ນາຍົກ ສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ແລະ ບັນດາຄູ່ເຈລະຈາ ທີ່ ສິງກະໂປ

ໃນວັນທີ 15 ພະຈິກ 2018 ທີ່ ສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ເຈລະຈາ ເຊັ່ນ: ກອງປະຊຸມສຸດຍອດສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການອາຊຽນ-ອິນເດຍ, ກອງປະຊຸມສຸດຍອດ ອາຊຽນ-ອາເມຣິກາ ຄັ້ງທີ 6, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 13.

ສຳລັບກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 6 ໃນຖານະປະເທດປະສານງານໃຫ້ແກ່ການພົວພັນ ອາຊຽນ-ສະຫະລັດອາເມຣິກາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕາງໜ້ານໍາສະ  ເໜີບົດຄໍາເຫັນລວມຂອງອາຊຽນ ກ່ຽວກັບການຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.

ໃນໂອກາດນີ້, ກອງປະຊຸມໄດ້ສະແດງຄວາມຍິນດີທີ່ເຫັນວ່າ: ການພົວພັນຮ່ວມມື ອາຊຽນ-ອາເມຣິກາ ໄດ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ໝັ້ນຄົງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໂດຍສະເພາະແມ່ນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ອາເມຣິກາ ສົກປີ 2016-2020, ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ເຖິງ 88% ຂອງກິດຈະກຳທັງໝົດ.

ບາງໂຄງການທີ່ພົ້ນເດັ່ນ ປະກອບມີໂຄງການ ອາຊຽນ-ອົງການພັດທະນາສາກົນ ສະຫະລັດ-ອາເມຣິກາ (USAID) ເພື່ອການເຕີບໂຕແບບກວມລວມ ຢູ່ ອາຊຽນ ແນໃສ່ສົ່ງເສີມປະຊາຄົມເສດຖະກິດອາຊຽນ ທີ່ມີການເຊື່ອມໂຍງສູງ ແລະ ໂຄງການການຮ່ວມມື ອາຊຽນ-ອົງການ USAID ເພື່ອສົ່ງເສີມປະສິດທິພາບ ພາກພື້ນໃນປະຊາຄົມການເມືອງ-ຄວາມໝັ້ນຄົງ ແລະ ປະຊາຄົມສັງຄົມ-ວັດທະນະທຳ (PROSPECT) ແລະ ອື່ນໆ.

ຂໍ້ມູນຈາກ: ຂປລ.

ພາບຈາກອິນເຕີເນັດ.

 

 

Comments