ປີ 2021 ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາ

ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາ

ສິນຄ້າກະສິກຳຂອງລາວ ສົ່ງອອກໄດ້ 900 ລ້ານໂດລາໃນປີ 2021 ຜ່ານມາ ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ແລະ ປະຊາຊົນ ທໍາການຜະລິດສິນຄ້າ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເຊັ່ນ: ການປູກພືດ ແລະ ລ້ຽງສັດໃຫຍ່ທີ່ມີໂຄຕ້າແລ້ວ. ການຊຸກຍູ້ການຜະລິດ ແລະ ສົ່ງອອກສິນຄ້າກະສິກຳ ປີ 2021 ສາ​ມາດປະຕິບັດໄດ້ 905.36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການປີ 2021 (ແຜນການປີ 2021: 1,100 ລ້ານໂດລາ) ສິນຄ້າກະສິກຳຂອງລາວ ທີ່ສົ່ງອອກແມ່ນ:

ກ້ວຍ ມູນຄ່າ 225.33 ລ້ານໂດລາ; ຢາງພາລາ ມູນຄ່າ 214.37 ລ້ານໂດລາ; ມັນຕົ້ນ ມູນຄ່າ 196.58 ລ້ານໂດລາ; ອ້ອຍ ມູນຄ່າ 25.43 ລ້ານໂດລາ; ໝາກໂມ ມູນຄ່າ 26.33 ລ້ານໂດລາ ແລະ ອື່ນໆ.

ສໍາລັບການສົ່ງອອກສັດ ໄດ້ສົ່ງອອກງົວ-ຄວາຍ ທັງໝົດ 8,100 ກວ່າໂຕ ເທົ່າກັບ 33.9 ຕື້ກີບ; ໃນນີ້, ໄດ້ສົ່ງສັດໃຫຍ່ອອກໄປ ສ​ປ ຈີນ ຢ່າງເປັນທາງການເປັນຄັ້ງທໍາອິດ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ສ​ປ​ປ ລາວ ແລະ ກົມໃຫຍ່ພາສີ ຂອງ ສ​ປ ຈີນ ໄດ້ຮ່ວມເຊັນກັນ ຄັ້ງວັນທີ 30/4/2019, ຊຶ່ງໃນໄລຍະວັນທີ 28/4/2019 – 24/5/2021 ສົ່ງອອກໄດ້ 2,013 ໂຕ (ງົວ 1,992 ໂຕ ແລະ ຄວາຍ 21 ໂຕ), ເຫັນວ່າບໍ່ສາມາດປະຕິບັດໄດ້ຕາມຄາດໝາຍ 50,000 ໂຕ.

ຂໍ້ມູນ ປະຊາຊົນ.

Comments