ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP)

ໃນວັນທີ 14 ພະຈິກ 2018, ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ປະເທດສິງກະໂປ ແລະ ປະມຸກລັດ/ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຢ່າງຫຼວງຫຼາຍໃນການເຈລະຈາມາຮອດປະຈຸບັນ ແລະ ກໍານົດຄາດໝາຍຈະສໍາເລັດການເຈລະຈາໃຫ້ໄດ້ພາຍໃນປີ 2019. ການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາເປັນເວລາ ຫົກປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ.


ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຖືໄດ້ວ່າ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນເກືອບເຄິ່ງໂລກ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ ຫົກຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ເກົາຫຼີໃຕ້ ປະກອບເປັນ 16 ປະເທດໃນເຂດການຄ້າເສລີນີ້.


ເປົ້າໝາຍຂອງການເຈລະຈາ ແມ່ນເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ, ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດພາກພື້ນ ແລະ ການພັດທະນາເສດຖະກິດທີ່ສະເໝີພາບ ແລະ ເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດກ້າວໜ້າ ໂດຍເນັ້ນໃສ່ຜັນຂະຫຍາຍສັນຍາລະຫວ່າງອາຊຽນກັບຄູ່ເຈລະຈາ ຫຼື ອາຊຽນ + 1. ສັນຍາ RCEP ມີທ່າແຮງໃນການສ້າງກົດກະຕິກາໃໝ່ຂອງການຄ້າສາກົນດ້ານມາດຕະການເປີດເສລີທາງດ້ານການຄ້າ, ດ້ານການບໍລິການ ແລະ ການລົງທຶນ.


ມາຮອດປະຈຸບັນ ເດືອນ ພະຈິກ 2018, ການເຈລະຈາສາມາດສະຫຼຸບໄດ້ 7 ພາກຂອງສັນຍາຄື: ພາກກ່ຽວກັບ ການຮ່ວມມືທາງດ້ານເສດຖະກິດ; ວິສາຫະກິດຂະໜາດນ້ອຍ ແລະ ກາງ; ການຈັດຊື້ຂອງລັດຖະບານ; ຂັ້ນຕອນທາງດ້ານພາສີ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ; ສຸຂານາໄມ ແລະ ສຸຂານາໄມພືດ; ມາດຕະຖານ, ລະບຽບການດ້ານເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ; ແລະ ການຈັດຕັ້ງທາງດ້ານສະຖາບັນ. ໃນນີ້, 5 ພາກ ແມ່ນສໍາເລັດພາຍໃນປີ 2018. ຈາກຜົນຄວາມຄືບໜ້າຢ່າງຫຼວງຫຼາຍທີ່ບັນລຸໄດ້ໃນປີນີ້, ບັນດາປະເທດຄູ່ເຈລະຈາ ມີຄວາມມຸ່ງໝັ້ນສູງໃນການສຸມໃສ່ສືບຕໍ່ຮັກສາຄວາມຄືບໜ້າຂອງການເຈລະຈາໃນປະຈຸບັນ ແລະ ເຮັດໃຫ້ການເຈລະຈາ RCEP ສໍາເລັດໄດ້ ພາຍໃນປີໜ້າ.

Comments