ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ປ້ອງກັນໂຄວິດ ໄລຍະບຸນປະເພນີຂອງຫລາຍຊົນເຜົ່າທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ສະເໜີໃນວັນທີ 6 ມັງກອນ 2022 ວ່າ: ໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ໂດຍສະເພາະບຸນກິນຈຽງ, ບຸນປີໃໝ່ເຜົ່າກຶມມຸ, ບຸນປະເພນີກອງເຂົ້າ, ດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ, ດັ່ງນັ້ນຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອົງການປົກຄອງທຸກຂັ້ນ ຈົ່ງເອົາໃຈໃສ່ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ. ໂດຍສະເພາະການຈັດບຸນປະເພນີຂໍໃຫ້ເຮັດແບບກະທັດຮັດ “ສະເພາະໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫລີກເວັ້ນການຊຸມແຊວແບບເປັນຈຸ້ມ” ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫລາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19, ປັດຈຸບັນບໍ່ມີອາການຮຸນແຮງ, ແຕ່ກົງກັນຂ້າມຖ້າຕິດເຊື້ອໃນຜູ້ອາຍຸສູງ ຫຼື ຜູ້ມີພະຍາດປະຈໍາຕົວ, ຜູ້ບໍ່ທັນສັກວັກຊີນກໍຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະ ເສຍຊີວິດໄດ້.ຂໍ້ມູນ ລາວພັດທະນາ.
Read More »ຂ່າວ ພາຍໃນປະເທດ
ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາ
ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາໃນປີ 2021 ຜ່ານມາ ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ແລະ ປະຊາຊົນ ທໍາການຜະລິດສິນຄ້າ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເຊັ່ນ: ການປູກພືດ ແລະ ລ້ຽງສັດໃຫຍ່ທີ່ມີໂຄຕ້າແລ້ວ. ການຊຸກຍູ້ການຜະລິດ ແລະ ສົ່ງອອກສິນຄ້າກະສິກຳ ປີ 2021 ສາມາດປະຕິບັດໄດ້ 905.36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການປີ 2021 (ແຜນການປີ 2021: 1,100 ລ້ານໂດລາ) ສິນຄ້າກະສິກຳຂອງລາວ ທີ່ສົ່ງອອກແມ່ນ: ກ້ວຍ ມູນຄ່າ 225.33 ລ້ານໂດລາ; ຢາງພາລາ ມູນຄ່າ 214.37 ລ້ານໂດລາ; ມັນຕົ້ນ ມູນຄ່າ 196.58 ລ້ານໂດລາ; ອ້ອຍ ມູນຄ່າ 25.43 ລ້ານໂດລາ; ໝາກໂມ ມູນຄ່າ 26.33 ລ້ານໂດລາ ແລະ ...
Read More »ຂະແໜງກໍ່ສ້າງ ກຳປູເຈຍ ດຶງດູດການລົງທຶນຫລາຍກວ່າ 5 ຕື້ໂດລາ
ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ກະຊວງ ບໍລິຫານ ການຈັດການພື້ນທີ່ ການວາງແຜນ ແລະ ການກໍ່ສ້າງ ຂອງ ກຳປູເຈຍ ໄດ້ເປີດເຜີຍທຸລະກິດກໍ່ສ້າງຂອງ ກຳປູເຈຍ ສາມາດດຶງດູດການລົງທຶນລວມທັງໝົດປະມານ 5.33 ຕື້ໂດລາ ໃນປີ 2021, ຫລຸດລົງ 31% ເມື່ອທຽບໃສ່ປີຕໍ່ປີ. ກຳປູເຈຍ ອອກໃບອະນຸຍາດໃຫ້ແກ່ໂຄງການກໍ່ສ້າງຈຳນວນ 4,303 ໂຄງການ ໃນປີ 2021 ໂດຍມີ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນ ໄດ້ຄອງຕຳແໜ່ງ ຜູ້ລົງທຶນ ຕ່າງປະເທດ ອັນດັບຕົ້ນໃນພາກທຸລະກິດກໍ່ສ້າງ ແລະ ອະສັງຫາລິມະຊັບຂອງປະເທດ. ປັດຈຸບັນກຳປູເຈຍມີອາຄານສູງ (ລະຫວ່າງ 5-40 ຊັ້ນ) ຈຳນວນ 2,392 ຫລັງ, ພື້ນທີ່ ຢູ່ອາໄສໃໝ່ 474 ແຫ່ງ, ໂຮງແຮມ 1,053 ຫລັງ ແລະ ອື່ນໆອີກຫຼວງຫຼາຍ. ຂໍ້ມູນ ຂປລ.
Read More »ແຈ້ງຂ່າວດີ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ສປ ຈີນ ສາມາດຜະລິດໄດ້ແລ້ວ
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແຈ້ງຂ່າວດີ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ສປ ຈີນ ສາມາດຜະລິດໄດ້ແລ້ວ “ໂມລາໂກເວຍ” ວິທີການໃຊ້ “ໂມລາໂກເວຍ” ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ສະເໜີໃນວັນທີ 6 ມັງກອນ 2022 ວ່າ:ໃຫ້ທຸກພາກສ່ວນຮ່ວມມື ເອົາໃຈໃສ່ ແລະ ໃຫ້ມີຄວາມເຄັ່ງຄັດ ໃນການຊີ້ນຳການຈັດຕັ້ງປະຕິບັດ ມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໃນໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ແລະ ພ້ອມນີ້ກໍແຈ້ງຂ່າວດີໃຫ້ສັງຄົມລາວຮູ້: ສປປ ລາວ ເຮົາສາມາດຜະລິດໄດ້ແລ້ວ “ໂມລາໂກເວຍ”: ຢາປິ່ນປົວດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍ, ຈະນຳໃຊ້ຢ່າງມີປະສິດທິພາບ ເພຶ່ອຫຼຸດຜ່ອນອາການຂອງຜູ້ຕິດເຊື້ອ ທີ່ມີອາການຮຸນແຮງ ແລະ ຫຼຸດຜ່ອນໂອກາດການເສຍຊີວິດຂອງຜູ້ປ່ວຍໄດ້.ຂ່າວດີອີກຢ່າງຫນຶ່ງໃນບໍ່ດົນມານີ້, ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນໍາໃຊ້ຢາປິ່ນປົວພະຍາດໂຄວິດ-19 ທີ່ສາມາດລະງັບ ແລະ ປິ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນ ໂອມິຄຣອນ ໄດ້ ສະນັ້ນຖືວ່າການຄົ້ນຄວ້າໃນຄັ້ງນີ້ອາດຈະເປັນຂ່າວດີ ທີ່ພວກເຮົາຈະສາມາດ ລະງັບ ແລະ ຄວບຄຸມ ສະພາບການລະບາດໄດ້ ແຕ່ທັງນີ້ກໍຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ຫລາຍຂຶ້ນຕາມເປົ້າຫມາຍ.ຂໍ້ມູນ ລາວພັດທະນາ.
Read More »ໂຮງງານຜະລິດຢາເລກ 3 ແຈ້ງລາຄາຂາຍ 400,000 ກີບຕໍ່ກ່ອງ ເອກະພາບກັນໃນທົ່ວປະເທດ
ທ່ານ ລາຫຸນ ຈັນທະບຸດ ຜູ້ອໍານວຍການບໍລິສັດລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ລາຍງານ ໃນວັນທີ 6 ມັງກອນ 2022 ນີ້ ທີ່ກະຊວງສາທາລະນະສຸກ ວ່າ: ການຜະລິດ ແລະ ການສະຫນອງຢາປິ່ນປົວພະຍາດໂຄວິດ-19: ພວກເຮົາມີຜະລິດຕະພັນນັບແຕ່ເລີ່ມ ການພະຍາດໂຄວິດ-19 ລະບາດ ຊຶ່ງມີ 2 ຫມວດຄື ຫມວດທີ 1 ສໍາລັບ ປ້ອງກັນ ປະກອບມີຜ້າປິດປາກ-ດັງ, ເຈວລ້າງມື, ເຫລົ້າພົນຂ້າເຊື້ອ ຫມວດທີ 2 ສໍາລັບປິ່ນປົວປະກອບມີ ຜະລິດຕະພັນລາຊາບີ, ກະຊາຍຂາວ, ຜັກຄາວທອງ ຊຶ່ງນອກຈາກເປັນການສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງລາວ ແລ້ວ ຍັງບໍ່ມີຜົນສະທ້ອນຕໍ່ສຸຂະພາບ ດັ່ງນັ້ນ, ຈຶ່ງສະເຫນີຫັນມາຊົມໃຊ້ຜະລິດຕະພັນຢາ ພື້ນເມືອງຂອງລາວໃຫ້ ຫລາຍຂຶ້ນ ລາຄາກໍບໍ່ແພງ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍ. ທ່ານ ລາຫຸນ ກ່າວອີກວ່າ: ສໍາລັບຢາປິ່ນປົວພະຍາດໂຄວິດ-19 ທີ່ຜະລິດອອກມາໃຫມ່ເປັນຢາຜະລິດດ້ວຍເຄມີ ຊຶ່ງໄດ້ຮັບການພັດທະນາໂດຍບໍລິສັດ ເມິກ ອາເມລິກາ ຊຶ່ງພວກເຮົາໄດ້ນໍາເອົາສູດຢາດັ່ງກ່າວມາຜະລິດ ຢູ່ໃນປະເທດເຮົາ., ພວກເຮົາໄດ້ມີຢາປິ່ນປົວທີ່ມີປະສິດທິພາບສູງ ແລະ ຢາດັ່ງກ່າວໄດ້ ຈໍາຫນ່າຍແລ້ວ, ເນື່ອງຈາກມີຜູ້ຕິດເຊື້ອເປັນຈໍານວນຫລາຍຈຶ່ງເຮັດໃຫ້ຄວາມສາມາດການສະຫນອງຢາປິ່ນປົວບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ. ...
Read More »ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ ໃນລາວ ສາທາ ຮຽກຮ້ອງບໍ່ໃຫ້ແຕກຕື່ນ ແລະ ຢ້ານເກີນເຫດ
ຕອນຄໍ່າວັນທີ 6 ມັງກອນ 2022 ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວພິເສດ ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ (Omicron) ກໍລະນີທຳອິດ ເປັນເພດຍິງ, ເຊິ່ງມີປະຫວັດເດີນທາງ ມາຈາກປະເທດອິນເດຍ ໂດຍຜ່ານປະເທດສີລັງກາ ແລະ ມາເລເຊຍ. ໃນວັນອາທິດ ວັນທີ 2 ມັງກອນ 2022 ໄດ້ມີຖ້ຽວບິນ AK 7552 ຈາກ ປະເທດມາເລເຊຍ ເດີນທາງມາ ສປປ ລາວ, ໃນຖ້ຽວບິນດັ່ງກ່າວ ມີຜູ້ເດີນທາງມານຳກັນທັງໝົດ 42 ຄົນ, ເຊິ່ງທຸກຄົນໄດ້ຖືກເກັບຕົວຢ່າງ ແລະ ກວດພົບຜູ້ຕິດເຊື້ອ 2 ຄົນເປັນຄອບຄົວດຽວກັນ, ໃນນີ້ ພົບສາຍພັນ Omicron ຈຳນວນ 1 ຄົນ ເປັນເພດຍິງ, ເຊິ່ງຜູ້ຕິດເຊື້ອ 2 ຄົນດັ່ງກ່າວ, ໄດ້ສັກວັກຊິນຄົບໂດສ, ປັດຈຸບັນ ບໍ່ມີອາການສະແດງ ...
Read More »ກຳປູເຈຍ ມີລາຍໄດ້ ຈາກພາສີ ຫລາຍກວ່າ 5 ຕື້ໂດລາ
ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຮຸນເຊນ ນາຍົກ ລັດຖະ ມົນຕີກຳປູເຈຍ ຖະແຫລງຂ່າວ ຜ່ານ ສະຖານີ ໂທລະພາບ ແຫ່ງຊາດ ກຳປູເຈຍ (TVK) ວ່າ: ລັດຖະບານ ກຳປູເຈຍ ມີລາຍໄດ້ ຈາກ ພາສີ ລວມມີ 5.07 ຕື້ໂດລາ ໃນປີ 2021. ທ່ານຮຸນເຊນ ກ່າວ ໃນລະຫວ່າງ ການເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງຖະໜົນລະດັບຊາດຢູ່ແຂວງ ເກາະກົງ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດວ່າ ກົມພາສີອາກອນ (GDT) ມີລາຍໄດ້ 2.78 ຕື້ໂດລາ ໃນປີກາຍ. ຂໍ້ມູນ ຂປລ.
Read More »ປະກາດປັບຫຼຸດ ອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7%
ປະກາດປັບຫຼຸດ ອັດຕາອາກອນມູນຄ່າເພີ່ມລົງ ຈາກ 10% ເປັນ 7% ກະຊວງການເງິນ ໄດ້ອອກແຈ້ງການ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ. ສະນັ້ນ, ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ດັ່ງນີ້: 1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວທຸລະກິດ ໃນ ສປປ ລາວ ຕ້ອງຈັດຕັ້ງປະຕິບັດບາງນະໂຍບາຍໂດຍສະເພາະແມ່ນອັດຕາອາກອນແຕ່ລະປະເພດທີ່ມີການປັບປຸງ ແລະ ກົນໄກໃໝ່ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021 ນັບເເຕ່ ວັນທີ 1 ມັງກອນ 2012 ເປັນຕົ້ນໄປ. 2. ບັນດາຫົວໜ່ວຍວິສາຫະກິດ ທີ່ນຳເຂົ້າ-ສົ່ງອອກສິນຄ້າ ທີ່ມີເງື່ອນໄຂ ແລະ ມາດຖານ (ເອອີໂອ) ຕາມທີ່ໄດ້ກໍານົດໄວ້ໃນຄຳແນະນໍາສະບັບເລກທີ 4490/ກງ, ລົງວັນທີ 14 ກັນຍາ 2021 ໃຫ້ແຈ້ງມອບອາກອນໃນເວລາມີການສະໜອງສິນຄ້າຢູ່ພາຍໃນປະເທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ໂລແມງ I ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ...
Read More »WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ.
ອົງການອະນາໄມໂລກ WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ. ອົງການອະນາໄມໂລກ WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ສົ່ງຜົນຕໍ່ລະບົບການຫາຍໃຈສ່ວນເທິງ ຄືມີອາການເຈັບຄໍເທົ່ານັ້ນ, ແຕ່ບໍ່ສົ່ງຜົນກະທົບທີ່ຮ້າຍແຮງແກ່ປອດ, ຈະບໍ່ເຮັດໃຫ້ປອດອັກເສບຢ່າງຮຸນແຮງ ຄືກັບສາຍພັນ ເດວຕ້າ, ເຖິງວ່າການລະບາດຈະໄວຫຼາຍກວ່າສາຍພັນ ເດວຕ້າ ກໍ່ຕາມ. ອີກສາເຫດທີ່ເຮັດໃຫ້ຄົນປ່ວຍທີ່ຕິດເຊື້ອສາຍພັນໃໝ່ບໍ່ຮຸນແຮງ ກໍ່ຍ້ອນປະຊາຊົນສ່ວນຫຼາຍໄດ້ຮັບວັກຊີນ ມີພູມຄຸ້ມກັນທີ່ດີ, ມີລາຍງານຈຳນວນຜູ້ຕິດເຊື້ອສູງສຸດໃນຫຼາຍປະເທດເຊັ່ນອາເມລິກາ ແລະ ປະເທດອື່ນໆ ແຕ່ຈຳນວນຜູ້ທີ່ມີອາການຮຸນແຮງ ແລະ ເສຍຊີວິດ ແມ່ນໜ້ອຍຫຼາຍຖ້າທຽບໃສ່ສາຍພັນ ເດວຕ້າ. ຂໍ້ມູນ TNN WHO ຢືນຢັນແລ້ວວ່າໄວຣັດສ໌ສາຍພັນໃໝ່ “ໂອໄມຄລອນ” ມີອາການບໍ່ຮຸນແຮງ.
Read More »ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022” ທີ່ຈະຈັດຂື້ນໃນວັນທີ 25-29 ມັງກອນ 2022
ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022” ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ “ເທດສະການອາຫານລາວ 2022” , ທ່ານນາງ ຈັນທະຈອນ ວົງໄຊ ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາສິກ, ຄະນະຮັບຜິດຊອບງານ , ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວຢ່າງພ້ອມໜ້າ. ໃນປີ 2022 ນີ້ ເທດສະການອາຫານ ຈະໄດ້ຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022. ສທຍ ຈະຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວ ທີ່ໂດດເດັ່ນ ພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ...
Read More »