ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ພົບປະຫາລືກັນ ທີ່ນະຄອນຫລວງຮ່າໂນ້ຍ

ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມພົບປະ ກັບ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ ນະຄອນຫລວງຮ່າໂນ້ຍ, ເນື່ອງໃນໂອກາດທີ່ ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດລາວ ຕິດຕາມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ລະຫວ່າງ ວັນທີ 28-29 ມິຖຸນາ 2021.

อาจเป็นรูปภาพของ 1 คน และกำลังยืน

ໃນໂອກາດນີ້, ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະ ກັບ ສະຫາຍ ສະເຫລີມໄຊ ກົມມະສິດ, ຊຶ່ງຖືວ່າ ສະຫາຍ ລັດ ຖະມົນຕີຕ່າງປະເທດລາວ ເປັນແຂກຕ່າງປະເທດ ຄະນະທໍາອິດ ທີ່ໄດ້ຢ້ຽມຢາມຕຶກກະຊວງການຕ່າງ ປະເທດຫວຽດນາມ ພາຍຫລັງທີ່ ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ຮັບເລືອກຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.

อาจเป็นรูปภาพของ 1 คน และกำลังยืน

ສອງຝ່າຍໄດ້ຕີລາຄາສູງ ຕໍ່ການປະສານງານກັນເປັນຢ່າງດີ ຂອງສອງຝ່າຍ ໃນການກະກຽມໃຫ້ແກ່ການຢ້ຽມຢາມ ສັນຖະວະໄມຕີ ຢ່າງເປັນທາງການຄັ້ງທຳອິດ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ. ຝ່າຍລາວ ໄດ້ຕີລາຄາສູງ ຕໍ່ການກະກຽມອັນຮອບດ້ານຂອງຝ່າຍຫວຽດນາມ, ເຖິງແມ່ນວ່າການຢ້ຽມຢາມຈະມີຂຶ້ນໃນໄລຍະເວລາ ທີ່ສອງປະເທດພວມຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ການຢ້ຽມ ຢາມແມ່ນຮັບປະກັນໄດ້ທັງຮູບແບບພິທີການສູງສຸດ, ເນື້ອໃນຄົບຖ້ວນທີ່ສຸດ ແລະ ຄວາມປອດໄພທີ່ສຸດ.ພ້ອມນີ້, ສອງຝ່າຍໄດ້ຮ່ວມກັນຕີລາຄາ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ. ໃນນີ້, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ຕະຫລອດໄລຍະຜ່ານມານັ້ນ ການຮ່ວມມືສອງຝ່າຍ ລາວ-ຫວຽດ ນາມ ມີການຂະຫຍາຍຕົວທີ່ນັບມື້ນັບມີປະສິດທິຜົນ ແລະ ກວ້າງຂວາງ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ກໍ່ມີຄວາມໃກ້ ຊິດສະໜິດສະໜົມ ແລະ ມີຄວາມຈິງໃຈ ຢ່າງສະເໝີຕົ້ນສະເໝີປາຍ ເພື່ອເປັນຂົວຕໍ່ ລະຫວ່າງ ບັນ ດາຂະແໜງການຂອງທັງສອງຝ່າຍ. ນອກຈາກນີ້, ລັດຖະມົນຕີທັງສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະເພື່ອເສີມຂະຫຍາຍບົດບາດການເປັນເສນາທິການ ຂອງ ກະຊວງການຕ່າງປະເທດ ໃຫ້ແກ່ການນຳຂັ້ນສູງ ລາວ-ຫວຽດນາມ, ຊຶ່ງໃນຕໍ່ໜ້າ ສອງກະຊວງການຕ່າງປະເທດ ຈະຮ່ວມກັນສຸມໃສ່ຫລາຍວຽກທີ່ສຳຄັນ ເປັນຕົ້ນແມ່ນ ການຮ່ວມກັນປະສານງານເພື່ອຈັດພິທີມອບ-ຮັບ ໂຄງການສະພາແຫ່ງຊາດ ລາວ ທີ່ໃກ້ຈະສຳເລັດສົມບູນ, ການຈັດກອງປະຊຸມສະຫລຸບຮູບແບບການທົດລອງກົນໄກກວດກາປະຕູດຽວຈຸດດຽວ, ການເປີດນໍາໃຊ້ດ່ານສາກົນ ດັກຕະອ໊ອກ (ແຂວງເຊກອງ) – ນາມຢາງ (ແຂວງກວາງນາມ), ຮ່ວມກັນສ້າງແຜນກິດຈະກຳເພື່ອສະເຫລີມສະ ຫລອງ ສອງວັນປະຫວັດສາດຂອງສອງຊາດ ໃນປີ 2022 ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃຫ້ມີຄວາມຟົດຟື້ນ ແລະ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ກໍ່ຄືການກະກຽມໃຫ້ແກ່ການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳຂັ້ນສູງສອງປະເທດ ຊຶ່ງເປັນປະເພນີປະຕິບັດປະຈໍາ ລະຫວ່າງສອງປະເທດ, ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືຕ່າງໆ ທີ່ການນໍາສອງປະເທດໄດ້ຕົກລົງຮ່ວມກັນ ໃນນັ້ນກໍ່ມີການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງ ກະຊວງການຕ່າງປະເທດ ໄລຍະ 2021-2025 ກໍ່ຄືການຮ່ວມມືດ້ານການທູດເສດຖະກິດ.

ພ້ອມກັນນີ້, ສອງລັດຖະມົນຕີ ໄດ້ໃຫ້ຄໍາໝັ້ນສັນຍາຮ່ວມກັນວ່າຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ ເກີດດອກອອກຜົນ ແລະ ນໍາເອົາປະໂຫຍດຕົວຈິງຮ່ວມກັນຂອງປະຊາຊົນສອງຊາດ.

ໃນໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕອບຮັບຄຳເຊີນ ຂອງ ສະຫາຍ ບຸ່ຍ ແທັງ ເຊີນ ໃນການເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 8 ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນທ້າຍປີ 2021 ນີ້. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ກໍ່ໄດ້ເຊື້ອເຊີນ ສະຫາຍ ບຸ່ຍ ແທັງ ເຊີນ ເດີນທາງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນເວລາທີ່ມີຄວາມສະດວກ.

Comments