ຂ່າວ ພາຍໃນປະເທດ

ທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບຂອງ ທະນາຄານ

ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດພິທີທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL One) ໃນວັນທີ 14 ພະຈິກ 2018 ທີ່ກະຊວງການເງິນ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ທ່ານ ນາງ ເພັດມາລາພອນ ວົງຈັນ ຮອງສູນບໍລິການເອເລັກໂຕຣນິກ ແລະ ຜະລິດຕະພັນບັດ ພ້ອມດ້ວຍພະນັກງານວິຊາການຈາກກົມ ແລະ ທະນາຄານເຂົ້າຮ່ວມ. ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກົມສ່ວຍສາອາກອນ ເລີ່ມຕົ້ນການຮ່ວມມືກັບ ທຄຕລ ຄັ້ງທໍາອິດ ແມ່ນການພັດທະນາລະບົບ ຮັບຊໍາລະຄ່າທໍານຽມໃນທ້າຍປີ 2017 ເຊິ່ງໄດ້ປະສົບຜົນສໍາເລັດໃນລະດັບທີ່ໜ້າພໍໃຈ ໂດຍໄດ້ຮັບຄວາມສົນໃຈ ແລະ ຄວາມເຊື່ອຖືຈາກສັງຄົມຢ່າງກວ້າງຂວາງ ໂດຍສືບເນື່ອງມາຈາກໂຄງການດັ່ງກ່າວ ລັດຖະບານຈຶ່ງເລັ່ງເຫັນໄດ້ວ່າ: ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານທະນາຄານນີ້ ເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນ ແລະ ພາກລັດ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນເວລາ ຖືກຕ້ອງ ມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນໄດ້. ການຊໍາລະພາສີທີ່ດິນສາມາດຊໍາລະໄດ້ 3 ຊ່ອງທາງຄື: ...

Read More »

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໄຂຂຶ້ນຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດ ສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”. ໃນກອງປະຊຸມ ຄັ້ງທີ 33 ນີ້ ຜູ້ນຳອາຊຽນໄດ້ປຶກສາຫາລື ກ່ຽວກັບການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດ “ດີຈີຕອນ” ແລະ ການປະຕິວັດອຸດສາຫະກໍາ 4.0 ທີ່ເຕັກໂນໂລຊີ ມີການພັດທະນາຢ່າງໄວວາ. ພ້ອມນີ້ ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ...

Read More »

ທ່ານ ນາຍົກ ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 33.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.    ກອງປະຊຸມຄັ້ງທີ 33 ນີ້, ຜູ້ນຳອາຊຽນ ໄດ້ປຶກສາຫາລື ກ່ຽວກັບການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນ ມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາ ຫະກຳ 4.0 ທີ່ເຕັກໂນໂລຊີ ມີການພັດທະນາຢ່າງໄວວາ. ພ້ອມນີ້, ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງ ພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ...

Read More »

ອົງການພຸດທະສາສະໜາ 3 ປະເທດ ລົງນາມບົດບັນທຶກຊ່ວຍຈໍາ

ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1   ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ພະຈິກ 2018 ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ: “ເພີ່ມທະວີມູນເຊື້ອສາຍພົວພັນ ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ”.      ພາຍຫຼັງສໍາເລັດກອງປະຊຸມ ກໍໄດ້ມີການລົງນາມໃນບົດບັນທຶກຊ່ວຍຈໍາ ການຮ່ວມມືລະຫວ່າງອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ. ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສໍາພັນລາວ-ກຳປູເຈຍ ລົງນາມໂດຍ ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ ແລະ ສົມເດັດ ພຣະອະກາມະຫາ ພຣະສັງຂະຣາດ ດິປາຕິ ເທບພຣະວົງ ປະທານອົງການພຸດທະສາສະໜາ ແຫ່ງ ຣາຊະອານາຈັກກຳປູເຈຍ. ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສໍາພັນລາວ-ຫວຽດນາມ ລົງນາມໂດຍ ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ ...

Read More »

ຫວຽດນາມ ຄາດວ່າ ທຸລະກິດ E – Commerce ຈະເຕີບໂຕ 20% ພາຍໃນປີ 2020

ປັດຈຸບັນ, ຈຳນວນຜູ້ນຳໃຊ້ອິດເຕີເນັດໃນຫວຽດນາມມີປະມານ 50 ລ້ານຄົນ ເທົ່າກັບ 54% ຂອງປະຊາກອນທັງໝົດ, ຂໍ້ມູນູຈາກ  Statista.com ໄດ້ລະບຸວ່າ ໃນຈຳນວນນີ້ປະມານ 35.4 ລ້ານຄົນເປັນຜູ້ໃຊ້ E – Commerce  ແລະ ໃນປີ  2018 ຄາດວ່າເພີ່ມເປັນ 37.3 ລ້ານຄົນ. ໂດຍອາດຈະເພີ່ມເປັນ 42 ລ້ານຄົນໃນປີ 2021 ຄ່າໃຊ້ຈ່າຍໃນການຊື້ເຄື່ອງໃຊ້ບໍລິການອອນໄລ໌ ສະເລ່ຍຢູ່ທີ 62 ໂດລາສະຫະລັດ/ຄົນ/ປີ ໃນປີ 2017 ແລະ ອາດສູງ 91 ໂດລາໃນປີ 2021. ກົມການຄ້າອອນໄລ໌ ແລະ ເຕັກໂນໂລຊີຂອງຫວຽດນາມ (Vietnam E – Commerce and Digital Economy Agency) ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ປະເມີນການວ່າ ໃນໄລຍະປີ 2017-2020 ທຸລະກິດ E – Commerce ໃນຫວຽດນາມຈະຂະຫຍາຍຕົວສະເລ່ຍ 20% ແລະ ຈະມີລາຍໄດ້ຈາກ E – Commerce ...

Read More »

ຫສນຍ ຈັດປາຖະກະຖາ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ.

ໃນຕອນເຊົ້າ ຂອງວັນທີ 13 ພະຈິກ 2018 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປາຖະກະຖາ ກ່ຽວກັບວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຖານທີ່ໜັ້ນຂອງການປະຕິວັດ ຄົບຮອບ 50 ປີ, ໂດຍການໃຫ້ກຽດປາຖະກະຖາ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ; ມີຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ຮັບຮູ້, ເຊື່ອມຊືມ ກ່ຽວກັບປະຫວັດ, ມູນເຊື້ອ, ຄວາມໝາຍຄວາມສຳຄັນ ຂອງເມືອງວຽງໄຊ ກໍຄືມູນເຊື້ອອັນປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດ, ທັງເປັນການລະນຶກ ໄຊຊະນະອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດ ຜົນງານອັນລໍ້າເລີດ, ຄວາມເປັນແບບຢ່າງ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງການນຳຮຸ່ນກ່ອນ. ໂດຍສະເພາະ ປະທານ ໄກສອນ ...

Read More »

ເປີດຈຳໜ່າຍຢ່າງເປັນທາງການໃນປະເທດລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ‘’HUAWEI Mate20’’ ແລະ ‘’HUAWEI Mate 20 Pro’’ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ  ໃນປະເທດລາວຢ່າງຍິ່ງໃຫຍ່, ເປັນສຸດຍອດສະມາດໂຟນແຫ່ງຍຸກ ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກ ແລະ ມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຢູ່ໃນກອບ 4 ຫຼ່ຽມ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວດ້ວຍຄວາມຕື່ນຕາຕື່ນຂອງຜູ້ເຂົ້າຮ່ວມງານທຸກຄົນທີ່ໄດ້ຮັບຟັງ ການນຳສະເໜີ ໂທລະສັບ 2 ລຸ້ນນີ້ ດ້ວຍຟັງຊັນທີ່ຄົບເຄື່ອງເລື່ອງເຕັກໂນໂລຊີທີ່ລໍ້າໜ້າ ສາມາດຕອບໂຈດທຸກການໃຊ້ຊີວິດຂອງຄົນຍຸກນີ້. ພາຍໃນງານຍັງມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງທີ່ສຸດໃນລາວ ທີ່ໄດ້ມາຮ່ວມແຊຣ໌ປະສົບການໃນການໃຊ້ສະມາດໂຟນ Huawei Mate20Pro ໃນການຖ່າຍຮູບ ແລະ ...

Read More »

ຄະນະລັດຖະບານ ຫາລືວຽກງານ ປະຈໍາເດືອນ ພະຈິກ 2018.

ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ໂດຍມີບັນດາສະມາຊິກ ລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈະລະນາ, ປະກອບຄໍາເຫັນເຂົ້າໃສ່ 8 ເອກະສານສໍາຄັນ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ 8 ທີ່ຈະໄຂຂຶ້ນໃນທ້າຍເດືອນ ພະຈິກ 2018 , ເຊິ່ງມີເນື້ອໃນລາຍລະອຽດ ດັ່ງນີ້: ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໃນໄລຍະທີ່ຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າຂອງລັດຖະບານ. 2. ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2018 ແລະ ທິດທາງແຜນປີ 2019. 3. ບົດລາຍງານກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ທີ່ເຫັນວ່າຄຸນນະພາບຕໍ່າ, ມູນຄ່າການກໍ່ສ້າງສູງ ແລະ ແກ່ຍາວເວລາໃນການກໍ່ສ້າງ. 4. ບົດລາຍງານກ່ຽວກັບ ...

Read More »

ປະທານປະເທດ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ

ວັນທີ 12 ພະຈິກ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ນໍາໂດຍພຣະອາຈານໃຫຍ່ ທິກ ທຽນເຍີນ ປະທານສູນກາງ ອົງການພຸດທະສາສະໜາ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມອົງການພຸດທະສະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຂອງ ພຣະອາຈານ ທິກທຽນ ເຢີນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງອົງການພຸດທະສາສະໜາ ລາວ-ຫວຽດນາມ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ. ຂໍ້ມູນຈາກ: ຂປລ.  

Read More »

ສະຫຼຸບຜົນການແຂ່ງຂັນ Carlsberg Golf Classic 2018

ໃນວັນເສົາ ທີ 10 ພະຈິກ 2018 ທີ່ຜ່ານມາ ຢູ່ທີ່ສະໜາມກ໊ອຟ Lakeview ນະຄອນຫຼວງວຽງຈັນ, ບໍລິສັດເບຍລາວ, ໂດຍຜະລິດຕະພັນຂອງເບຍຄລາສເບີກ ໄດ້ຈັດການແຂ່ງຂັນ ຄລາສເບີກ ກ໊ອບ ຄລາສສິກ 2018 ຂຶ້ນເປັນຄັ້ງທີ 2.  ໃຫ້ກຽດເຂົ້າຮ່ວມແຂ່ງຂັນ ໂດຍທ່ານ ກິດສະໜາ ວົງໄຊ ປະມນສະພາບໍລິຫານ, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ຈຳກັດ ແລະ ທ່ານ ເຮັນຣິກ ແອນເດິຊັນ ຜູ້ອຳນວຍການບໍລິສັດເບຍລາວ ຈຳກັດ, ພ້ອມມີນັກກິລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ  100 ຄົນ. ຜູ້ຊະນະເລີດສາຍ ມີແຮນດີເເຄັບ (handicap) ໄດ້ແກ່:  ທ່ານ ລັດຕະນະວົງ ກິນດາວົງ  5 ຄະແນນລວມ: -3 ຮອງຊະນະເລີດອັນດັບ 1  ໄດ້ແກ່ ທ່ານ ທະນູສັກ ພົມມະຈັກ  17 ຄະແນນລວາມ: -2 ຮອງຊະນະເລີດອັນດັບ 2 ໄດ້ແກ່ ທ່ານ ...

Read More »