ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບສູງ ໃນຮູບແບບທາງໄກ ໜຶ່ງແລວໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ

ໃນວັນທີ 23 ມິຖຸນາ 2021, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນຮູບແບບທາງໄກ ພາຍໃຕ້ຫົວຂໍ້: “ສົ່ງເສີມການຮ່ວມມືໃນການຕ້ານພະຍາດລະບາດ ເພື່ອການຟື້ນຟູແບບຍືນຍົງ (Promoting Cooperation on Combating the Pandemic for Sustainable Recovery”), ໂດຍການເປັນປະທານຂອງທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດຂອງປະເທດຄູ່ຮ່ວມມື ແລະ ຕາງໜ້າອົງການຈັດຕັ້ງສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຈາກພາກພື້ນອາຊີ-ປາຊີຟິກ.ກອງປະຊຸມໄດ້ແລກຄຳຄິດເຫັນ ກ່ຽວກັບການສະກັດກັ້ນ, ເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ປຶກສາຫາລືຜົນກະທົບ ແລະ ມາດຕະການແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຈາກພະຍາດດັ່ງກ່າວ ເປັນຕົ້ນ ແມ່ນການຮ່ວມມືການສະໜອງວັກແຊັງໃຫ້ພຽງພໍ ແລະ ທົ່ວເຖິງ ລວມໄປເຖິງ ມາດຕະການຊ່ວຍເຫລືອຂະແຫນງເສດຖະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ຕ່າງໆທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດພະຍາດໂຄວິດ-19 ໃນຊຸມປີຜ່ານມາ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືກັນສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ຢູ່ໃນບັນດາປະເທດຄູ່ຮ່ວມຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ກໍ່ຄືພາກພື້ນອື່ນໆ ໃນອານະຄົດ.

อาจเป็นรูปภาพของ 1 คน และข้อความ

ໃນກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ບັນດາມາດຕະການສໍາຄັນຕ່າງໆ ທີ່ລັດຖະບານໄດ້ວາງອອກ ເພື່ອຮັບມື ແລະ ຕ້ານກັບພະຍາດຮ້າຍແຮງດັ່ງກ່າວໃນແຕ່ລະໄລຍະ. ພ້ອມດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍ່ໄດ້ຖືໂອກາດສຳຄັນນີ້ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ສປ ຈີນ ກໍ່ຄືບັນດາປະເທດເພື່ອນມິດ, ປະເທດຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ ໃນການຮັບມື, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ ສປປ ລາວ.

อาจเป็นรูปภาพของ 5 คน, ผู้คนกำลังยืน และข้อความพูดว่า "BRF VooV Meeting “一带一路” 亚太区域国é际合作高级别会议 Asia and Pacific High-level Conference on Belt and Road Cooperation 01:54:40 ©Kyrgyz Republic Cambodia Colombia. ↓China Afghanistan Viet Nam Kazakhstan Turkmenistan. Thailand HAILAND Malaysia. Russia Indonesia United Arab Emirates Brunei Darussalam Bangladesh Chile Nepal LAO PDR Mongolia DNCOLB &Maldives &Myanmar nvite The Philippines. English Emoji Leave"

ກອງປະຊຸມຄັ້ງນີ້, ໄດ້ສະໜັບສະໜູນ 2 ຂໍ້ລິເລີ່ມໃໝ່ ຂອງ ສປ ຈີນ ຄື: “ຂໍ້ລິເລີ່ມ ວ່າດ້ວຍ ການຮ່ວມມືດ້ານວັກແຊັງຕ້ານໂຄວິດ-19 ສໍາລັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ຂໍ້ລິເລີ່ມ ວ່າດ້ວຍ ການພັດທະນາສີຂຽວ ສຳລັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງເປັນຂໍ້ລິເລີ່ມສຳຄັນທີ່ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດສີຂຽວ, ພະລັງງານສະອາດ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຂົງເຂດການເງິນທີ່ທັນສະໄໝ ກໍ່ຄື ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.

อาจเป็นรูปภาพของ 7 คน และผู้คนกำลังยืน

ຂ່າວ-ຮູບ: ກະຊວງການຕ່າງປະເທດ

Comments