ກຳປູເຈຍ ມີລາຍໄດ້ ຈາກພາສີ ຫລາຍກວ່າ 5 ຕື້ໂດລາ

ກຳປູເຈຍ ມີລາຍໄດ້ ຈາກພາສີ ຫລາຍກວ່າ 5 ຕື້ໂດລາ

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຮຸນເຊນ ນາຍົກ ລັດຖະ ມົນຕີກຳປູເຈຍ ຖະແຫລງຂ່າວ ຜ່ານ ສະຖານີ ໂທລະພາບ ແຫ່ງຊາດ ກຳປູເຈຍ (TVK) ວ່າ:

ລັດຖະບານ ກຳປູເຈຍ ມີລາຍໄດ້ ຈາກ ພາສີ ລວມມີ 5.07 ຕື້ໂດລາ ໃນປີ 2021. ທ່ານຮຸນເຊນ ກ່າວ ໃນລະຫວ່າງ ການເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງຖະໜົນລະດັບຊາດຢູ່ແຂວງ ເກາະກົງ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດວ່າ ກົມພາສີອາກອນ (GDT) ມີລາຍໄດ້ 2.78 ຕື້ໂດລາ ໃນປີກາຍ.

ຂໍ້ມູນ ຂປລ.

Comments