ໃນໂອກາດເຂົ້າຮ່ວມເວທີສົນທະນາ ກ່ຽວກັບວັກຊິນ ແລະ ການສັກວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 22 ມິຖຸນາ 2021, ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ປັດຈຸບັນພວກເຮົາຍັງມີຊ່ອງຫວ່າງ ຕໍ່ກັບຄວາມຮຽກຮ້ອງຕ້ອງການວັກຊິນກັນພະຍາດໂຄວິດ-19 ແມ່ນຍັງບໍ່ພຽງພໍ ຕໍ່ຄວາມຮຽກຮ້ອງຕ້ອງການທີ່ຈະບັນລຸ 50% ປະມານ 7 ແສນກວ່າໂດສ ຕາມທີ່ລັດຖະບານໄດ້ວາງຄາດໝາຍໄວ້ໃນທ້າຍປີ 2021.

ຕໍ່ກັບບັນຫາດັ່ງກ່າວ, ທາງລັດຖະບານ ສປປ ລາວ ໄດ້ມີການລະດົມທຶນ ຈາກພາກເອກະຊົນເຂົ້າມາໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ບັນດາໂຮງຈັກ, ໂຮງງານ ຫລື ພາກທຸລະກິດ ໃຫ້ເຂົ້າມາມີສ່ວນຮ່ວມໃນການຈັດສັນຫາງົບປະມານ ເພື່ອມາຈັດຊື້ວັກຊິນ. ພ້ອມນັ້ນ, ກໍໄດ້ມີການສົບທົບກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍໄດ້ສະເໜີ ສືບຕໍ່ການສະໜັບສະໜູນ ແລະ ຊື້ຈາກ ສປ ຈີນ ຕື່ມອີກ, ເຊິ່ງຖ້າຫາກລໍຖ້າແຕ່ການຊ່ວຍເຫລືອຈາກໂຄງການສະໜອງວັກຊິນ ຫລື COVAX ແມ່ນຈະໄດ້ຊ້າ ເພາະໂຄງການດັ່ງກ່າວ ໄດ້ມີການສະໜອງວັກຊິນໃຫ້ກັບຫລາຍປະເທດໃນໂລກ. ມາຮອດປັດຈຸບັນ ປະຊາຊົນເຂົ້າຮັບວັກຊິນເຂັມທີ 1 ບັນລຸໄດ້ 11,26% ຫລື 826.031 ຄົນ ແລະ ເຂັມທີ 2 ບັນລຸ 6,56% ຫລື 481.406 ຄົນ.
ທ່ານ ດຣ. ພອນປະເສີດ ອຸນາພົມ ຍັງໃຫ້ຮູ້ຕື່ມວ່າ: ການຈະບັນລຸເປົ້າໝາຍໃນການສັກວັກຊິນນັ້ນ, ແມ່ນຂຶ້ນກັບປັດໄຈຂອງວັກຊິນ ເຊິ່ງສະພາບການຈັດຕັ້ງປະຕິບັດ ແລະ ຄວາມຕ້ອງການຂອງປະຊາຊົນແມ່ນສູງຫລາຍ ໂດຍພາຍຫລັງທີ່ຂະແໜ່ງການຕ່າງໆ ໄດ້ມີມາດຕະການອອກມາ ເປັນ ຕົ້ນແມ່ນ ຜູ້ທີ່ຕ້ອງການເດີນທາງແມ່ນຕ້ອງມີໃບສັກຢາວັກຊິນ ເຮັດໃຫ້ມີຜູ້ຄົນໄປສັກວັກຊິນຢ່າງຫລວງຫລາຍ. ຖ້າມີວັກຊິນຢ່າງພຽງພໍ ຈະສາມາດບັນລຸຕໍ່ເປົ້າໝາຍ 50% ໃນທ້າຍປີ 2021 ນີ້ໄດ້, ປັດຈຸບັນລາວເຮົາ ໄດ້ຮັບການຢັ້ງຢືນຈາກໂຄງການສະໜອງວັກຊິນ ຫລື COVAX, ຈາກທະນາຄານໂລກ ແລະ ລັດຖະບານຈີນ, ເຊິ່ງພວກເຮົາມີຕົວເລກການໄດ້ຮັບວັກຊິນ ເພີ່ມອີກ 6.660.084 ໂດສ, ເຊິ່ງຈຳນວນວັກຊິນເຫລົ່ານີ້ ຈະເຂົ້າມາທັນກຳນົດໃນປີ 2021 ຫລື ບໍ່.
ຂ່າວ: ຂປລ