ລັດຖະມົນຕີການຕ່າງປະເທດ ພົບປະຮອງລັດຖະມົນຕີ ການຕ່າງປະເທດ ສ ອາເມລິກາ

ໃນວັນທີ 14 ພະຈິກ 2018 ໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງອື່ນໆ ທີ່ປະເທດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະ ມົນຕີ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຈອນ ສຸລິວັນ ຮອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ອາເມລິກາ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວໄປສູ່ບາດກ້າວໃໝ່.

ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ແລະ ຊຸກຍູ້ການຮ່ວມມືກັນໃນຕໍ່ໜ້າ. ສຳລັບການຮ່ວມມືສອງຝ່າຍ ໃນປັດຈຸບັນທີ່ພົ້ນເດັ່ນປະກອບ ມີ: ວຽກງານຊອກຄົ້ນຫາສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA); ການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO); ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການປ້ອງກັນ-ຄວບຄຸມຢາເສບຕິດ (Narcotic) ແລະ ການຊ່ວຍເຫຼືອດ້ານວັດທະນະທຳ-ສັງຄົມ.
ໃນໂອກາດພົບປະສອງຝ່າຍດັ່ງກ່າວ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໃຫ້ທຶນຊ່ວຍເຫຼືອແກ່ ສປປ ລາວ ໃນໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ. ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ການຮ່ວມມືໃນຂອບ ອາຊຽນ-ອາມລິກາ, ໂດຍສະເພາະໄລຍະເລີ່ມຈາກນີ້ໄປເປັນເວລາໜຶ່ງປີ, ສປປ ລາວ ເປັນປະເທດປະສານງານ ໃຫ້ແກ່ຂອບການຮ່ວມມື ອາ ຊຽນ-ອາເມລິກາ.

ທີ່ມາ: ຂ່າວສານປະເທດລາວ.

Comments