ສັນຍາ RCEP ມີທ່າແຮງໃນການສ້າງກົດກະຕິກາໃໝ່ຂອງການຄ້າສາກົນ

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພະຈິກ 2018 ທີ່ປະເທດສິງກະໂປ, ໃນກອງປະຊຸມ ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການເຈລະຈາ ແລະ ກໍານົດຄາດໝາຍການເຈລະຈາໃຫ້ສໍາເລັດພາຍໃນປີ 2019 ເຊິ່ງການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາ 6 ປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ.

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນ ຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ 6 ຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ສ.ເກົາຫລີ ປະກອບເປັນ 16 ປະເທດໃນເຂດການຄ້າເສລີ.

(ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມປະຊຸມ)

   ເປົ້າໝາຍຂອງການເຈລະຈາ ເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ, ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດພາກພື້ນ ແລະ ການພັດທະນາເສດຖະກິດທີ່ສະເໝີພາບ ແລະ ເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດກ້າວໜ້າ ໂດຍເນັ້ນໃສ່ຜັນຂະຫຍາຍສັນຍາລະຫວ່າງອາຊຽນກັບຄູ່ເຈລະຈາ ຫຼື ອາຊຽນ + 1.

(ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມປະຊຸມ)

   ສັນຍາ RCEP ມີທ່າແຮງໃນການສ້າງກົດກະຕິກາໃໝ່ຂອງການຄ້າສາກົນດ້ານມາດຕະການເປີດເສລີທາງດ້ານການຄ້າ, ດ້ານການບໍລິການ ແລະ ການລົງທຶນ.

ມາເຖິງເດືອນ ພະຈິກ 2018 ການເຈລະຈາສາມາດສະຫຼຸບໄດ້ 7 ພາກຂອງສັນຍາຄື: ພາກກ່ຽວກັບ ການຮ່ວມມືທາງດ້ານເສດຖະກິດ; ວິສາຫະກິດຂະໜາດນ້ອຍ ແລະ ກາງ; ການຈັດຊື້ຂອງລັດຖະບານ; ຂັ້ນຕອນທາງດ້ານພາສີ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ; ສຸຂະນາໄມ ແລະ ສຸຂະນາໄມພືດ; ມາດຕະຖານ, ລະບຽບການດ້ານເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ແລະ ການຈັດຕັ້ງທາງດ້ານສະຖາບັນ.

ໃນນີ້ 5 ພາກ ແມ່ນສໍາເລັດພາຍໃນປີ 2018. ຈາກຜົນຄວາມຄືບໜ້າຢ່າງຫຼວງຫຼາຍທີ່ບັນລຸໄດ້ໃນປີນີ້, ບັນດາປະເທດຄູ່ເຈລະຈາ ມີຄວາມມຸ່ງໝັ້ນສູງໃນການສຸມໃສ່ສືບຕໍ່ຮັກສາຄວາມຄືບໜ້າຂອງການເຈລະຈາໃນປັດຈຸບັນ ແລະ ເຮັດໃຫ້ການເຈລະຈາ RCEP ສໍາເລັດພາຍໃນປີ 2019.

ຂອບໃຈແຫຼ່ງຂໍ້ມູນ

ພາບຈາກອິນເຕີເນັດ

 

Comments