ອົງການພຸດທະສາສະໜາ 3 ປະເທດ ລົງນາມບົດບັນທຶກຊ່ວຍຈໍາ

ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1   ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ພະຈິກ 2018 ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ: “ເພີ່ມທະວີມູນເຊື້ອສາຍພົວພັນ ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ”.

 

   ພາຍຫຼັງສໍາເລັດກອງປະຊຸມ ກໍໄດ້ມີການລົງນາມໃນບົດບັນທຶກຊ່ວຍຈໍາ ການຮ່ວມມືລະຫວ່າງອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ.

ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສໍາພັນລາວ-ກຳປູເຈຍ ລົງນາມໂດຍ ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ ແລະ ສົມເດັດ ພຣະອະກາມະຫາ ພຣະສັງຂະຣາດ ດິປາຕິ ເທບພຣະວົງ ປະທານອົງການພຸດທະສາສະໜາ ແຫ່ງ ຣາຊະອານາຈັກກຳປູເຈຍ.

ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສໍາພັນລາວ-ຫວຽດນາມ ລົງນາມໂດຍ ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ ແລະ ພຣະອາຈານໃຫຍ່ ທິກ ຖ້ຽນ ເຍີນ ປະທານອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ.

ເນື້ອໃນຂອງບົດບັນທຶກໄດ້ລະບຸວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນ ຄື: ອົງການພຸດທະສາສະໜາສຳພັນລາວ , ອົງການພຸດທະສາສະໜາ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ຈະດໍາເນີນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະຜູ້ແທນຂັ້ນວິຊາການຕ່າງໆ ນຳກັນ ທັງສູນກາງ ແລະ ທ້ອງຖິ່ນ ຢ້ຽມຢາມສັນທະວະໄມຕີ, ທັດສະນະສຶກສາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ; ປະສານງານ, ຈັດຕັ້ງກອງປະຊຸມສຳມະນາ ດ້ານພຸດທະສາສະໜາ ແລະ ຈັດງານວາງສະແດງວັດທະນະທຳ ທີ່ກ່ຽວຂ້ອງກັບພຸດທະສາສະໜາຂອງສອງປະ ເທດ; ແລກປ່ຽນນັກສຶກສາສົງ ເພື່ອໄປຮຽນຕໍ່ທີ່ມະຫາວິທະຍາໄລ, ສະຖາບັນການສຶກສາສົງ ແລະ ໂຮງຮຽນຊັ້ນສູງສົງຢູ່ສອງປະເທດ; ພ້ອມທັງສະໜອງ ແລະ ແລກປ່ຽນເອກະສານ, ສິ່ງພິມ, ວາລະສານຕ່າງໆ ເພື່ອອໍານວຍຄວາມສະດວກ ໃນການຄົ້ນຄວ້າຮ່ຳຮຽນ ໃຫ້ແກ່ພິຂຸ-ສາມະເນນ ຂອງສອງປະເທດ.

ຂໍ້ມູນຈາກ: ຂປລ.

ຮູບພາບຈາກອິນເຕີເນັດ

 

Comments