ລາຄາຂາຍ 400,000 ກີບຕໍ່ກ່ອງ ຊຶ່ງເປັນລາຄາຂາຍເອກະພາບກັນໃນທົ່ວປະເທດ

ໂຮງງານຜະລິດຢາເລກ 3 ແຈ້ງລາຄາຂາຍ 400,000 ກີບຕໍ່ກ່ອງ ເອກະພາບກັນໃນທົ່ວປະເທດ

ທ່ານ ລາຫຸນ ຈັນທະບຸດ ຜູ້ອໍານວຍການບໍລິສັດລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ລາຍງານ ໃນວັນທີ 6 ມັງກອນ 2022 ນີ້ ທີ່ກະຊວງສາທາລະນະສຸກ ວ່າ: 

ການຜະລິດ ແລະ ການສະຫນອງຢາປິ່ນປົວພະຍາດໂຄວິດ-19: ພວກເຮົາມີຜະລິດຕະພັນນັບແຕ່ເລີ່ມ ການພະຍາດໂຄວິດ-19 ລະບາດ ຊຶ່ງມີ 2 ຫມວດຄື 

ຫມວດທີ 1 ສໍາລັບ ປ້ອງກັນ ປະກອບມີຜ້າປິດປາກ-ດັງ, ເຈວລ້າງມື, ເຫລົ້າພົນຂ້າເຊື້ອ

ຫມວດທີ 2 ສໍາລັບປິ່ນປົວປະກອບມີ ຜະລິດຕະພັນລາຊາບີ, ກະຊາຍຂາວ, ຜັກຄາວທອງ ຊຶ່ງນອກຈາກເປັນການສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງລາວ ແລ້ວ ຍັງບໍ່ມີຜົນສະທ້ອນຕໍ່ສຸຂະພາບ 

ດັ່ງນັ້ນ, ຈຶ່ງສະເຫນີຫັນມາຊົມໃຊ້ຜະລິດຕະພັນຢາ ພື້ນເມືອງຂອງລາວໃຫ້ ຫລາຍຂຶ້ນ ລາຄາກໍບໍ່ແພງ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍ.

ທ່ານ ລາຫຸນ ກ່າວອີກວ່າ: ສໍາລັບຢາປິ່ນປົວພະຍາດໂຄວິດ-19 ທີ່ຜະລິດອອກມາໃຫມ່ເປັນຢາຜະລິດດ້ວຍເຄມີ ຊຶ່ງໄດ້ຮັບການພັດທະນາໂດຍບໍລິສັດ ເມິກ ອາເມລິກາ ຊຶ່ງພວກເຮົາໄດ້ນໍາເອົາສູດຢາດັ່ງກ່າວມາຜະລິດ ຢູ່ໃນປະເທດເຮົາ., ພວກເຮົາໄດ້ມີຢາປິ່ນປົວທີ່ມີປະສິດທິພາບສູງ ແລະ ຢາດັ່ງກ່າວໄດ້ ຈໍາຫນ່າຍແລ້ວ, ເນື່ອງຈາກມີຜູ້ຕິດເຊື້ອເປັນຈໍານວນຫລາຍຈຶ່ງເຮັດໃຫ້ຄວາມສາມາດການສະຫນອງຢາປິ່ນປົວບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ. 

ຢາດັ່ງກ່າວມີຊື່ທາງເຄມີວ່າ: ໂມໂນປີລາເວຍ; ສ່ວນຍີ່ຫໍ້ຂອງພວກເຮົາໄດ້ໃສ່ຊື່ວ່າ: ໂມລາໂກເວຍ ເປັນຊະນິດແຄັບຊູນ, ກ່ອງຫນຶ່ງມີ 40 ເມັດ, ສໍາລັບນໍາໃຊ້ 5

ວັນ, ກິນເທື່ອລະ 4 ເມັດເຊົ້າ-ແລງ, ຫ່າງກັນ 12 ຊົ່ວໂມງ, ກ່ອນນໍາໃຊ້ຢານີ້ຄວນອ່ານຄໍາແນະນໍາຢ່າງລະອຽດ. 

ປັດຈຸບັນ, ໂຮງງານພວກເຮົາໄດ້ສຸມໃສ່ຜະລິດທຸກວັນເນື່ອງຈາກມີຜູ້ຕິດເຊື້ອເປັນຈໍານວນຫລາຍ ຄາດວ່າໃນໄວໆ ນີ້ຈະສາມາດຜະລິດຢາພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢ່າງແນ່ນອນໂດຍຂາຍລາຄາ 400,000 ກີບຕໍ່ກ່ອງ ຊຶ່ງເປັນລາຄາຂາຍເອກະພາບກັນໃນທົ່ວປະເທດ.

ຂໍ້ມູນ ລາວພັດທະນາ

Comments