ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມອາຊຽນ ທີ່ ສິງກະໂປ.

ວັນທີ 13 ພະຈິກ 2018 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປເປັນເຈົ້າພາບ ເຊິ່ງໃນກອງປະຊຸມຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄ້າງຄາ.

ປັດຈຸບັນ ອາຊຽນ ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 88%ຂອງຈຳນວນທັງໝົດ 290 ກິດຈະກໍາ ພາຍໃຕ້ແຜນແມ່ບົດດັ່ງກ່າວ ໃນນັ້ນ ສປປ ລາວ ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໂດຍໄດ້ສຳເລັດການເປັນເຈົ້າພາບກອງປະຊຸມປະສານງານ ຄັ້ງທີ 2 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບສິດທິໄດ້ຮັບການສຶກສາ ແລະ ເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ໃນຕົ້ນເດືອນຕຸລາ ຜ່ານມາ.

ພ້ອມນັ້ນໃນຕອນເຊົ້າຂອງວັນດຽວກັນ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍ່ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 22 .

ຂອບໃຈແຫຼ່ງຂໍ້ມູນ

ພາບຈາກອິນເຕີເນັດ

 

Comments