ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ປະທານ ສຂລ, ມີຮອງປະທານ, ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ເຂົ້າຮ່ວມ.ກອງປະຊຸມໄດ້ສັງລວມເອົາໝາກຜົນແຫ່ງການເຄື່ອນໄຫວທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍພາຍໃຕ້ການນຳພາ ຊີ້ນຳຂອງຄະນະປະຈຳພັກ-ຄະນະນຳກະຊວງ ຖວທ ບວກກັບການເຄື່ອນໄຫວຂອງຄະນະນຳ ສຂລ ແລະ ຖັນແຖວນັກຂ່າວທົ່ວປະເທດ ແລະ ໄດ້ຮັບການສະໜັບສະໜູນ, ອຸປະຖຳ ແລະ ຊ່ວຍເຫຼືອອັນລ້ຳຄ່າຫຼາຍດ້ານຈາກການຈັດຕັ້ງທີ່ກ່ຽວຂ້ອງ, ຂະແໜງການທ້ອງຖິ່ນທັງພາກລັດ-ເອກະຊົນ ຈຶ່ງສາ ມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນໄດ້ຈັດການຝຶກອົບຮົມ, ຖະແຫຼງຂ່າວ, ພົບປະກັບອົງການຈັດຕັ້ງລັດ-ສັງຄົມ, ບໍລິສັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ, ໃນນີ້ໄດ້ເຂົ້າຮ່ວມບາງໂຄງການທີ່ຕິດພັນກັບ ສຂລ, ສ້າງກິດຈະກຳຕ່າງໆ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ການຮ່ວມມືກັບອົງການຂ່າວ- ສະມາຄົມນັກຂ່າວຂອງບັນດາປະເທດເພື່ອນມິດ ບົນແນວທາງການຕ່າງປະເທດຂອງພັກ, ລັດຖະບານ ແລະ ບັນຫາອື່ນໆທີ່ຕິດພັນກັບພາລະບົດບາດໜ້າທີ່ຂອງ ສຂລ.

อาจเป็นรูปภาพของ 1 คน

ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ມອບໝາຍໜ້າວຽກອັນລະອຽດໃຫ້ແກ່ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ຈະຕ້ອງສຸມໃສ່ໃນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍທີ່ຈະໝູນວຽກມາບັນຈົບຄົບຮອບ 71 ປີ (ວັນທີ 13 ສິງຫາ 1950 – 13 ສິງຫາ 2021) ແລະ ການກະກຽມຄວາມພ້ອມຮອບດ້ານກ່ຽວກັບແຜນຈັດກອງປະຊຸມ ສຂລ ທົ່ວປະເທດທີ່ກຳລັງຈະນຳສະເໜີຜ່ານການນຳກະຊວງ ຖວທ ເພື່ອພິຈາລະນາໃນຕໍ່ໜ້າ, ຂະນະດຽວກັນກໍກະກຽມຮ່າງລາຍງານເມືອງ-ແຜນການດຳເນີນງານ, ເລືອກເຟັ້ນບຸກຄະລາກອນທີ່ຈະສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານຊຸດໃໝ່, ເພີ່ມການພົວພັນຮ່ວມມືລະ ຫວ່າງພະນັກງານດ້ວຍກັນ, ລະຫວ່າງ ສຂລ ກັບພາກສ່ວນກ່ຽວຂ້ອງ ລວມທັງການຮ່ວມມືກັບບັນດາສະມາຄົມນັກຂ່າວປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ ລວມທັງອາຊຽນ ແລະ ສາກົນ ຕາມການຕົກລົງຂອງຂັ້ນເທິງ.

อาจเป็นรูปภาพของ 2 คน, เด็ก, ผู้คนกำลังนั่ง และผู้คนกำลังยืน

ນອກນີ້ຍັງຈະຊອກຫາແຫຼ່ງທຶນ ການສ້າງກິດຈະກຳໃນວັນສຳຄັນຕ່າງໆ, ຈັດຝຶກອົບຮົມພາຍຫຼັງທີ່ສັງຄົມປອດພະຍາດໂຄວິດ, ທ່ານປະທານ ສຂລ ປະສານກັບພາກສ່ວນກ່ຽວຂ້ອງ ແລະ ຂໍທິດຊີ້ນຳຈາກຂັ້ນເທິງ ເພື່ອເຮັດໃຫ້ດຳລັດວ່າດ້ວຍນາມມະຍົດນັກຂ່າວ ແລະ ການຍ້ອງຍໍໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງ, ຖືກທິດ ແລະ ທັນເວລາ ເພື່ອຮັບປະກັນໃຫ້ ສຂລ ດຳເນີນງານໄປດ້ວຍປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

อาจเป็นรูปภาพของ 4 คน, ผู้คนกำลังนั่ง และผู้คนกำลังยืน

Comments