ຄັ້ງທີ1: ວັນທີ 24 ທັນວາ 2021, ເວລາປະມານ 20:44 ຄວາມແຮງສັ່ນສະເທືອນວັດແທກໄດ້ 5,7 ຣິກເຕີ້, ເຊິ່ງມີຄວມເລີກ ຈາກເທິງຫນ້າດິນປະມານ 10 Km ຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງ ຍອດອູ ແຂວງຜົ້ງສາລີ. ຄວາມເສຍຫາຍຫຼາຍຢ່າງລວມທັງຫມົດ 20 ບ້ານ ຄິດສະເລ່ຍ ມູນຄ່າທັງຫມົດປະມານ: 1,4 ຕື້ກວ່າກີບ ຄັ້ງທີ 2: ວັນທີ 25 ທັນວາ 2021 18:55 ໂມງ ຄວາມແຮງສັ່ນສະເທືອນວັດແທກໄດ້ 3,5 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 Km ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ ( ຍັງບໍ່ມີ ການລາຍງານຜົນເສຍຫາຍ ) ຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ. ຄວາມແຮງສັ່ນສະເທືອນວັດແທກໄດ້ 3,3 ຣິກເຕີ, ...
Read More »ຂ່າວ ພາຍໃນປະເທດ
ພິທີລົງນາມໂຄງການຊ່ວຍເຫລືອລ້າ ຈາກຍີ່ປຸ່ນ ແກ່ສະໜາມບິນສາກົນຂອງລາວ
ໃນວັນທີ 20 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ໄດ້ຈັດພິທີລົງນາມເອກະ ສານແລກປ່ຽນ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ. ຕາງໜ້າຝ່າຍລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ. ການຊ່ວຍເຫລືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫລືອລ້າ ນອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫລື ປະມານ 8,77 ລ້ານ ໂດລາສະຫະລັດ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ...
Read More »ສະຖິຕິໂຄວິດ-19 ທົ່ວໂລກ Updated on December 10, 2021 9:01 am
ສະຖິຕິໂຄວິດ-19 ທົ່ວໂລກ Updated on December 10, 2021 9:01 am
Read More »ວັກຊີນ Astra Zeneca ຈຳນວນ 283,400 ໂດສ໌ ຈາກລັດຖະບານແຫ່ງມາເລເຊຍ ໄດ້ຮອດ ສປປ ລາວ ແລ້ວ.
ລັດຖະບານແຫ່ງມາເລເຊຍ ໄດ້ໃຫ້ການຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 Astra Zeneca ຈໍານວນ 283,400 ໂດສ໌ ເເກ່ ສປປ ລາວ ໃນຕອນຄຳ່ຂອງວັນທີ 8 ທັນວາ 2021 ນີ້ ທີ່ສະໜາມບິນສາກົດວັດໄຕ.ໂດຍໃຫ້ກຽດເຂົ້ນຮ່ວມຂອງທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ນາງ Rafiqa Hazura Md Ridzuan ອຸປະທູດຊົ່ວຄາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການສັກວັກຊີນກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້. ຂໍ້ມູນ Centre of Information and Education for Health
Read More »ຊົມເຊີຍ ສະຫະລັດອາເມລິກາ ຈະມອບວັກຊິນໄຟເຊີ ເພິ່ມອີກ ໃຫ້ແກ່ ສປປ ລາວ.
ຕາມການລາຍງານ U.S. Embassy Vientiane ໄດ້ໃຫ້ຮູ້ວ່າ: ສະຫະລັດອາເມລິກາ ຈະມອບວັກຊິນໄຟເຊີ ຈຳນວນ 1,700,000 ໂດສ ໃຫ້ແກ່ ສປປ ລາວໂດຍຜ່ານໂຄງການໂຄແວັກ! ວັກຊິນໄຟເຊີ ແມ່ນຖືກຮັບຮອງໂດຍອົງການອະນາໄມໂລກ ໃຫ້ສາມາດສັກໄດ້ໃນກຸ່ມຄົນທີ່ມີອາຍຸ 12 ປີຂຶ້ນໄປ. ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມກັບຄູ່ຮ່ວມງານໂຄງການໂຄແວັກຂອງພວກເຮົາຄື ອົງການອະນາໄມໂລກ ແລະ ອົງການຢູນີເຊບ ກຳລັງເຮັດວຽກຮ່ວມກັນເພື່ອນຳວັກຊິນນີ້ມາ ສປປ ລາວ ໃຫ້ໄວເທົ່າທີ່ຈະໄວໄດ້.
Read More »ຜົນສໍາເລັດ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຂອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ
ໃນລະຫວ່າງວັນທີ 6-8 ທັນວາ 2021 ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຢ່າງເປັນທາງການ. ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສະຫາຍ ປະທານສະພາແຫ່ງຊາດ ໄດ້ເຂົ້າຢ້ຽມຂໍ່ານັບ ບັນດາການນໍາຂັ້ນສູງພັກ-ລັດ ແຫ່ງ ສສ ຫວຽດນາມ ເປັນຕົ້ນ ຢ້ຽມຂໍ່ານັບ: 1. ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; 2. ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ; 3. ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ...
Read More »ໂຄວິດໃນຍີ່ປຸ່ນ ຈໍານວນຜູ້ເສຍຊີວິດຫລຸດຕໍ່າທີ່ສຸດ ສະເລ່ຍບໍ່ຮອດ 1 ຄົນຕໍ່ມື້
ສະຖານະການໂຄວິດໃນຍີ່ປຸ່ນດີຂຶ້ນເລື້ອຍໆ ມີຍອດຜູ້ເສຍຊີວິດສະເລ່ຍເຫລືອບໍ່ເຖິງ 1 ຄົນຕໍ່ມື້ ເຖິງວ່າບໍ່ໄດ້ ລັອກດາວ. People wearing protective masks, amid the coronavirus disease (COVID-19) outbreak, make their way in Tokyo, Japan, August 6, 2021. REUTERS/Kim Kyung-Hoon ວັນທີ 7 ທັນວາ 2021, ສໍານັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ໃນຮອບອາທິດຜ່ານມາ ຍີ່ປຸ່ນພົບຜູ້ ເສຍຊີວິດຈາກພະຍາດໂຄວິດ-19 ພຽງ 6 ຄົນ ຫລື ຄິດເປັນຄ່າສະເລ່ຍບໍ່ເຖິງ 1 ຄົນຕໍ່ມື້. ໂດຍສະຖານະການການລະບາດໃນຍີ່ປຸ່ນຖືວ່າດີຂຶ້ນຢ່າງຕໍ່ເນື່ອງ ໂດຍລາຍງານຜູ້ຕິດເຊື້ອປະຈໍາວັນທີ 6 ທັນວາ ຜ່ານມາ ມີຜູ້ຕິດເຊື້ອຕໍ່ວັນ 54 ຄົນ, ຂະນະທີ່ຄ່າສະເລ່ຍຕໍ່ອາທິດຢູ່ປະມານ 100 ຄົນຕໍ່ມື້. ຍີ່ປຸ່ນຖືເປັນປະເທດທີ່ບໍ່ເຄີຍໃຊ້ມາດຕະການລັອກດາວແບບຈິງຈັງມາກ່ອນ ໂດຍສ່ວນຫລາຍເປັນພຽງການຂໍ ການຮ່ວມມືເທົ່ານັ້ນ, ...
Read More »ໂຕໂຍຕ້າ ຈະສ້າງໂຮງງານໝໍ້ໄຟ ສຳລັບລົດ EV ຢູ່ US
ໂຕໂຍຕ້າ ຈະສ້າງໂຮງງານໝໍ້ໄຟ ສຳລັບລົດ EV ຢູ່ USບໍລິສັດ ໂຕໂຍຕ້າ ມໍເຕີ ຈະສ້າງໂຮງງານຜະລິດແບັດເຕີລີ່ແຫ່ງໃໝ່ ມູນຄ່າ 1.29 ຕື້ໂດລາ ໃຫ້ກັບລົດທີ່ໃຊ້ລະບົບຂັບເຄື່ອນດ້ວຍພະລັງງານໄຟຟ້າ ໃນລັດ North Carolina, ບໍລິສັດໄດ້ປະກາດໃນຕອນບ່າຍວັນຈັນທີ່ຜ່ານມາ. ບໍລິສັດຄາດວ່າສິ່ງອໍານວຍຄວາມສະດວກດັ່ງກ່າວຈະສາມາດຜະລິດແບດເຕີລີ່ lithium-ion ພຽງພໍສໍາລັບຍານພາຫະນະໄຟຟ້າທັງຫມົດ 200,000 ແລະ ຫົວປັກຊາດພະລັງງານ plug-in hybrid ຄາດວ່າຈະເລິ່ມຕົ້ນການຜະລິດໃນຕົ້ນໃນປີ 2025. ບໍລິສັດກ່າວວ່າ ພວກເຂົາໄດ້ວາງແຜນທີ່ຈະຂະຫຍາຍການຜະລິດຫມໍ້ໄຟ ໃຫ້ໄດ້ສູງສຸດເຖິງ 1,2 ລ້ານ ຄັນ ຕໍ່ປີ. ບໍລິສັດ ໂຕໂຢຕ້າ ກ່າວວ່າ ໂຮງງານແຫ່ງນີ້ ໃກ້ກັບເມືອງ Greensboro ໃນພາກກາງຂອງລັດ North Carolina ຄາດວ່າຈະສ້າງວຽກເຮັດງານທຳ 1,750 ຄົນໃນລັດ. ການລົງທຶນໃນສະຖານທີ່ດັ່ງກ່າວແມ່ນມີກໍານົດຮອດປີ 2031.
Read More »ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍສິບ ຄົນ
ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍຄົນບັນຫາຂອງລະເບີດບໍ່ທັນແຕກ ແມ່ນເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ ເມື່ອບໍ່ດົນມານີ້ ໄດ້ມີກອງປະຊຸມທາງໄກ ຂອງຄະນະຊີ້ນຳໂຄງການກວດກູ້ລະເບີດບໍ່ທັນແຕກ ໂດຍມີ ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຄຊກລ ແລະ ທ່ານ ນາງ ແຄັດທາລິນ ເຟືອງ ຮອງຜູ້ຕາໜ້າງໜ້າ ອົງການ ສປຊ ປະຈໍາ ສປປ ລາວ, ມີຫົວໜ້າຫ້ອງການ ຄຊກລ, ຄກລ, ບັນດາທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ , ຄະນະຊີ້ນໍາໂຄງການກວດກູ້ລະເບີດບໍ່ທັນແຕກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ , ພ້ອມແຂກຖືກເຊີນເຂົ້າຮວ່ມ. ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນຕໍ່ກັບບັນຫາຕໍ່ໄປນີ້:ບົດລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດ ( ປີ 2021) ແລະ ທິດທາງແຜນການ ໄລຍະປີ 2022ການກະກຽມເອກະສານໂຄງການຮ່ວມມື ສະບັບໃໝ່ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ...
Read More »ລົດໄຟຂົນສົ່ງສິນຄ້າຂະບວນ ທຳອິດ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມຸ້ງໜ້າ ສູ່ ສປປ ລາວ
ລົດໄຟຂົນສົ່ງສິນຄ້າ 2 ຂະບວນ ທຳອິດ ທີ່ບັນທຸກລົດບັນທຸກ, ໝາກຖົ່ວ, ຊິ້ນສ່ວນລົດຈັກ, ສານເຄມີ ແລະ ຜະລິດຕະພັນອື່ນໆ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມົນທົນເສສວນ ແລະ ນະຄອນສົງຊິງ ຕາມລຳດັບໃນວັນເສົາ ທີ 4 ທັນວາ 2021 ທີ່ຜ່ານມາ. ລົດໄຟຂະບວນດັ່ງກ່າວ ຈະມາຮອດນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃນເວລາ 3 ມື້, ກໍ່ຄືມື້ນີ້ ວັນທີ 7 ທັນວາ 2021. ນອກຈາກທີ່ເປັນເສັ້ນທາງໄວ້ໂດຍສານໄປມາຫາສູ່ກັນແລ້ວ ມັນຍັງຈະເປັນເສັ້ນທາງແຫ່ງການຄ້າ ທີ່ສຳຄັນທີ່ສຸດ ທີ່ຈະເຮັດໃຫ້ການຂົນສົ່ງເຂົ້າລາວ ຫຼືສົ່ງອອກ ມີປະສິດຕິພາບ, ປອດໄພ ແລະ ປະຢັດກວ່າ ຖ້າທຽບໃສ່ການຂົນສົ່ງທາງອາກາດ ແລະທາງລົດ. ລົດໄຟຂົນສົ່ງສິນຄ້າຂະບວນ ທຳອິດ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມຸ້ງໜ້າ ສູ່ ສປປ ລາວ ລົດໄຟຂົນສົ່ງສິນຄ້າຂະບວນ ທຳອິດ ໄດ້ອອກເດີນທາງຈາກນະຄອນ ເສີງຕູ Chengdu ມຸ້ງໜ້າ ...
Read More »