ຂ່າວດີ ຈີນ ໄດ້ຄົ້ນພົບທົດລອງ ໃຊ້ຢາປິ່ນປົວພະຍາດ ໂຄວິດສາຍພັນ ໂອມິຄຣອນ ໄດ້

ແຈ້ງຂ່າວດີ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ສປ ຈີນ ສາມາດຜະລິດໄດ້ແລ້ວ

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແຈ້ງຂ່າວດີ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ ສປປ ລາວ ແລະ ສປ ຈີນ ສາມາດຜະລິດໄດ້ແລ້ວ

“ໂມລາໂກເວຍ”
ວິທີການໃຊ້ “ໂມລາໂກເວຍ”

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ສະເໜີໃນວັນທີ 6 ມັງກອນ 2022 ວ່າ:
ໃຫ້ທຸກພາກສ່ວນຮ່ວມມື ເອົາໃຈໃສ່ ແລະ ໃຫ້ມີຄວາມເຄັ່ງຄັດ ໃນການຊີ້ນຳການຈັດຕັ້ງປະຕິບັດ ມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໃນໄລຍະບຸນປະເພນີຂອງຫລາຍຊົນເຜົ່າ ແລະ ພ້ອມນີ້ກໍແຈ້ງຂ່າວດີໃຫ້ສັງຄົມລາວຮູ້:

  1. ສປປ ລາວ ເຮົາສາມາດຜະລິດໄດ້ແລ້ວ “ໂມລາໂກເວຍ”: ຢາປິ່ນປົວດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍ, ຈະນຳໃຊ້ຢ່າງມີປະສິດທິພາບ ເພຶ່ອຫຼຸດຜ່ອນອາການຂອງຜູ້ຕິດເຊື້ອ ທີ່ມີອາການຮຸນແຮງ ແລະ ຫຼຸດຜ່ອນໂອກາດການເສຍຊີວິດຂອງຜູ້ປ່ວຍໄດ້.
  2. ຂ່າວດີອີກຢ່າງຫນຶ່ງໃນບໍ່ດົນມານີ້, ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນໍາໃຊ້ຢາປິ່ນປົວພະຍາດໂຄວິດ-19 ທີ່ສາມາດລະງັບ ແລະ ປິ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນ ໂອມິຄຣອນ ໄດ້ ສະນັ້ນຖືວ່າການຄົ້ນຄວ້າໃນຄັ້ງນີ້ອາດຈະເປັນຂ່າວດີ ທີ່ພວກເຮົາຈະສາມາດ ລະງັບ ແລະ ຄວບຄຸມ ສະພາບການລະບາດໄດ້ ແຕ່ທັງນີ້ກໍຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ຫລາຍຂຶ້ນຕາມເປົ້າຫມາຍ.
    ຂໍ້ມູນ ລາວພັດທະນາ.

Comments