ໃນວັນທີ 14 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລະດັບສຸດຍອດ ກັບບັນດາຄູ່ເຈລະຈາຂອງອາຊຽນ ເຊັ່ນ: ກອງປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນ ທາງການອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 20, ກອງປະຊຸມອາຫານທ່ຽງແບບເຮັດວຽກສໍາລັບຜູ້ນໍາອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21. ນອກຈາກນີ້, ຍັງມີການພົບປະສອງຝ່າຍກັບ ລັດເຊຍ ແລະ ສ.ເກົາຫລີ.
ກອງປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການ ອາຊຽນ-ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ໄດ້ຈັດຂຶ້ນ ໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຜັນຂະຫຍາຍ 15 ຂໍ້ລິເລີ່ມ ທີ່ ລັດຖະບານອົດສະຕຣາລີ ໄດ້ປະກາດໃນໂອກາດກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ.
ນອກນີ້, ສອງຝ່າຍ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆ ເຊັ່ນ: ຄວາມໝັ້ນຄົງທາງຄອມພິວເຕີ, ການສົ່ງເສີມການອຳນວຍຄວາມສະດວກການຄ້າ, ການລົງທຶນ, ການບໍລິການ, ການທ່ອງທ່ຽວ, ການພັດທະນາ ແລະ ການເຂົ້າເຖິງແຫລ່ງທຶນ ສໍາລັບວິສະຫະກິດຂະຫນາດນ້ອຍ ແລະ ກາງ (SMEs), ການຖ່າຍທອດເຕັກໂນໂລຊີໃໝ່, ນະວັດຕະກຳດ້ານການປະກອບການ ແລະ ການບໍລິການສຳລັບເຄືອຂ່າຍຕົວເມືອງອັດສະລິຍະ ແລະ ອື່ນໆ.
ໃນໂອກາດນີ້, ສປປ ລາວ ໄດ້ສະເໜີ ໃຫ້ອົດສະຕຣາລີ ສືບຕໍ່ໃຫ້ການ ສະໜັບສະໜູນອາຊຽນ ໃນຂົງເຂດການສຶກສາ ແລະ ສະແດງຄວາມຂອບໃຈທີ່ອົດສະຕຣາລີ ເຫັນດີຈະໃຫ້ການຊ່ວຍເຫຼືອດ້ານການປະເມີນຄວາມຄືບໜ້າ ຂອງການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ພາຍໃນອາຊຽນ.
ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 21 ໄດ້ສະແດງຄວາມຍິນດີຕໍ່ການສະເຫຼີມສະຫຼອງຄົບຮອບ 15 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ໃນປີ 2018 ແລະ ຢືນຢັນຄືນຄວາມໝາຍໝັ້ນ ຂອງທັງສອງຝ່າຍ ທີ່ຈະສືບຕໍ່ຮັດແໜ້ນການຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນໃນໄລຍະຍາວ ໂດຍການຮັບຮອງເອົາວິໄສທັດຄູ່ຮ່ວມຍຸດທະສາດອາຊຽນ-ຈີນ 2030.
ຜູ້ນຳອາຊຽນ ແລະ ຈີນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າຫຼາຍດ້ານ ໃນການການ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ 2016-2020 ໃນໄລຍະປີຜ່ານມາ ແລະ ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືເພື່ອຈັດຕັ້ງປະຕິບັດ ແຜນປະຕິບັດງານດັ່ງກ່າວ ໃຫ້ມີປະສິດທິພາບຍິ່ງຂຶ້ນ.
ນອກນີ້, ກອງປະຊຸມໄດ້ຮັບຊາບຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດຖະແຫຼງການວ່າດ້ວຍ ການປະພຶດຂອງບັນດາຝ່າຍ ໃນທະເລຈີນໃຕ້ (ດີໂອຊີ) ແລະ ໝາຍໝັ້ນທີ່ຈະເລັ່ງລັດການເຈລະຈາກົດແຫ່ງການປະພຶດ (ຊີໂອຊີ) ໃຫ້ສຳເລັດພາຍໃນ 3 ປີ.
ຄຽງຄູ່ກັນນີ້ ຍັງໄດ້ສະແດງ ຄວາມຍິນ ດີຕໍ່ໝາກຜົນ ຂອງການຈັດຕັ້ງປະຕິບັດກິດຈະກໍາສະເຫຼີມສະຫຼອງປີ ນະວັດຕະກຳ ອາຊຽນ-ຈີນ ປີ 2018 ນີ້ ແລະ ໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ກອງປະຊຸມ ເຫັນດີກຳນົດເອົາປີ 2019 ເປັນປີແລກປ່ຽນສື່ມວນຊົນ ອາຊຽນ-ຈີນ ແລະ ເຫັນດີເພີ່ມທະວີການຮ່ວມມື ໃນດ້ານຕ່າງໆທີ່ອາຊຽນ ແລະ ຈີນ ມີທ່າແຮງ ເຊັ່ນ ການພັດທະນາເຄືອຂ່າຍຕົວເມືອງ ອັດສະລິຍະ, ເສດຖະກິດດີຈີຕອນ, ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ ຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີ ຕໍ່ການປະກາດຂອງ ຈີນ ທີ່ຈະປະກອບທຶນ ຈຳນວນ 10 ລ້ານ ໂດລາສະຫະລັດ ເຂົ້າໃນກອງທຶນ ການຮ່ວມ ມືອາຊຽນ-ຈີນ ເພື່ອຈັດຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆ ໂດຍສະເພາະການສະໜອງທຶນການສຶກສາ ແລະ ການຝຶກອົບຮົມ ສຳລັບປີ 2019.
ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ ຄັ້ງທີ 20 ໄດ້ສະແດງຄວາມເພີ່ງພໍໃຈ ຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ 2016-2020, ໃນນີ້, ສອງຝ່າຍເຫັນດີສືບຕໍ່ຮັດແໜ້ນ ການຮ່ວມ ມືໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ, ເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝ, ແລະ ໂຄງການພັດ ທະນາຕົວເມືອງອັດສະລິຍະ.
ສຳຄັນແມ່ນ ກອງປະຊຸມ ເຫັນດີ ຕໍ່ຂໍ້ສະເໜີຂອງ ສ.ເກົາຫລີ ທີ່ຈະຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງ ການພົວພັນອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019 ທີ່ ສ.ເກົາຫລີ.
ນອກນີ້ ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມ ແລະ ຄໍາໝາຍໝັ້ນ ໃນການປັບປຸງສາຍພົວພັນ ລະຫວ່າງ ສອງ ເກົາຫລີ ເພື່ອກ້າວໄປສູ່ການສ້າງແຫຼມເກົາຫລີ ໃຫ້ເປັນພາກພື້ນທີ່ມີສັນຕິພາບແບບຍືນຍົງ ແລະ ເປັນເຂດປອດອາວຸດນິວເຄລຍ.
ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນໝາກຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນແຜນປະຕິບັດງານ ອາຊຽນ-ລັດເຊຍ 2016-2020, ແລະ ການຜັນຂະຫຍາຍຄຳຕົກລົງຕ່າງໆ ຂອງກອງປະຊຸມສະເຫຼີມສະຫຼອງ ການພົວພັນອາຊຽນ-ລັດເຊຍ ຄົບຮອບ 20 ປີ ທີ່ ໂຊຈິ.
ໝາກຜົນການຮ່ວມມື ລະຫວ່າງ ອາຊຽນ-ລັດເຊຍ ຕະຫຼອດໄລຍະ 22 ປີຜ່ານມາໄດ້ເປັນພື້ນຖານອັນຫນັກແຫນ້ນ ໃຫ້ການການເພີ່ມທະວີການພົວພັນຮ່ວມມື ໃຫ້ກ້າວຂື້ນສູ່ລະດັບໃໝ່ໃນຕໍ່ຫນ້າ.
ໃນໂອກາດນີ້ ຜູ້ນຳອາຊຽນ ໄດ້ເຫັນດີຍົກລະດັບການພົວພັນ ອາຊຽນ-ລັດເຊຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໂດຍຜ່ານການອອກຖະແຫຼງການຮ່ວມ ອາ ຊຽນ -ລັດເຊຍ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ.
ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ອອກຖະແຫຼງການ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເຊິ່ງເປັນຂົງເຂດທີ່ມີຄວາມສຳຄັນ ໃນການ ຮ່ວມມືໃນຍຸກປັດຈຸບັນ. ເພື່ອເປັນການຊຸກຍູ້ການຮ່ວມມືທາງເສດຖະກິດ.
ຜູ້ນຳ ອາຊຽນ-ລັດເຊຍ ຍັງໄດ້ເປັນສັກຂີພິຍານການລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ເລຂາທິການໃຫຍ່ອາຊຽນ ແລະ ຄະນະກຳມາທິການ ອົງການຮ່ວມມືເສດຖະກິດ ຢູເຣເຊຍ ເພື່ອສົ່ງເສີມ ການຮ່ວມມື ລະຫວ່າງ ອາຊຽນ ແລະ.
ນອກນີ້ ໃນຕໍ່ໜ້າ ສອງຝ່າຍຍັງຈະສຸມໃສ່ ການຮ່ວມມືດ້ານການຄຸ້ມຄອງໄພພິບັດ ເຊິ່ງເປັນຂົງເຂດທີ່ມີສອງຝ່າຍມີຄວາມສົນໃຈຮ່ວມ.
ກອງປະຊຸມຍັງໄດ້ຊຸກຍູ້ ໃຫ້ບັນດາຂະແໜງການຮ່ວມມືຕ່າງໆ ເພີ່ມທະວີການຮ່ວມມື ແລະ ປະ ສານງານ ແນໃສ່ເຮັດໃຫ້ກິດຈະກຳຮ່ວມມືໃນຂົງເຂດຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທໍາຍິ່ງໆຂຶ້ນ.
ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ໄດ້ສະເຫຼີມສະຫຼອງການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ຄົບຮອບ 45 ປີໃນປີ 2018. ໃນໂອກາດນີ້, ກອງປະຊຸມໄດ້ອອກຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ເພື່ອສະເຫຼີມສະຫຼອງການພົວພັນ ຄົບຮອບ 45 ປີ ເຊິ່ງສະແດງເຖິງການຢໍ້າຄືນຄວາມໝາຍໝັ້ນ ອັນແຮງກ້າໃນການເສີມຂະຫຍາຍການຮ່ວມມື ແລະ ມິດຕະພາບ ລະຫວ່າງອາຊຽນ ແລະ ຍີ່ປຸ່ນໃນຕໍ່ຫນ້າ ເພື່ອນຳເອົາຜົນ ປະໂຫຍດຕົວຈິງ ມາສູ່ ປະຊາຊົນຂອງທັງສອງຝ່າຍ.
ກອງປະຊຸມເຫັນດີສືບຕໍ່ຮ່ວມມື ໃນຂົງເຂດຕ່າງໆທີ່ມີຄວາມສົນໃຈຮ່ວມເຊັ່ນ: ການຮ່ວມມືຕ້ານອາຊະຍາກຳທາງອິນເຕີເນັດ, ການເຊື່ອມຈອດ, ການສຶກສາ, ວຽກງານສາທາລະນະສຸກ, ການຄຸ້ມຄອງໄພພິບັດ, ການແລກປ່ຽນຊາວໜຸ່ມ ແລະ ອື່ນໆ.
ນອກນີ້ ກອງປະຊຸມຍັງຮັບຊາບການດັດແກ້ສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ຮັບຊາບຄວາມຄືບໜ້າ ໃນການຮ່າງສັນຍາຮ່ວມມືດ້ານວິຊາການ ເພື່ອເພີ່ມທະວີການຮ່ວມມື ດ້ານການພັດທະນາ ໃນຕໍ່ໜ້າ.
ກອງປະຊຸມອາຫານທ່ຽງແບບເຮັດວຽກສຳລັບຜູ້ນຳອາຊຽນ ແລະ ແຂກຂອງປະທານ ໄດ້ແລກ ປ່ຽນຄໍາຄິດຄຳເຫັນ ກ່ຽວກັບ ສະພາບການ ແລະ ທ່າອ່ຽງຂອງເສດຖະກິດໂລກ, ໃນນີ້ ໄດ້ຮັບຊາບ ບັນດາບຸລິມະສິດທີ່ມີຄວາມສອດຄ່ອງກັນ ຂອງບັນດາອົງການຮ່ວມມືພາກພື້ນຕ່າງໆ ເຊັ່ນ ບູລິມະສິດ ພາຍໃຕ້ການເປັນປະທານກຸ່ມປະເທດ ຈີ 7 ຂອງການາດາໃນປີ 2018, ກໍຄື ຂອງກຸ່ມອາເປັກ ພາຍໃຕ້ການເປັນປະທານຂອງຊີເລ ໃນປີ 2019, ເຊິ່ງລ້ວນແຕ່ເນັ້ນໃສ່ ການຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດແບບຍືນຍົງຂອງບັນດາ ປະເທດຕ່າງໆໃນທົ່ວໂລກ.
ໃນທ່າມກາງທີ່ສະພາບເສດຖະກິດໂລກ ຍັງຜັນແປຢ່າງສັບສົນ ກອງປະຊຸມເຫັນວ່າ ການຮ່ວມມື ແລະ ການແລກປ່ຽນດ້ານການຄ້າລະຫວ່າງ ບັນດາປະເທດຕ່າງໆໃນໂລກ ໂດຍຜ່ານ ການຄ້າເສລີຫຼາຍຝ່າຍ ຍັງເປັນທ່າອ່ຽງລວມທີ່ເໝາະສົມກັບສະພາບຄວາມເປັນຈິງ ເພື່ອຊ່ວຍໃຫ້ປະເທດຕ່າງໆບໍ່ວ່ານ້ອຍ ຫຼື ໃຫຍ່ ໄດ້ມີໂອກາດທີ່ເທົ່າທຽມກັນໃນການພັດທະນາ, ການເຂົ້າເຖິງຕະຫຼາດ, ການເຕີບ ໂຕທາງດ້ານເສດຖະກິດ ກໍຄື ການຫຼຸດຜ່ອນຄວາມທຸກຍາກ.
ຂໍ້ມູນຈາກ: ຂປລ.
ພາບຈາກອິນເຕີເນັດ