ສັນຍາວ່າດ້ວຍການຍົກເວັ້ນວິຊາ ທາງການທູດ ແລະ ລັດຖະການ, ແລະ ບົດບັນທຶກຄວາມເຈົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດຂອງ ສປປ ລາວ ແລະ ວິທະ ຍາຄານການທູດ ຂອງ ຣາຊະອານາຈັກມາຣົກ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຫາສູ່ ເພື່ອແລກປ່ຽນການຢ້ຽມຢາມສັນຖະໄມຕີ ແລະ ການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນ ໃນຂະແໜງການຕ່າງໆ ຂອງເຈົ້າໜ້າທີ່ຂອງທັງສອງປະເທດ ເພື່ອ ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ທີ່ມີມາແລ້ວນັ້ນ ໃຫ້ມີການຂະຫຍາຍຕົວເພີ່ມສູງຂື້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ມາຣົກ ໃນຊຸມປີຕໍ່ໜ້າ.

อาจเป็นรูปภาพของ 7 คน, ผู้คนกำลังยืน และสถานที่ในร่ม

ແຫຼ່ງທີ່ມາ: Lao National Radio

Comments