ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ ໃນລາວ

ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ ໃນລາວ ສາທາ ຮຽກຮ້ອງບໍ່ໃຫ້ແຕກຕື່ນ ແລະ ຢ້ານເກີນເຫດ

ຕອນຄໍ່າວັນທີ 6 ມັງກອນ 2022 ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວພິເສດ ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ (Omicron) ກໍລະນີທຳອິດ ເປັນເພດຍິງ, ເຊິ່ງມີປະຫວັດເດີນທາງ ມາຈາກປະເທດອິນເດຍ ໂດຍຜ່ານປະເທດສີລັງກາ ແລະ ມາເລເຊຍ.

ໃນວັນອາທິດ ວັນທີ 2 ມັງກອນ 2022 ໄດ້ມີຖ້ຽວບິນ AK 7552 ຈາກ ປະເທດມາເລເຊຍ ເດີນທາງມາ ສປປ ລາວ, ໃນຖ້ຽວບິນດັ່ງກ່າວ ມີຜູ້ເດີນທາງມານຳກັນທັງໝົດ 42 ຄົນ, ເຊິ່ງທຸກຄົນໄດ້ຖືກເກັບຕົວຢ່າງ ແລະ ກວດພົບຜູ້ຕິດເຊື້ອ 2 ຄົນເປັນຄອບຄົວດຽວກັນ, ໃນນີ້ ພົບສາຍພັນ Omicron ຈຳນວນ 1 ຄົນ ເປັນເພດຍິງ, ເຊິ່ງຜູ້ຕິດເຊື້ອ 2 ຄົນດັ່ງກ່າວ, ໄດ້ສັກວັກຊິນຄົບໂດສ, ປັດຈຸບັນ ບໍ່ມີອາການສະແດງ ແລະ ໄດ້ນຳສົ່ງຜູ້ກ່ຽວໄປປິ່ນປົວໃນສະຖານທີ່ກຳນົດໄວ້.

ຄະນະສະເພາະກິດ ກໍຄື ກະຊວງສາທາລະນະສຸກ ໄດ້ອອກມາດຕະການຮີບດ່ວນ ເພື່ອສະກັດກັ້ນບໍ່ໃຫ້ການລະບາດແພ່ອອກສູ່ວົງກ້ວາງ ໂດຍໄດ້ແຈ້ງໃຫ້ບັນດາໂຮງແຮມ ທີ່ຜູ້ໂດຍສານເດີນທາງມາຖ້ຽວດຽວກັນທີ່ກັກໂຕຢູ່ ໃຫ້ເຂັ້ມງວດຕໍ່ກັກໂຕໃຫ້ຄົບ 14 ວັນ. ພ້ອມທັງກວດຫາເຊື້ອໃນມື້ທີ 12, ໃຫ້ພະນັກງານໃນໂຮງແຮມທີ່ແຈກຢາຍອາຫານ ແລະ ໃຫ້ບໍລິການຕໍ່ຜູ້ຈຳກັດບໍລິເວນ ໃຫ້ເຂັ້ມງວດປ້ອງກັນຕົນເອງເຊັ່ນ: ໃສ່ຊຸດປ້ອງກັນ, ຜ້າອັດປາກ-ດັງ, ໃສ່ໜ້າກາກແຜ່ນໃສ (Faceshield), ໃສ່ຖົງມື ແລະ ໝັ່ນລ້າງມື.

ສຳລັບຈຸບິນ ແລະ ເຈົ້າໜ້າທີ່ ທີ່ສຳຜັດກັບຜູ້ໂດຍສານໃນຖ້ຽວບີນດັ່ງກ່າວເຊັ່ນ: ຕມ, ພະນັກງານຂັບລົດສົ່ງຜູ້ໂດຍສານໄປໂຮງແຮມ ຈໍາກັດບໍລິເວນ, ພະນັກງານຕ້ອນ ຮັບໂຮງແຮມແມ່ນໃຫ້ແຍກປ່ຽວທັນທີ ແລະ ໃຫ້ຈຳກັດບໍລິເວນໃຫ້ຄົບ 14 ວັນ, ພ້ອມທັງເກັບຕົວຢ່າງກວດຫາເຊື້ອດ່ວນ ແລະ ຕິດຕາມອາການຂອງຕົນເອງ ຖ້າພົບອາການໄຂ້, ໄອ ຫາຍໃຈຍາກ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ ຫລື ແພດດ່ວນ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ກ່າວອີກວ່າ: ເຖິງວ່າ ສປປ ລາວ ພົບສາຍພັນ Omicron ກໍລະນີທຳອິດ ແຕ່ກໍບໍ່ໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມແຕກຕື່ນ ແລະ ຢ້ານກົວຈົນເກີນເຫດ ເພາະວ່າມາດຕະການທີ່ທາງຄະນະສະເພາະກິດ ວາງອອກມາກໍຮັດກຸມຢ່າງພຽງພໍ ແລະ ມາດຕະການດັ່ງກ່າວ ກໍຍັງແມ່ນມາດຕະການທີ່ເຄີຍປະຕິບັດຜ່ານມາໃນການປ້ອງກັນໂຄວິດທົ່ວໄປ ເຊັ່ນ: ການໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫລື ເຈວທີ່ມີທາດເຫລົ້າ.

ຂໍ້ມູນ ຂປລ,

Comments