ຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ປ້ອງກັນໂຄວິດ ໄລຍະບຸນປະເພນີຂອງຫລາຍຊົນເຜົ່າ

ໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ປ້ອງກັນໂຄວິດ

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ປ້ອງກັນໂຄວິດ ໄລຍະບຸນປະເພນີຂອງຫລາຍຊົນເຜົ່າທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ສະເໜີໃນວັນທີ 6 ມັງກອນ 2022 ວ່າ: ໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ໂດຍສະເພາະບຸນກິນຈຽງ, ບຸນປີໃໝ່ເຜົ່າກຶມມຸ, ບຸນປະເພນີກອງເຂົ້າ, ດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ,

ດັ່ງນັ້ນຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອົງການປົກຄອງທຸກຂັ້ນ ຈົ່ງເອົາໃຈໃສ່ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

ໂດຍສະເພາະການຈັດບຸນປະເພນີຂໍໃຫ້ເຮັດແບບກະທັດຮັດ “ສະເພາະໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫລີກເວັ້ນການຊຸມແຊວແບບເປັນຈຸ້ມ” ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫລາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19, ປັດຈຸບັນບໍ່ມີອາການຮຸນແຮງ, ແຕ່ກົງກັນຂ້າມຖ້າຕິດເຊື້ອໃນຜູ້ອາຍຸສູງ ຫຼື ຜູ້ມີພະຍາດປະຈໍາຕົວ, ຜູ້ບໍ່ທັນສັກວັກຊີນກໍຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະ ເສຍຊີວິດໄດ້.ຂໍ້ມູນ ລາວພັດທະນາ.

Comments