ຂະແໜງກໍ່ສ້າງ ກຳປູເຈຍ ດຶງດູດການລົງທຶນຫລາຍກວ່າ 5 ຕື້ໂດລາ

ຂະແໜງກໍ່ສ້າງ ກຳປູເຈຍ ດຶງດູດການລົງທຶນຫລາຍກວ່າ 5 ຕື້ໂດລາ


ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ກະຊວງ ບໍລິຫານ ການຈັດການພື້ນທີ່ ການວາງແຜນ ແລະ ການກໍ່ສ້າງ ຂອງ ກຳປູເຈຍ ໄດ້ເປີດເຜີຍທຸລະກິດກໍ່ສ້າງຂອງ ກຳປູເຈຍ ສາມາດດຶງດູດການລົງທຶນລວມທັງໝົດປະມານ 5.33 ຕື້ໂດລາ ໃນປີ 2021, ຫລຸດລົງ 31% ເມື່ອທຽບໃສ່ປີຕໍ່ປີ. ກຳປູເຈຍ ອອກໃບອະນຸຍາດໃຫ້ແກ່ໂຄງການກໍ່ສ້າງຈຳນວນ 4,303 ໂຄງການ ໃນປີ 2021 ໂດຍມີ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນ ໄດ້ຄອງຕຳແໜ່ງ ຜູ້ລົງທຶນ ຕ່າງປະເທດ ອັນດັບຕົ້ນໃນພາກທຸລະກິດກໍ່ສ້າງ ແລະ ອະສັງຫາລິມະຊັບຂອງປະເທດ. ປັດຈຸບັນກຳປູເຈຍມີອາຄານສູງ (ລະຫວ່າງ 5-40 ຊັ້ນ) ຈຳນວນ 2,392 ຫລັງ, ພື້ນທີ່ ຢູ່ອາໄສໃໝ່ 474 ແຫ່ງ, ໂຮງແຮມ 1,053 ຫລັງ ແລະ ອື່ນໆອີກຫຼວງຫຼາຍ.

ຂໍ້ມູນ ຂປລ.

Comments