ທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບຂອງ ທະນາຄານ

ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດພິທີທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL One) ໃນວັນທີ 14 ພະຈິກ 2018 ທີ່ກະຊວງການເງິນ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ທ່ານ ນາງ ເພັດມາລາພອນ ວົງຈັນ ຮອງສູນບໍລິການເອເລັກໂຕຣນິກ ແລະ ຜະລິດຕະພັນບັດ ພ້ອມດ້ວຍພະນັກງານວິຊາການຈາກກົມ ແລະ ທະນາຄານເຂົ້າຮ່ວມ.

ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກົມສ່ວຍສາອາກອນ ເລີ່ມຕົ້ນການຮ່ວມມືກັບ ທຄຕລ ຄັ້ງທໍາອິດ ແມ່ນການພັດທະນາລະບົບ ຮັບຊໍາລະຄ່າທໍານຽມໃນທ້າຍປີ 2017 ເຊິ່ງໄດ້ປະສົບຜົນສໍາເລັດໃນລະດັບທີ່ໜ້າພໍໃຈ ໂດຍໄດ້ຮັບຄວາມສົນໃຈ ແລະ ຄວາມເຊື່ອຖືຈາກສັງຄົມຢ່າງກວ້າງຂວາງ ໂດຍສືບເນື່ອງມາຈາກໂຄງການດັ່ງກ່າວ ລັດຖະບານຈຶ່ງເລັ່ງເຫັນໄດ້ວ່າ: ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານທະນາຄານນີ້ ເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນ ແລະ ພາກລັດ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນເວລາ ຖືກຕ້ອງ ມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນໄດ້.

ການຊໍາລະພາສີທີ່ດິນສາມາດຊໍາລະໄດ້ 3 ຊ່ອງທາງຄື: ຜ່ານສູນບໍລິການຂອງ ທຄຕລ ຜ່ານແອັບ BCEL one ແລະ ຜ່ານຕົວແທນ ທຄຕລ.

ໃນໄລຍະທໍາອິດຈະເປີດໃຫ້ ກະຊວງການເງິນ ແລະ ທຄຕລ ທົດລອງນໍາໃຊ້ກ່ອນເປັນເວລາ 1 ອາທິດ ຫຼັງຈາກນັ້ນ ຈະເປີດໃຫ້ປະຊາຊົນໃນຂອບເຂດນະຄອນຫຼວງວຽງຈັນໄດ້ນໍາໃຊ້ ແລະ ຈະເປີດນໍາໃຊ້ຢ່າງເປັນທາງການໃນຂອບເຂດທົ່ວປະເທດ ໃນວັນທີ 1 ມັງກອນ 2019 ທີ່ຈະມາເຖິງນີ້.

ໃນການຊໍາລະພາສີທີ່ດິນຜ່ານລະບົບຂອງ ທຄຕລ ນີ້ ພຽງແຕ່ປະກອບເອກະສານຄື: ໃບຕາດິນ ໃບຢັ້ງຢືນສິດນໍາໃຊ້ ພ້ອມດ້ວຍໃບຮັບເງິນຊໍາລະປີສຸດທ້າຍທີ່ທ່ານມາຊໍາລະ ເຊິ່ງສາມາດໃຊ້ໃບສໍາເນົາ ຫຼື ຕົ້ນສະບັບກໍໄດ້ ເພື່ອປະກອບເອກະສານ ຊໍາລະພາສີທີ່ດິນ ຫຼັງຈາກຊໍາລະແລ້ວ ຈະໄດ້ຮັບໃບບິນເພື່ອເປັນຫຼັກຖານ ແກ່ເຈົ້າຂອງໃບຕາດິນ.

ພາບ-ຂ່າວ ວຽງມາ.

ຂອບໃຈພາບນີ້ໄດ້ຈາກເພສຂອງທ່ານ ກາບແກ້ວ ທໍາມະວົງ.

 

 

Comments