ເປີດຈຳໜ່າຍຢ່າງເປັນທາງການໃນປະເທດລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ‘’HUAWEI Mate20’’ ແລະ ‘’HUAWEI Mate 20 Pro’’ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ  ໃນປະເທດລາວຢ່າງຍິ່ງໃຫຍ່, ເປັນສຸດຍອດສະມາດໂຟນແຫ່ງຍຸກ ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກ ແລະ ມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຢູ່ໃນກອບ 4 ຫຼ່ຽມ.

ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວດ້ວຍຄວາມຕື່ນຕາຕື່ນຂອງຜູ້ເຂົ້າຮ່ວມງານທຸກຄົນທີ່ໄດ້ຮັບຟັງ ການນຳສະເໜີ ໂທລະສັບ 2 ລຸ້ນນີ້ ດ້ວຍຟັງຊັນທີ່ຄົບເຄື່ອງເລື່ອງເຕັກໂນໂລຊີທີ່ລໍ້າໜ້າ ສາມາດຕອບໂຈດທຸກການໃຊ້ຊີວິດຂອງຄົນຍຸກນີ້.

ພາຍໃນງານຍັງມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງທີ່ສຸດໃນລາວ ທີ່ໄດ້ມາຮ່ວມແຊຣ໌ປະສົບການໃນການໃຊ້ສະມາດໂຟນ Huawei Mate20Pro ໃນການຖ່າຍຮູບ ແລະ ຖ່າຍວິດີໂອ, ພ້ອມທັງເປີດວິດີໂອທີ່ຖ່າຍທຳພິເສດຈາກໂໝດ AI Cinema ເຊິ່ງມີພີເຊັນເຕີ້ຄົນດັງຂອງຫົວເຫວີຍ ແອນນິຕ້າ ມາຮ່ວມເປັນນາງເອກນຳອີກ, ພ້ອມການສຳພາດພິເສດຈາກທັງ 2 ທ່ານ. ນອກຈາກນັ້ນຍັງມີສື່ມວນຊົນ ແລະ ບຸກຄົນໃນວົງການບັນເທີງທີ່ມີຊື່ສຽງໃຫ້ກຽດເຂົ້າຮ່ວມໃນງານຢ່າງຫຼວງຫຼາຍ.

ພາຍໃນງານທາງຫົວເຫວີຍຍັງໄດ້ຈັດໃຫ້ລູກຄ້າໄດ້ສໍາຜັດປະສົບການແລະທົດລອງນະວັດຕະກຳໃໝ່ໆທີ່ລ້ຳສະໄໝໃນ Huawei Mate20 ແລະ Mate 20 Pro ຢ່າງເຕັມທີ່ດ້ວຍ Experience zone ທີ່ແບ່ງອອກເປັນ 4 ໂຊນໄດ້ແກ່: AI Camera, Wireless Reverse Charge,  Ultra-Wide Angle ແລະ Ultimate performance ທີ່ສ້າງສຽງຮືຮາແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ມາຮ່ວມງານເປັນຢ່າງດີກັບນະວັດຕະກຳໃໝ່ໆ.

ທ່ານນາງ ຊັດນີ ສໍາອາງເນດ ຮອງຜູ້ອໍານວຍການ ແລະ ຜູ້ຈັດການຝ່າຍການຕະຫຼາດຫົວເຫວີຍ ຄອນຊູເມີ້ບິສສິເນສກຣຸບ ປະເທດລາວກ່າວວ່າ:  Huawei Mate20 ແລະ Mate20Pro ເປັນກຸ່ມສິນຄ້າໃນລຸ້ນແຟັກຊິບ(flagship) ຖືໄດ້ວ່າເປັນລຸ້ນ Hi-end ທີ່ສຸດຂອງກຸ່ມຜະລິດຕະພັນຂອງຫົວເຫວີຍ ເປັນສະມາດໂຟນທີ່ມີສະເປັກທີ່ຄົບເຄື່ອງໃນເລື່ອງຂອງເທັກໂນໂລຢີນະວັດຕະກຳໃໝ່ໆທີ່ລ້ຳສະໄໝ, ການອອກແບບໂຕເຄື່ອງທີ່ສວຍງາມ ແລະ ຕອບໂຈດການໃຊ້ງານໃນຊີວິດປະຈຳວັນຂອງຄົນລຸ້ນໃໝ່ໄດ້ເປັນຢ່າງດີບໍ່ວ່າຈະເປັນຜູ້ທີ່ມັກຮັກໃນການຖ່າຍຮູບສາມາດໃຊ້ງານໄດ້ໝົດມື້ໂດຍບໍ່ຕ້ອງກັງວົນເລື່ອງແບັດເຕີຣີ ແລະ ສາກແບັດໄດ້ໄວບໍ່ຕ້ອງຖ້າດົນ ແລະ ມີ AI ທີ່ເຂົ້າມາຊ່ວຍໃຫ້ຊີວິດເຮົາງ່າຍ ແລະ ສະດວກຫຼາຍຂຶ້ນ.

Huawei Mate20 ແລະ Mate20Pro ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າມີການອອກແບບຂອງຕົວເຄື່ອງດ້ານຫຼັງແບບ Hyper Optical Pattern ທີ່ສະທ້ອນແສງໄລ່ສີສັນໄດ້ຢ່າງສວຍງາມມາພ້ອມກ້ອງຫຼັງ 3 ຕົວໃໝ່ຈາກໄລກ້າຊຶ່ງທັງ 3 ກ້ອງໃນລຸ້ນຂອງ Huawei Mate20 Pro ປະກອບໄປດ້ວຍ: ກ້ອງເລນ Wide 27mm ຄວາມລະອຽດ 40 ລ້ານພິກເຊວ, f/1.8 ກ້ອງເລນ Ultra-Wide 16mm ຄວາມລະອຽດ 20 ລ້ານພິກເຊວ f/2.2 ແລະກ້ອງເລນ Telephoto 80mm ຄວາມລະອຽດ 8 ລ້ານພິກເຊວ, ຮູຮັບແສງ f/2.4, 3x optical zoom, ໃຊ້ກັນສັ່ນ OIS ພ້ອມແຟສ Dual LED.

ການເພີ່ມເລນ Ultra-Wide ຂະໜາດ 16mm ຈາກໄລກ້າສາມາດເຮັດໃຫ້ຖ່າຍພາບມຸມກວ້າງໄດ້ຢ່າງທີ່ບໍ່ເຄີຍມີມາກ່ອນແລະຍັງສາມາດຖ່່າຍມາໂຄຣ (Macro) ໂດຍສາມາດຖ່າຍພາບວັດຖຸທີ່ມີໄລຍະໃກ້ກັບເລນເຖິງ 2.5 ເຊັນຕີແມັດໄດ້ນຳອີກ, ກ້ອງມີຄວາມສະຫຼາດດ້ວຍ AI ເຊິ່ງ Huawei Mate20 ແລະ Mate20Pro ມີເທັກໂນໂລຢີ Hi Vision ທີ່ຈະເຮັດໃຫ້ການຄົ້ນຫາສິ່ງຂອງຕ່າງໆລວມໄປເຖິງຂໍ້ມູນຕ່າງໆເຮັດໄດ້ຢ່າງງ່າຍດາຍພຽງແຕ່ຍົກກ້ອງໄປສ່ອງສິ່ງນັ້ນຈະຮູ້ໄດ້ທັນທີ, ຫາກເປັນສະຖານທີ່ສຳຄັນທີ່ເປັນແລນມາກຕົວກ້ອງຈະສະແດງຂໍ້ມູນຊື່ສະຖານທີ່, ຄຳອະທິບາຍກ່ຽວກັບສະຖານທີ່ນັ້ນໆແລະສາມາດຄຣິກເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມໄດ້ອີກດ້ວຍແລະສຳລັບດ້ານສຸຂະພາບຍັງບອກແຄວລໍລີ້ອາຫານທີ່ທານຢາກຮູ້ພຽງຍົກກ້ອງໄປຍັງໝາກໄມ້ຫຼືອາຫານກ້ອງຈະເຮັດການກວດຈັບແລະຄົ້ນຫາວ່າສິ່ງນັ້ນຄືຫຍັງພ້ອມກັບສະແດງປະລິມານແຄວລໍລີ້ຂອງໝາກໄມ້, ອາຫານຈານນັ້ນໆໄດ້ອີກດ້ວຍ.

Huawei Mate20 ແລະ Mate20Pro ທຸກລຸ້ນມາພ້ອມໜ່ວຍປະມວນຜົນ Kirin 980 ຊຶ່ງເປັນຊິບເຊັດສະຖາປັດຕະຍະກຳຂະໜາດ 7 ນາໂນເມດຕົວທຳອິດຂອງໂລກໂດຍມີຈຸດເດັ່ນທີ່ການຝັງຊິບ Dual NPU ຫຼືຊິບ AI ແບບຄູ່ຊ່ວຍໃຫ້ມີປະສິດທິພາບ CPU ສູງຂຶ້ນເຖິງ 75% ແຕ່ໃຊ້ພະລັງງານໜ້ອຍລົງ 58%. ນອກຈາກນີ້ໄດ້ຮັບການອັບເກຣດແບັດເຕີຣີ່ Huawei Mate20 ເປັນ 4,000 mAhແລະ Mate20Pro ເປັນ 4,200 mAh, ພ້ອມເທັກໂນໂລຢີSuperChargeທີ່ໄດ້ຮັບການຮັບຮອງມາດຕະຖານຈາກ TUV Rhineland ກຳລັງໄຟ 40 ວັດທີ່ໃຊ້ເວລາພຽງ 30 ນາທີໃນການຊາກແບັດຈາກ 0 ໄປເຖິງ 70% ກັນເລີຍແລະທີ່ສຳຄັນ Huawei Mate20Pro ມີລູກຫລິ້ນ Reverse Charge ປ່ຽນສະມາດໂຟນໃຫ້ກາຍເປັນແບັດເສີມແບບໄຮ້ສາຍໃຫ້ກັບສະມາດໂຟນເຄື່ອງອື່ນທີ່ຮອງຮັບເທັກໂນໂລຢີນີ້ໂດຍບໍ່ຈຳກັດວ່າຈະເປັນ ISO ຫຼື Android ແລະເອົາໃຈຄົນເຮັດວຽກຍຸກໃໝ່ທີ່ຕ້ອງມີການນຳສະເໜີວຽກງານຢູ່ຕະຫຼາດດ້ວຍ PC Mode ທີ່ໄດ້ຮັບການພັດທະນາໄປອີກຂັ້ນໂດຍບໍ່ຕ້ອງໃຊ້ສາຍເຊື່ອມຕໍ່ເຮັດໃຫ້ສະດວກແລະສາມາດເຊື່ອມຕໍ່ກັບໜ້າຈໍທີ່ຮອງຮັບ Miracast ແບບໄຮ້ສາຍໂດຍເມື່ອເຊື່ອມຕໍ່ກັບໜ້າຈໍພາຍນອກແລ້ວໜ້າຈໍຂອງ Huawei Mate20 ແລະ Mate20Pro ຍັງສາມາດປ່ຽນເປັນ Touchpad ສຳລັບເລື່ອນຄວບຄຸມເມົ້າໄດ້ອີກດ້ວຍແລະ Wireless Projection ໃຊ້ງານແບບ PC Mode ໃຫ້ທ່ານສາມາດສາຍພາບພີເຊັ້ນເທຊັ່ນ, ເກມຫຼືວິດີໂອໄປຍັງຈໍຮັບຂະໜາດໃຫຍ່ໄດ້ທັນທີແບບໄຮ້ສາຍແລະຍັງໃຫ້ທ່ານສົ່ງຂໍ້ຄວາມຫຼືໂທອອກໄດ້ແບບສ່ວນຕົວໄປພ້ອມກັນ.

ສໍາລັບໃນປະເທດລາວວາງຈໍາໜ່າຍໃນລຸ້ນ Huawei Mate20 ລາຄາ 5,690,000 ກີບແລະ Mate20Pro ລາຄາ 7,690,000 ກີບ. ທັງ 2 ລຸ້ນມາພ້ອມ RAM 6GB, ໜ່ວຍຄວາມຈຳພາຍໃນ128 GB ໂດຍສີທີ່ເປີດຈຳໜ່າຍຈະເປັນສີງາມສົດໃສຮັບແຮງບັນດານໃຈຈາກທຳມະຊາດໄດ້ແກ່: ສີໃໝ່ລ່າສຸດຂຽວ Emerald Green, ດໍາ Classic Black (ໃນ Mate 20Pro), ສີ Twilight ອັນໂດດເດັ່ນ, ສີຟ້ານ້ຳເງິນ Midnight Blue (ໃນMate20)  ໂດຍເລີ່ມວາງຈຳໜ່າຍທົ່ວປະເທດໃນວັນທີ 11 ພະຈິກ 2018 ທີ່ຮ້ານຕົວແທນຈຳໜ່າຍກວ່າ 500 ຮ້ານ, ໂປຣໂມຊັ່ນພິເສດຮັບຟີຣເຄື່ອງຊັ່ງນໍ້າໜັກເພື່ອສຸຂະພາບມູນຄ່າ 800,000 ກີບ.

ເປີດຕົວຢ່າງຍິ່ງໃຫຍ່ ໃນລາວ Huawei Mate20 ແລະ Mate20Pro

Comments