ງານຖະແຫລງຂ່າວການຈັດງານ “ເທດສະການອາຫານລາວ 2022”
ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ “ເທດສະການອາຫານລາວ 2022” , ທ່ານນາງ ຈັນທະຈອນ ວົງໄຊ
ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາສິກ, ຄະນະຮັບຜິດຊອບງານ , ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວຢ່າງພ້ອມໜ້າ.
ໃນປີ 2022 ນີ້ ເທດສະການອາຫານ ຈະໄດ້ຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022.
ສທຍ ຈະຂັດຈ້ອນເລືອກເຟັ້ນ, ເອົາຮ້ານອາຫານລາວ ທີ່ໂດດເດັ່ນ ພຽງ 120 ຮ້ານເທົ່ານັ້ນ, ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ຮ້ານຂາຍເຄື່ອງຫັດຖະກໍາ, ກະສິກໍາ 11 ຮ້ານ.
ງານເທດສະການອາຫານລາວ ແມ່ນຈະເລີ່ມຕົ້ນເປີດ ຕັ້ງແຕ່ວັນທີ 25-29 ມັງກອນ 2022, ເປັນເວລາ 5 ວັນເຕັມ, ທີ່ເດີ່ນສວນເຈົ້າອະນຸວົງແຄມຂອງ ຄືທຸກປີ.
ທາງຜູ້ຈັດງານ ໄດ້ວາງມາດຕະການປ້ອງກັນໃນງານດັ່ງນີ້:
1. ມີການກວດວັດແທກອຸນຫະພູມໃນງານທຸກໆວັນ,
2. ມີເຈວລ້າງມືໃຫ້ຜູ້ເຂົ້າຮ່ວມງານ,
3. ແຈກຜ້າອັດປາກອັດດັງປ້ອງກັນພະຍາດໃຫ້ຜູ້ເຂົ້າງານຟຣີທຸກທ່ານ,
4. ຜູ້ມາຂາຍເຄື່ອງຕ້ອງໃຫ້ຮັບວັກຊີນ ປ້ອງກັນໂຄວິດ ຄົບໂດສ, ອັດປາກອັດດັງຕະຫຼອດເວລາ,
5. ຈັດສັນສະຖານທີ່ນັ່ງກິນ ໃຫ້ມີໄລຍະຫ່າງຕາມມາດຕາການຢ່າງຖືກຕ້ອງ ເຂັ້ມງວດ.
6. ແລະ ມາດຕະການຕ່າງໆ ຕາມລະບຽບການຄວບຄຸມພະຍາດໂຄວິດ-19 ຕາມມາດຕາການຂອງຄະນະສະເພາະກິດ.
ໃນງານຍັງມີ “ໂຄງການສ້າງຄວາມເຂັ້ມແຂງໃຫ້ຍິງໜຸ່ມ” ຜູ້ທີ່ຢາກເປັນເຈົ້າຂອງຮ້ານອາຫານ ໃນອະນາຄົດໂດຍການສະໜັບສະໜູນຈາກໂຄງການ “Plan Lao” (ໂດຍຈັດໃຫ້ມີການຄັດເລືອກເອົາຍິງໜຸ່ມເຂົ້າມາແຂ່ງຂັນ, ຄັດເລືອກເອົາທຶນຊ່ວຍເຫລືອຈາກອົງການ Plan Lao ໃຫ້ໄດ້ຜູ້ຊະນະເລີກຈໍານວນ 5 ຄົນ)
ນອກນີ້ ຍັງມີການແຂ່ງຂັນປຸງແຕ່ງການເຮັດ “ລາບ” ໃນງານ
ທ່ານນາງ ຈັນທະຈອນ ວົງໄຊ ກ່າວຕື່ມວ່າ: ທ້າຍສຸດນີ້ຂໍເຊີນຊວນມວນຊົນທຸກຖ້ວນໜ້າໂດຍຜ່ານສື່ຕ່າງໆຈົ່ງໄດ້ ເຊື່ອໝັ້ນ ແລະ ມາຮ່ວມງານ ເລືອກຊິມເລືອກຊື້ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳລາວ ໃນ “ເທດສະການອາຫານລາວ 2022” ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມ ວິຖີຊີວິດປົກກະຕິແແບບໃໝ່” ຢ່າງປອດໄພ.
ສອບຖາມຂໍ້ມູນ ເພິ່ມຕື່ມໄດ້ທີ່ ເບີ 020 55990646 ຫຼື Facebook: @LaoBusinessWomenAssociation
ຕາມລີ້ງນີ້ໄດ້ເລີຍ https://www.facebook.com/LaoBusinessWomenAssociation