ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໄຂຂຶ້ນຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດ ສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.

ໃນກອງປະຊຸມ ຄັ້ງທີ 33 ນີ້ ຜູ້ນຳອາຊຽນໄດ້ປຶກສາຫາລື ກ່ຽວກັບການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດ “ດີຈີຕອນ” ແລະ ການປະຕິວັດອຸດສາຫະກໍາ 4.0 ທີ່ເຕັກໂນໂລຊີ ມີການພັດທະນາຢ່າງໄວວາ.

ພ້ອມນີ້ ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ຈັດຕັ້ງປະຕິບັດແຜນວຽກຂອງຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ມີຜົນສຳເລັດເປັນກ້າວໆມາ.

ໃນລະຫວ່າງວັນທີ 14-15 ພະຈິກ 2018 ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຈະໄດ້ສືບຕໍ່ ເຄື່ອນ ໄຫວເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ງານລ້ຽງອາຫານເຊົ້າແບບເຮັດວຽກຂອງຜູ້ນຳອາຊຽນ-ອົດສະຕາລີ ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 20 ງານລ້ຽງອາຫານທ່ຽງແບບເຮັດວຽກບໍ່ເປັນທາງການຂອງຜູ້ນຳອາຊຽນ ແລະ ແຂກຂອງປະທານ ກອງປະຊຸມສຸດຍອດອາຊຽນ-ລັດເຊຍ ຄັ້ງທີ 3, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ກອງປະຊຸມສຸດຍອດຄູ່ຮ່ວມເສດ ຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 2 ງານລ້ຽງອາຫານເຊົ້າແບບເຮັດວຽກບໍ່ເປັນທາງການຂອງຜູ້ນຳອາຊຽນ-ອິນເດຍ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 6 ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ກອງປະຊຸມສຸດຍອດອາຊີຕາເວັນອອກແບບວົງແຄບ ແລະ ແບບຄົບຄະນະ.

ຂໍ້ມູນຈາກ: ວຽງຈັນໃໝ່.

Comments