ຫສນຍ ຈັດປາຖະກະຖາ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ.

ໃນຕອນເຊົ້າ ຂອງວັນທີ 13 ພະຈິກ 2018 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປາຖະກະຖາ ກ່ຽວກັບວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຖານທີ່ໜັ້ນຂອງການປະຕິວັດ ຄົບຮອບ 50 ປີ, ໂດຍການໃຫ້ກຽດປາຖະກະຖາ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ; ມີຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດເຂົ້າຮ່ວມ.

ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ຮັບຮູ້, ເຊື່ອມຊືມ ກ່ຽວກັບປະຫວັດ, ມູນເຊື້ອ, ຄວາມໝາຍຄວາມສຳຄັນ ຂອງເມືອງວຽງໄຊ ກໍຄືມູນເຊື້ອອັນປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດ, ທັງເປັນການລະນຶກ ໄຊຊະນະອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດ ຜົນງານອັນລໍ້າເລີດ, ຄວາມເປັນແບບຢ່າງ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງການນຳຮຸ່ນກ່ອນ.

ໂດຍສະເພາະ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ທີ່ໄດ້ນຳພາ ພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງເມືອງວຽງໄຊ ເປັນຖານທີ່ໝັ້ນຂອງການປະຕິວັດ ອັນແຂງແກ່ນ ເພື່ອເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕ ນຳເອົາປະເທດຊາດ ກ້າວຂຶ້ນສູ່ສັງກາດໃໝ່.

ພ້ອມກັນນັ້ນ ກໍຍັງເປັນການເສີມຂະຫຍາຍມູນເຊື້ອພິລະອາດຫານ, ຄວາມສາມັກຄີປອງດອງ, ນໍ້າໃຈປະຢັດມັດທະຍັດ ແລະ ມູນເຊື້ອດຸໝັ້່ນຂະຫຍັນພຽນ ໃນການອອກແຮງງານ ຂອງປວງຊົນລາວທັງຊາດ ເພື່ອປັບປຸງຊີວິດການເປັນຢູ່ ແລະ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍທີ່ກຳນົດໄວ້ຢ່າງມີໄຊ.

ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ບົດແນະນຳ ກ່ຽວກັບການດຳເນີນຊີວິດການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ຈາກສະຫາຍ ເພັດ ພົມພິພັກ ຕື່ມອີກ ໂດຍໄດ້ອະທິບາຍ ທາງດ້ານເນື້ອໃນ ທີ່ຈະດຳເນີນການສຳຫຼວດຕີລາຄາ ການນຳພາລວມຂອງຄະນະພັກ, ບຸກຄົນໃນຄະນະພັກ ແລະ ສະມາຊິກພັກ; ຂັ້ນຕອນ ແລະ ວິທີການດຳເນີນ ແລະ ວິທີການຈັດຕັ້ງປະຕິບັດ.

ທັງນີ້ ກໍເພື່ອແນໃສ່ສຳຫຼວດກວດກາ ຕີລາຄາຄວາມຮັບຜິດຊອບລວມ ຂອງການຈັດຕັ້ງພັກ, ຂອງຄະນະພັກ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກແຕ່ລະ ສະຫາຍ ໂດຍຊອກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ, ຂໍຄົງຄ້າງ ໃນການນຳພາລວມ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ.

ພາຍຫຼັງດຳເນີນຊີວິດການເມືອງແລ້ວ ຕ້ອງເຮັດໃຫ້ການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກ ມີການຫັນປ່ຽນຢ່າງຕັ້ໜ້າ, ຍົກສູງຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງ, ມີຄວາມສາມັກຄີເປັນເອກະພາບ ຂອງຄະນະພັກ ແລະ ສະມາຊິກພັກ.

ຂໍ້ມູນຈາກ: ກົມປະຊາສໍາພັນ ຫສນຍ.

Comments