ທ່ານ ບໍ່ແສງຄຳ ວົງດາລາ ຕ້ອນຮັບທູດຈີນ ຄົນໃໝ່

ໃນວັນທີ 15 ພະຈິກ 2018 ຜ່ານມານີ້ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຈຽງ ຈ້າຍ ຕົງ  ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປ ຈີນ ຄົນໃໝ່ ປະຈຳ ສປປ ລາວ.

 ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ໃນໄລຍະຜ່ານມາ ກະຊວງ ຖວທ ກໍໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກລັດຖະບານ ຈີນ ບໍ່ວ່າຈະເປັນວິຊາການ ແລະ ອຸປະກອນຕ່າງໆ ທີ່ໃຊ້ໃນວຽງານສື່ມວນຊົນ ເປັນຕົ້ນ ໂທລະພາບ, ວິທະຍຸ ແລະ ສື່ສິ່ງພິມຕ່າງໆ.

ລາວ ແລະ ຈີນ ໄດ້ຮ່ວມມືກັນສົ່ງເສີມດ້ານວຽກງານການທ່ອງທ່ຽວ ເຊິ່ງປັດຈຸບັນ ມີນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວລາວ ນັບມື້ຫຼາຍຂຶ້ນ.

ນອກຈາກນີ້ ສອງປະເທດ ຍັງໄດ້ຕົກລົງເຫັນດີເອົາ ປີ 2019 ເປັນປີທ່ອງທ່ຽວ ລາວ-ຈີນ ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວສອງປະເທດ.

 

ຂໍ້ມູນຈາກ: ຂປລ.

Comments