ຂ່າວ ພາຍໃນປະເທດ

ຍອດຕົວເລກນັກທ່ອງທ່ຽວເພີ້ມຂຶ້ນ ຍ້ອນໂຄສະນາຜ່ານ….

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍຂ່າວຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ໃນປີທ່ອງທ່ຽວລາວ 2018 ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການໂຄສະນາປິທ່ອງທ່ຽວ ຢ່າງຕໍ່ເນື່ອງເປັນຕົ້ນ: ການຕິດຕັ້ງປ້າຍໂຄສະນາ, ຮູບພາບແຫຼ່ງທ່ອງທ່ຽວ, ໂລໂກ, ແຜ່ນພັບ, ປື້ມ,ປະຕິທິນ, ໂຄສະນາຜ່ານແອບພລີເຄເຊີນ ວີດີໂອ ແລະ ອື່ນໆ ພ້ອມທັງສະໜອງຂໍ້ມູນການທ່ອງທ່ຽວໃຫ້ສື່ໂຄສະນາ ໂດຍສະເພາະທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານ.   ນອກຈາກນັ້ນ, ຍັງໄດ້ໂຄສະນາຜ່ານສື່ຂອງຕ່າງປະເທດ ເປັນຕົ້ນໂທລະພາບຊ່ອງ CNN ແລະ ເວັບໄຊ໌ ອື່ນໆ ໂດຍປີທ່ອງທ່ຽວລາວ 2018 ລັດຖະບານໄດ້ອະນຸມັດງົບປະມານທັງໝົດ 22,95 ຕື້ກີບ. ປັດຈຸບັນ, ການເປີດປີທ່ອງທ່ຽວລາວ 2018 ມີຫຼາຍແຂວງໄດ້ເປີດໄປແລ້ວ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນແຂວງຂອງຕົນ ແລະ ຍັງເຫຼືອພຽງ 3 ແຂວງຄື: ແຂວງສະຫວັນນະເຂດ, ໄຊສົມບູນ ແລະ ອັດຕະປື. ຜ່ານການຈັດຕັ້ງປະຕິບັດຜ່ານມາ 9 ເດືອນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາເຖິງ 2,91 ລ້ານຄົນ ...

Read More »

ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018. ໂດຍມື້ທຳອິດຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019, ບົດລາຍງານຜົນການກວດສອບສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປະຈຳປີ 2017; ຮັບຟັງການລາຍງານຂອງອົງການກວດກວດລັດຖະບານ ກ່ຽວກັບການກວດກາຕາມຜົນກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016. ຈາກນັ້ນ, ບັນດາສະມາຊິກສາພາ ໄດ້ຮັບຟັງການປະກອບຄຳເຫັນຂອງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ...

Read More »

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຈີນ ແລະ ຮັບເຄື່ອງຕອງນໍ້າສະອາດ.

ໃນວັນທີ 16 ພະຈິກ 2018 ຜ່ານມາ ທີ່ຄະນະກວດກາສູນກາງພັກ, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈຽງ ຈາຍຕົງ (Jiag Zaidong) ເອກອັກຄະລັດຖະທູດ ສປ ຈີນ ຄົນໃໝ່ ປະຈຳລາວ ທ່ານບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງປະຈຳລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງລາວ-ຈີນ-ລາວ ຊຶ່ງແມ່ນເພື່ອນມິດສະຫາຍອ້າຍນ້ອງທີ່ຮ່ວມອຸດົມການດຽວກັນ, ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ, ທັງເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານຕາມທິດ 4 ດີ (ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ). ປະຊາຊົນສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່ກັນ, ຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນມາແຕ່ບູຮານນະການ, ສອງປະເທດໄດ້ສ້າງຕັ້ງສາຍພົວພັນໃນວັນທີ 25 ເມສາ 1961 ດ້ວຍຄວາມພະຍາຍາມຮ່ວມກັນທັງສອງຝ່າຍ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມດັ່ງກ່າວໄດ້ຮັບການເສີມຂະຫຍາຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ນັບເລິກເຊິ່ງແໜ້ນແຟ້ນຍິ່ງຂື້ນ. ...

Read More »

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຄ້າຍດັດສ້າງສາຍນໍ້າງື່ມ

ໃນວັນທີ 16 ພະຈິກ 2018 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ຄ້າຍດັດສ້າງສາຍນໍ້າງື່ມ  (ດອນທ້າວ-ດອນນາງ), ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງປ້ອງກັນຄວາມສະຫງົບ, ແຂວງວຽງຈັນ, ເມືອງແກ້ວອຸດົມ ແລະ ພະນັກງານ ຄ້າຍດັດສ້າງດັ່ງກ່າວ ໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄ້າຍດັດສ້າງສາຍນໍ້າງື່ມໂດຍຫຍໍ້ ຈາກທ່ານ ພັນເອກ ສົມລິດ ດາວຮຸ່ງສິລິ, ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ພັນຕີ ວຽງມະນີ ຫຼວງນິກອນ, ຫົວໜ້າຄ້າຍດັດສ້າງສາຍນໍ້າງື່ມ ເຫັນວ່າ: ຄ້າຍດັດສ້າງສາຍນໍ້າງື່ມ ຕັ້ງຢູ່ໃຈກາງອ່າງນໍ້າງື່ມ 1 ມີສະຖານທີ່ຄຸ້ມຄອງດັດສ້າງ ຈໍານວນ 3 ຈຸດ ຄື: ດອນທ້າວ 1, ດອນທ້າວ ...

Read More »

“ສ້າງໂລກດ້ວຍພະລັງເດັກ”

ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນເດັກໂລກ ຄັ້ງທໍາອິດໃນ ສປປ ລາວ ພາຍໃຕ້ຄໍາຂວັນ “ສ້າງໂລກດ້ວຍພະລັງເດັກ” ຈັດຂຶ້ນໃນວັນທີ 17 ພະຈິກ 2018 ທີ່ຜ່ານມາ ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ  ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ , ເຊິ່ງມີຈຸດເລີ່ມຕົ້ນຈາກປະຕູໄຊ ຫາ ສຳນັກງານປະທານປະເທດ ແລ້ວຍ່າງກັບມາຈຸດເລີ່ມຕົ້ນປະຕູໄຊ. ໃນງານຄັ້ງນີ້ຍັງມີແມ່ຕູ້ຄົນໜຶ່ງມາຮ່ວມກິດຈະກໍາ ໂດຍການລົງຍ່າງ ບໍ່ຍອມນັ່ງລໍ້ ທາງທີມງານພວກເຮົາເຫັນພາບນີ້ແລ້ວ ຮູ້ສຶກປະທັບໃຈທີ່ສຸດ ໃນຄວາມແຂງແຮງຂອງເພິ່ນ ແຕ່ໜ້າເສຍດາຍທີ່ບໍ່ຮູ້ຊື່ ອາຍຸ ແລະ ບ້ານຢູ່ຂອງເພິ່ນ. ຂໍໃຫ້ແມ່ຕູ້ສຸຂະພາບແຂງແຮງຕະຫຼອດໄປເດີ້… ກິດຈະກຳໃນຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງວັນເດັກໂລກເປັນຄັ້ງທໍາອິດໃນ ສປປ ລາວ (20 ພະຈິກ 2018) ພາຍໃຕ້ຄໍາຂວັນ “ສ້າງໂລກດ້ວຍພະລັງເດັກ” ປ່ຽນທຸກຢ່າງເປັນສີຟ້າສໍາລັບເດັກ ທຸກຄົນສາມາດມີສ່ວນຮ່ວມ, ສະເໜີຄຳຄິດຄຳເຫັນ ແລະ ເຊີນຊວນທຸກຄົນ ໃຫ້ເຂົ້າຮ່ວມໃນການປະຕິບັດສິດທິເດັກ ໃນທົ່ວປະເທດ ເພື່ອອະນາຄົດ ອັນສັດໃສຂອງເຂົາເຈົ້າ.   ຂອບໃຈຮູບພາບຈາກ: ເຟສບຸກ ຈໍາປາ ກິລາລາວ.  

Read More »

ແຫຼ່ງທ່ອງທ່ຽວ ອຸທິຍານ ພູຜາສຸກ ພ້ອມທີ່ຈະຮອງຮັບນັກທ່ອງທ່ຽວມາຊົມ.

ແຫຼ່ງທ່ອງທ່ຽວ ອຸທິຍານພູຜາສຸກ ແຂວງສາລະວັນ ພາຍໃຕ້ການຊີ້ນໍາຈາກການນໍາຂອງແຂວງສາລະວັນ ພວມໄດ້ຮັບການພັດທະນາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສະຖານທີ່ທ່ອງທ່ຽວແຫ່ງນີ້ ຂຶ້ນກັບບ້ານປາກປົ່ງຕາແຫຼວ ( ຕິດກັບເສັ້ນທາງເລກທີ 15 ຫ່າງຈາກເທສະບານແຂວງ ສາລະວັນ ປະມານ 35 ກິໂລແມັດ ຈາກທາງໃຫ່ຍເຂົ້າໄປ 9 ກິໂລແມັດ).   ເມື່ອບໍ່ດົນຜ່ານມານີ້ ການນຳແຂວງສາລະວັນ ນຳໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການພັດທະນາ ແຫຼ່ງທ່ອງທ່ຽວ ອຸທິຍານ ພູຜາສຸກ , ເຊິ່ງມີ ທ່ານຮອງເຈົ້າແຂວງ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ. ໃນວັນທີ 14 ພະຈິກ 2018 ຜ່ານມານີ້ ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາຮົບຮົມແຂວງ ສາລະວັນ ແລະ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສາລະວັນໄດ້ນຳພາ ...

Read More »

ຫຼາຍພາກສ່ວນ ສະໜັບສະໜູນວັນສ້າງຕັັ້ງເມືອງວຽງໄຊ

ໃນວັນທີ 16 ພະຈິກ 2018 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີຫຼາຍພາກສ່ວນສະໜັບສະໜູນຮ່ວມລະດົມທຶນ ເພື່ອປະກອບສ່ວນເຂົ້າໃນງານ ສະເຫຼີມສະຫຼອງ ວັນສ້າງຕັັ້ງເມືອງວຽງໄຊ ຄົບຮອບ 50 ປີ. ໃນນີ້ປະກອບມີ: ລັດວິສາຫະກິດໄຟຟ້າລາວ 30 ລ້ານກີບ, ບໍລິສັດໄຟຟ້າລາວ ມະຫາຊົນ 30 ລ້ານກີບ, ບໍລິສັດ VASE 20 ລ້ານກີບ, ບໍລິສັດ ພະລັງງານແສງຕາເວັນ 10 ລ້ານກີບ, ບໍລິສັດ ພະລັງງານນ້ຳພູນ 10 ລ້ານກີບ, ບໍລິສັດພະລັງງານ ນ້ຳບີ 10 ລ້ານກີບ, ບໍລິສັດ ກີວີເພ 10 ລ້ານກີບ, ກຸ່ມບໍລິສັດ ອອສລາວ 10 ລ້ານກີບ, ບໍລິສັດ ເອລເອັສ ໂຮຣິຊັນ ລາວ ໂຊນ 10 ລ້ານກີບ, ບໍລິສັດ ອື່ນໆອີກຫຼາຍກວ່າ 10 ບໍລິສັດ ໄດ້ໃຫ້ການສະໜັບສະໜູນລວມເປັນເງິນສົດຈຳນວນ 150 ລ້ານກວ່າກີບຕາງໜ້າຮັບເງິນລະດົມຄັ້ງນີ້ ໂດຍທ່ານ ເພັດ ພົມພິພັກ ...

Read More »

ຫ້ອງການສຳນັກງານນາຍົກ ອອກແຈ້ງການພັກຊົດເຊີຍວັນຊາດ ທີ 2 ທັນວາ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການວັນທີ 19 ພະຈິກ 2018 ເລື່ອງ: ວັນພັກທົດແທນທາງລັດຖະການ ວັນຊາດ ທີ 2 ທັນວາ ປີ 2018 ແມ່ນເຫັນດີກຳນົດເອົາວັນທີ 3 ທັນວາ 2018 (ກົງກັບວັນຈັນ) ເປັນວັນພັກທາງລັດຖະການ ທົດແທນ ວັນທີ 2 ທັນວາ 2018 ກົງກັບວັນທິດ (ວັນສະຖາປະນາ ສປປ ລາວ)  

Read More »

ມາເບິ່ງ!!! ວິທີສະໝັກທຶນ ຈາກລັດຖະບານຮົງກາລີ ຢາກໄປຮຽນຕໍ່ຕ່າງປະເທດອ່ານດ່ວນ….

ສະບາຍດີທຸກໆຄົນ ມື້ນີ້ແອັດມິນ ມີສິ່ງດີໆມານຳສະເໜີໃຫ້ທ່ານຜູ້ອ່ານອີກແລ້ວ ກັບການເປີດຮັບສະໝັກທຶນການສຶກສາ ຈາກລັດຖະບານປະເທດຮົງກາລີ. ໄດ້ເປີດໃຫ້ຄົນລາວໄດ້ສະໝັກແລ້ວ ຕັ້ງແຕ່ວັນທີ 15/11/2018 – 15/1/2019. ເຊິ່ງລາຍລະອຽດ ແລະ ວິທີການສະໝັກ ພ້ອມເຄັດລັບຕ່າງໆ  ແອັດມິນໄດ້ເຫັນ ຜູ້ໃຊ້ ເຟສບຸກ ຊື່ Nouni Outhenthapanya ເພິ່ນ ໄດ້ແຊຣ໌ປະສົບການ ແນະນຳວິທີ  ພ້ອມເຄັດລັບ ການສະໝັກທຶນມື້ນີ້ ຄິດວ່າຈະມີປະໂຫຍດຕໍ່ຫຼາຍໆຄົນທີ່ຈະໄປສຶກສາຕໍ່ຫາປະສົບການຢູ່ຕ່າງແດນແນ່ນອນເລີຍນຳມາຝາກ. ສະບາຍດີ! ?”15 ພະຈິກ2018 ຫາ 15 ມັງກອນ 2019″? ໂອກາດໄປສຶກສາຮໍ່າຮຽນ,ທຶນຟຣີມີເງິນເດືອນ ທີ່ ເອີຣົບ ສົກປີ 2019-2020 ມາຮອດແລ້ວ ປີນີ້ມາໄວກວ່າປີກາຍເປັນພິເສດ. ຂໍເຊີນຊວນໝູ່ເພື່ອນ,ອ້າຍ,ເອື້ອຍ,ນ້ອງສະໝັກທຶນຮຽນຕໍ່ ປ.ຕີ ປ.ໂທ ປ.ເອກ ຄົ້ນຄ້ວາວິໄຈ ແລະ ຮຽນພາສາທີ່ ປະເທດຮົງກາລີ, ມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກ ເຊິ່ງທຶນດັ່ງກ່າວແມ່ນທຶນຈາກລັດຖະບານຮົງກາລີມອບໃຫ້ປະເທດລາວໂດຍກົງບໍ່ຕ້ອງມີເສັ້ນສາຍທາງໃດຂໍແຕ່ມີຄວາມຮູ້,ຄວາມສາມາດ ແລະ ຄວາມພະຍາຍາມເຊື່ອວ່າຕິດແນ່ນອນເພາະທາງທຶນເພິ່ນເລືອກເອງເລີຍ. ຂັ້ນຕອນມີດັ່ງນີ້: ?ໝາຍເຫດ: ຜູ້ສະໝັກຈະຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼື 18 ປີກ່ອນວັນທີ 1 ...

Read More »

ສະພາແຫ່ງຊາດ ຊຸດທີ VIII ຈະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6

ໃນວາລະການດໍາເນີນກອງປະຊຸມເປັນເວລາ 22 ວັນ (ບໍ່ລວມວັນພັກລັດຖະການ) ຄືເລີ່ມແຕ່ວັນທີ 20 ພະຈິກ ເຖິງວັນທີ 21 ທັນວາ 2018. ບັນດາສະມາຊິກສະພາແຫ່ງຊາດຕາງໜ້າໃນເຂດເລືອກຕັ້ງທົ່ວປະເທດ ຈະໄດ້ພ້ອມກັນ ພິຈະລະນາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ: ຮັບຟັງບົດລາຍງານການຈັດຕັ້ງປະຕິບັັດວຽກງານຂອງລັດຖະບານ ປະຈໍາປີ 2018 ແລະ ທິດທາງວຽກງານໃນປີ 2019, ພ້ອມທັງທາບທາມຮ່າງກົດໝາຍຈຳນວນ 09 ສະບັບ,ໃນນີ້ສ້າງໃໝ່ 7 ສະບັບ ແລະ ບັນຫາອື່ນໆ. ໃນໄລຍະດຳເນີນກອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໝາຍເລກ 156 ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກທົ່ວສັງຄົມ.  

Read More »