ຄະນະລັດຖະບານ ຫາລືວຽກງານ ປະຈໍາເດືອນ ພະຈິກ 2018.

ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ໂດຍມີບັນດາສະມາຊິກ ລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈະລະນາ, ປະກອບຄໍາເຫັນເຂົ້າໃສ່ 8 ເອກະສານສໍາຄັນ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ 8 ທີ່ຈະໄຂຂຶ້ນໃນທ້າຍເດືອນ ພະຈິກ 2018 ,

ເຊິ່ງມີເນື້ອໃນລາຍລະອຽດ ດັ່ງນີ້:

  1. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໃນໄລຍະທີ່ຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າຂອງລັດຖະບານ.
    2. ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2018 ແລະ ທິດທາງແຜນປີ 2019.
    3. ບົດລາຍງານກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ທີ່ເຫັນວ່າຄຸນນະພາບຕໍ່າ, ມູນຄ່າການກໍ່ສ້າງສູງ ແລະ ແກ່ຍາວເວລາໃນການກໍ່ສ້າງ.
    4. ບົດລາຍງານກ່ຽວກັບ ຄຸນນະພາບຂອງການບໍລິການປິ່ນຢູ່ໂຮງໝໍ, ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.
    5. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍພັດທະນາແບບຍືນຍົງ (SDGs) ແຕ່ປີ 2016-2018 ແລະ ທິດທາງແຜນການປີ 2019.
    6. ບົດລາຍງານກ່ຽວກັບຄວາມພ້ອມໃນການສ້າງກົດໝາຍ ທີ່ຈະສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະເໜີແຜນການສ້າງ ແລະ ປັບປຸງນິຕິກຳປີ 2019.
    7. ບົດລາຍງານກ່ຽວກັບການເອີ້ນຊື່ຊົນເຜົ່າ ບຣູ.
    8. ບົດລາຍງານກ່ຽວກັບຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການ ຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016.
    ຕໍ່ບັນດາເອກະສານດັ່ງກ່າວນີ້, ກອງປະຊຸມ ເຫັນດີເປັນເອກະພາບຮັບຮອງເອົາ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ ແລະ ມີເຫດມີຜົນ ເພື່ອເປັນຂໍ້ມູນທີ່ເປັນລະບົບຄົບຊຸດນໍາສະເໜີກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ພິຈະລະນາຮັບຮອງ.

ຂໍ້ມູນຈາກ: ຂປລ.

 

Comments