ເຂົ້າໄກ່ນ້ອຍ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ຮຽບຮ້ອຍແລ້ວ

ວັນທີ 13 ພະຈິກ 2018 ຜ່ານມາ ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງ ຫົວພັນ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນ ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໃຫ້ແກ່ສະມາຄົມສົ່ງເສີມ ເຂົ້າໄກ່ນ້ອຍຫົວພັນ ເຊິ່ງຂຶ້ນຮັບໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ.

ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ແລະ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມ ສົ່ງເສີມເຂົ້າໄກ່ນ້ອຍ ແຂວງຫົວພັນ ໂດຍມີ 242 ຄອບຄົວ ແລະ 3 ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ຈຸດປະສົງຂອງ ການຈົດທະບຽນປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍຈາກແຂວງຫົວພັນ ແມ່ນເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ສືບທອດມາຈາກບັນພະບູລຸດຫຼາຍເຊັ່ນຄົນ ສາມາດເວົ້າໄດ້ວ່າ: ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ, ທັງເປັນເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້.

ພາຍຫຼັງທີ່ມີການຈົດທະບຽນ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍ ຈາກໜ່ວຍງານຢັ້ງຢືນພາຍໃນ ຫຼື ສາກົນ ຈິ່ງຈະເຮັດໃຫ້ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນຕະຫຼາດ ຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງໂດຍ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ຂໍ້ມູນຈາກ: ຂປລ.

Comments