ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມິຖຸນາ 2021 ໄດ້ຈັດຂຶ້ນໃນວັນທີ 1-2 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ ຄື: ຮັບຟັງການລາຍງານການກະກຽມກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ, ຄົ້ນຄວ້າການກໍານົດຫົວຂໍ້ແຜນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດປະຈໍາ ປີ 2021, ການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX, ການຊີ້ນໍາ, ພິຈາລະນາ ແລະ ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດໃນໄລຍະຜ່ານມາ, ລາຍງານກ່ຽວກັບການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ລາຍງານຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II, ກອງປະຊຸມທາງໄກລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະ ສສຊ ປະຈໍາເຂດເລືອກຕັ້ງ (ການຄົ້ນຄວ້າ ກົງຈັກເສນາທິການຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II), ແຜນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນການເຄື່ອນໄຫວ ລົງປະກາດການສ້າງຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທົ່ວປະເທດ, ພິຈາລະນາຮັບຮອງເອົາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ການສ້າງ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ລາຍງານຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນຂົງເຂດວຽກງານວັດທະນະທໍາ-ສັງຄົມ, ການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບການອວ່າຍໜີ້ສາມແຈ ແລະ ອອກພັນທະບັດໂດຍກົງໄລຍະທີ 1 ວົງເງິນ 5.000 ຕື້ກີບ, ການຂໍພິຈາລະນາຍົກເວັ້ນພາສີ-ອາກອນ ສໍາລັບການນໍາເຂົ້າໜັງສືຜ່ານແດນ, ສະຕິກເກີ ວີຊາ ແລະ ອຸປະກອນຕ່າງໆ ເພື່ອມາຮັບໃຊ້ໂຄງການໜັງສືຜ່ານແດນເອເລັກໂຕຣນິກ (E Passport) ຂອງກົມກົງສູນກະຊວງການຕ່າງປະເທດ, ການສະເໜີປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງປີ 2016), ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍລະບົບການຊໍາລະ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົດໝາຍວ່າດ້ວຍການກວດກາລັດ ແລະ ກົດ ໝາຍວ່າດ້ວຍແຮ່ທາດ, ລາຍງານຄວາມກຽມພ້ອມ ຂອງກົດໝາຍທີ່ພົວພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງ ຊາດ, ລາຍງານຄວາມກຽມພ້ອມຂອງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ມີ 2 ກົດໝາຍ ຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ (ສະບັບປັບປຸງ), ລາຍງານການເຄື່ອນໄຫວວຽກງານພົວພັນລັດຖະສະພາຫຼາຍຝ່າຍ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານລັດຖະສະພາໃນ 5 ປີຕໍ່ໜ້າ, ສະຫຼຸບຕີລາຄາການພົວພັນ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນໄລຍະ 5 ປີ (2016-2020) ແລະ ທິດທາງແຜນການພົວພັນຮ່ວມມື ໃນ 5 ປີ ຕໍ່ໜ້າ (2021-2025), ລາຍງານກ່ຽວກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບັນຫາອື່ນໆອີກ.
