ປະທານປະເທດ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ

ວັນທີ 12 ພະຈິກ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ນໍາໂດຍພຣະອາຈານໃຫຍ່ ທິກ ທຽນເຍີນ ປະທານສູນກາງ ອົງການພຸດທະສາສະໜາ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມອົງການພຸດທະສະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຂອງ ພຣະອາຈານ ທິກທຽນ ເຢີນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງອົງການພຸດທະສາສະໜາ ລາວ-ຫວຽດນາມ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ.

ຂໍ້ມູນຈາກ: ຂປລ.

 

Comments