ຫວຽດນາມ ຄາດວ່າ ທຸລະກິດ E – Commerce ຈະເຕີບໂຕ 20% ພາຍໃນປີ 2020

ປັດຈຸບັນ, ຈຳນວນຜູ້ນຳໃຊ້ອິດເຕີເນັດໃນຫວຽດນາມມີປະມານ 50 ລ້ານຄົນ ເທົ່າກັບ 54% ຂອງປະຊາກອນທັງໝົດ, ຂໍ້ມູນູຈາກ  Statista.com ໄດ້ລະບຸວ່າ ໃນຈຳນວນນີ້ປະມານ 35.4 ລ້ານຄົນເປັນຜູ້ໃຊ້ E – Commerce  ແລະ ໃນປີ  2018 ຄາດວ່າເພີ່ມເປັນ 37.3 ລ້ານຄົນ. ໂດຍອາດຈະເພີ່ມເປັນ 42 ລ້ານຄົນໃນປີ 2021 ຄ່າໃຊ້ຈ່າຍໃນການຊື້ເຄື່ອງໃຊ້ບໍລິການອອນໄລ໌ ສະເລ່ຍຢູ່ທີ 62 ໂດລາສະຫະລັດ/ຄົນ/ປີ ໃນປີ 2017 ແລະ ອາດສູງ 91 ໂດລາໃນປີ 2021.

ກົມການຄ້າອອນໄລ໌ ແລະ ເຕັກໂນໂລຊີຂອງຫວຽດນາມ (Vietnam E – Commerce and Digital Economy Agency) ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ປະເມີນການວ່າ ໃນໄລຍະປີ 2017-2020 ທຸລະກິດ E – Commerce ໃນຫວຽດນາມຈະຂະຫຍາຍຕົວສະເລ່ຍ 20% ແລະ ຈະມີລາຍໄດ້ຈາກ E – Commerce ມູນຄ່າ 10 ພັນລ້ານໂດລາ ພາຍໃນປີ 2020 ໂດຍໃນປີ 2017 ລາຍໄດ້ຈາກທຸລະກິດ E – Commerce ມີມູນຄ່າ 6.2 ພັນລ້ານໂດລາ ເພີ່ມຂຶ້ນ 24% ຈາກປີ 2016 ເຊິ່ງທຸລະກິດ E – Commerce ໃນຫວຽດນາມມີແນວໂນ້ມຂະຫຍາຍຕົວຢ່າງໄວວາ ບໍລິສັດທີປຶກສາ Kantar Worldpanel ລາຍງານໃຫ້ຮູ້ວ່າ ໃນປີ 2018 ຈຳນວນຜູ້ບໍລິໂພກຊື້ສິນຄ້າອອນໄລ໌ໃນ 4 ເມືອງໃຫຍ່ໃນຫວຽດນາມເພີ່ມຂຶ້ນ 8.8% ຈາກ 5.4% ໃນປີ 2016 ເຮັດໃຫ້ນັກລົງທຶນຕ່າງຊາດຫຼາຍຄົນສົນໃຈລົງທຶນ ດ້ານ E – Logistics  ເພື່ອຕອບສະໜອງການຂະຫຍາຍຕົວຢ່າງໄວວາຂອງທຸລະກິດ E-Commerce  ໂດຍສະເພາະການສັ່ງຊື້ສິນຄ້າຍ່ອຍ ແລະ ມີຈຳນວນຫຼາຍເຊັ່ນ: ໃນເດືອນພະຈິກ ປີ 2017 ບໍລິສັດ DHL E – Commerce  ເລີ່ມສ້າງເຄືອຂ່າຍຈຸດໃຫ້ບໍລິການທົ່ວປະເທດ ແລະ ມີເປົ້າໝາຍຂະຫຍາຍເພີ່ມຂຶ້ນເປັນ 1,000 ຈຸດພາຍໃນທ້າຍປີ 2019.

ສິນຄ້າ ແລະ ບໍລິການທີ່ຜູ້ບໍລິໂພກຊື້ຜ່ານຊ່ອງທາງອອນໄລ໌ຫຼາຍທີ່ສຸດໄດ້ແກ່: 1, ເຄື່ອງນຸ່ງ ແລະ ຜະລິດຕະພັນຄວາມງາມ 59%. 2, ອຸປະກອນອີເລັກໂທນິກ 47%. 3. ເຄື່ອງໃຊ້ໃນຄົວເຮືອນ 47%, 4. ການຈອງເຮືອນພັກ, ໂຮງແຮມ ແລະ ປີ້ຍົນ 31%. 5. ອຸປະກອນສຳນັກງານ ແລະ ຂອງຂັວນ 31% ໂດຍຈະຊື້ຜ່ານເວັບໄຊ 68% ໃນ Social media ຄື: Facebook 51%.

ຜູ້ບໍລິໂພກມັກເລືອກຊຳລະເງິນປາຍທາງເມື່ອໄດ້ຮັບສິນຄ້າ ຫຼື Cash on Delivery (CoD) 82% ເນື່ອງຈາກການຊຳລະເງິນດ້ວຍເງິນສົດຍັງເປັນວິທີການຊຳລະເງິນທີ່ນິຍົມ ແລະ ສະດວກສະບາຍ, ປອດໄພຕໍ່ການໂກງ ທີ່ສຸດໃນຫວຽດນາມ. ນອກນີ້, ຜູ້ບໍໂພກຍັງສາມາດກວດສອບສິນຄ້າກ່ອນຈ່າຍເງິນ ແລະ ສາມາດຂໍປ່ຽນ ຫຼື ຄືນສິນຄ້າ ແລະ ປະຕິເສດທີ່ຈະຊໍາລະເງິນໄດ້ທັນທີຖ້າຫາກບໍ່ພໍໃຈສິນຄ້ານັ້ນ. ໂດຍເວັບໄຊສິນຄ້າອອນໄລ໌ໃນຫວຽດນາມຈະມີຊ່ອງໃຫ້ເລືອກຈ່າຍ 3 ແບບຄື: CoD credit/debit card , ATM card

 

 

Comments