ຂ່າວ ພາຍໃນປະເທດ

ສະຫຼຸບ!!! ຜົນການສືບສວນ-ສອບສວນສາເຫດຄູກັນນໍ້າເຂື່ອນ ເຊປຽນ -ເຊນໍ້ານ້ອຍແຕກຟັງ

ໃນວັນທີ 28 ພຶດສະພານີ້, ຢູ່ສຳນັກງານນາຍົກລັດຖະມົນຕີ  ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານອົງການກວດກາລັດຖະບານ, ຮອງປະທານຄະນະສືບສວນສອບສວນແຫ່ງຊາດ ຊີ້ໃຫ້ເຫັນວ່າ: ອຸບັດເຫດຄູກັນນ້ຳໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງຢູ່ເມືອງ ສະໜາມໄຊແຂວງ ອັດຕະປືທີ່ເກີດຂື້ນໃນເວລາປະມານ 20 ໂມງ ໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກ່າວລະດັບສັນເຂື່ອນຫຼາຍ, ສະນັ້ນບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ. ຄະນະຊ່ຽວຊານເອກກະລາດກວດພົບວ່າ ສາເຫດຕົ້ນຕໍຂອງການແຕກພັງ ແມ່ນ: – ຄວາມສາມາດໃນການຊຶມ ນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າ D – ຊັ້ນດິນຖືກກັດເຊາະໄດ້ງ່າຍ: ປະກົດມີຮູທໍ່ນ້ອຍໆ ທີ່ມີການເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນຊັ້ນດິນ – ການເພີ່ມຂື້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ ກະແສການຊຶມຂອງນໍ້າ ຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອກກໍ່ເລີ່ມຂື້ນໃນຮາກຖານຂອງເຂື່ອນກັນນໍ້າ D – ກ່ຽວຂ້ອງກັບຄວາມສາມາດໃນການຊຶມຂອງນໍ້າສູງຂອງດິນ ‘ເຫດຜົນດັ່ງກ່າວສົ່ງຜົນໃຫ້ ມີການກັດເຊາະພາຍໃນຮາກຖານ ແລະເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ’ ເມື່ອເປັນແນວໃນ ເຮັດໃຫ້ຄວາມສະເຖຍລະພາບຂອງເຂື່ອນ ບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼແບບເລິກໝູນ (Deep Rotational ...

Read More »

ນັກທຸລະກິດຈີນ ລົງທຶນ 4 ລ້ານໂດລາ ຂຸດຄົ້ນດິນໜຽວແດງ ແລະ ຫີນປູນຢູ່ແຂວງຫົວພັນ

ນັກລົງທຶນຈາກຈີນ ໄດ້ເຊັນສັນຍາລົງທຶນຂຸດຄົ້ນ – ປຸງແຕ່ງດິນໜຽວແດງ ແລະ ຫີນປູນ ເພື່ອມາເປັນວັດຖຸດິບປະສົມເຂົ້າໃນຂະບວນການຜະລິດຊີມັງ ຢູ່ເຂດເມືອງວຽງໄຊ ແຂວງຫົວພັນ ກວມເປັນເນື້ອທີ່ເກືອບ 10 ເຮັກຕາ ຈະໃຊ້ທຶນຫຼາຍກວ່າ 4 ລ້ານໂດລາສະຫະລັດ ໄລຍະສຳປະທານ 5 ປີ. ພິທີລົງນາມໄດ້ມີຂຶ້ນໃນທ້າຍອາທິດຜ່ານມາທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທົນ, ຕາງໜ້າເຊັນສັນຍາຝ່າຍແຂວງຫົວພັນ ໂດຍແມ່ນ ທ່ານ ຄອນທອງ ມະນີວອນ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ເຊຍຈິ້ນສ້າງ ອຳນວຍການ ບໍລິສັດ ຊີມັງສາກົນຫົວພັນ ລາວ – ຈີນ ອາງຊື ຈຳກັດ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານຫົວໜ້າພະແນກພະລັງງານ – ບໍ່ແຮ່, ທ່ານເຈົ້າເມືອງວຽງໄຊ, ມີບັນດາທ່ານຫົວໜ້າ – ຮອງພະແນກການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນພິຍານ. ກິດຈະກຳຂອງໂຄງການຈະແບ່ງອອກເປັນ 3 ຢ່າງ ຄື: ໃນການຂຸດຄົ້ນ – ...

Read More »

ນະຄອນຫຼວງວຽງຈັນ ຈັດພິທີທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ

ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າ ທີ່ຮຽນແບບເຄື່ອງໝາຍການຄ້າ ຂຶ້ນໃນຕອນບ່າຍວັນທີ 24 ພຶດສະພາ 2019 ທີ່ຜ່ານມາ.​ ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າ ພວຕ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດພິທີທຳລາຍສິນຄ້າຮຽນແບບໃນຄັ້ງນີ້ ກໍແມ່ນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ກໍຄືວຽກງານປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງເຈົ້າຂອງຊັບສິນທາງປັນຍາ. ພາຍຫຼັງທີ່ ພວຕ ນະຄອນຫຼວງວຽງຈັນ ໄດ້ຮັບໜັງສືແຈ້ງການ ຈາກກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວກໍໄດ້ຈັດກອງປະຊຸມປືກສາຫາລື ຮ່ວມກັບຄະນະກຳມະການ ຊຶ່ງຖືກແຕ່ງຕັ້ງຈາກເຈົ້າຄອງ ນະຄອນຫຼວງວຽງຈັນຊຶ່ງປະກອບດ້ວຍ 4 ພາກສ່ວນ ຄື: ພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ, ພະແນກ ຍຸດຕິທຳ ນະຄອນຫຼວງວຽງຈັນ, ຕໍາຫຼວດເສດຖະກິດ, ອົງການໄອຍະການ ນະຄອນຫຼວງວຽງຈັນເພື່ອປຶກສາຫາລື ແລະ ຫາຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ. ຫຼັງຈາກນັ້ນ, ພວຕ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເພື່ອຕິດຕາມ-ກວດກາກ່ຽວກັບສິນຄ້າທີ່ລະເມີດ ເຄື່ອງໝາຍການຄ້າປະເພດຕ່າງໆ. ການເຄື່ອນໄຫວວຽກງານ ຂອງ ພວຕ ນະຄອນຫຼວງວຽງຈັນ ໄດ້ກວດຢຶດສິນຄ້າທີ່ຮຽນແບບເຄື່ອງໝາຍການຄ້າ ...

Read More »

ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ສໍ້ໂກງຊັບຂອງພົນລະເມືອງ ໃຫ້ຈຳຄຸກ 15 ປີ

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ, ການຟອກເງິນ, ລະເມີດກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ແລະ ລະເມີດກົດໝາຍວ່າດ້ວຍວິສາຫະກິດ ໃຫ້ຈຳຄຸກ 15 ປີ ພ້ອມປັບໃໝ 423.000 ໂດລາ ກັບ 10.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍໃຫ້ໂຈດທາງແພ່ງ ຈຳນວນ 14.129.300 ໂດລາ; ນອກນີ້, ຍັງຕັດສິນຈຳເລີຍສົມຮູ້ຮ່ວມຄິດ ຈຳນວນ 3 ຄົນ ໃນວັນທີ 23 ພຶດສະພານີ້. ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 198/ອກຍ.ນວ, ລົງວັນທີ 26 ກຸມພາ 2018 ໂດຍມີຈຳເລີຍ 4 ຄົນຄື: ທ້າວ ຮຸດສຸວັນ (Mr Hout SOVANN) (ຈຳເລີຍ1) ອາຍຸ 33 ປີ ເຊື້ອຊາດ-ສັນຊາດກຳປູເຈຍ ອະດີດປະທານບໍລິສັດ ເອຊຽນເຟດສ໌ (ບໍລິສັດກ່ຽວກັບການຄ້າຂາຍສິນຄ້າທຸກປະເພດການຊື້-ຂາຍ ແລະ ແລກປ່ຽນກໍາມະສິດພາຫະນະ, ...

Read More »

ລາວ ໄດ້ຮັບການຊ່ວຍເຫຼືອ ເຮືອກູ້ໄພລຸຍນໍ້າລຸຍບົກ ຈາກລັດຖະບານ ຕູລະກີ ແລະ ຢູເອັນດີພີ ຈໍານວນ 2 ລໍາ

ລາຍງານຈາກ ອົງການ UNDP ປະຈໍາ ສປປລາວ ໃຫ້ຮູ້ວ່າ ໄດ້ມີການມອບ ອຸປະກອນກູ້ໄພ ຈາກລັດຖະບານ ຕູລະກີ ເພື່ອນໍາໃຊ້ໃນການຄົ້ນຫາຜູ້ປະສົບໄພ. ຈາກບົດຮຽນນໍ້າຖ້ວມປີກາຍນີ້ໄດ້ຢໍ້າເຕືອນພວກເຮົາຢ່າງເຈັບປວດວ່າ: ການກຽມພ້ອມຮັບມືກັບໄພພິບັດນັ້ນ ມີຄວາມສຳຄັນແນວໃດ.ເພື່ອແນໃສ່ຮັບປະກັນວ່າ ສູນປະຕິບັດງານການສຸກເສີນ ເຊິ່ງຕັ້ງຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີອຸປະກອນ ແລະ ຄວາມຮູ້ທີ່ຈຳເປັນສຳລັບການດຳເນີນພາລະກິດຄົ້ນຫາ ແລະ ກູ້ໄພ ໄດ້ທັງທາງບົກ ແລະ ທາງນໍ້າ. ລັດຖະບານແຫ່ງ ປະເທດຕູລະກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສະໜອງການຊ່ວຍເຫຼືອ ໂດຍມອບເຮືອ ໂຮເວີຄຣາຟ 2 ລໍາ ເຊິ່ງເປັນເຮືອທີ່ແລ່ນໄດ້ທັງທາງບົກ ແລະ ທາງນໍ້າ ໃຫ້ແກ່ສູນປະຕິບັດງານການສຸກເສີນ. ສອງສາມມື້ທີ່ຜ່ານ, ກົມຊ່າງແສງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ພະນັກງານ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການເຝິກອົບຮົມກ່ຽວກັບການນໍາໃຊ້ເຮືອດັ່ງກ່າວ. ໃນກໍລະນີເກີດມີໄພພິບັດ, ສູນປະຕິບັດງານສຸກເສີນ ຈະປະສານງານທີມງານທີ່ໄດ້ຮັບການເຝິກອົບຮົມເຫຼົ່ານີ້. Posted by UNDP Lao PDR on Thursday, May ...

Read More »

ຄ່າຄອງຊີບ!!! ຢູ່ນະຄອນຫຼວງວຽງຈັນ ສູງກວ່ານະຄອນຫຼວງຮາໂນ້ຍ ແລະ ບາງກອກ

ຄ່າຄອງຊີບໃນນະຄອນຫຼວງວຽງຈັນ ຂອງ ສປປ ລາວ ສູງກວ່າຢູ່ນະຄອນຫຼວງຮາໂນ້ຍ ຂອງ ສສ ຫວຽດນາມ 42% ແລະ ສູງກວ່າຢູ່ນະຄອນຫຼວງບາງກອກຂອງໄທ 16%. ຄ່າຄອງຊີບທີ່ສູງຈະຢູ່ໃນໝວດອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ, ການຂົນສົ່ງ ແລະ ອື່ນໆ.   ຈາກບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນຫົວຂໍ້: ຄ່າຄອງຊີບຂອງຄົນໃນນະຄອນຫຼວງວຽງຈັນສູງແທ້ບໍ່?, ທາງເລືອກໃນການແກ້ໄຂມີແນວໃດ?, ບັນຫາການເພີ່ມຂຶ້ນຂອງຄ່າຄອງຊີບໄດ້ເຮັດໃຫ້ຄົນທີ່ໃຊ້ຊີວິດໃນເມືອງໃຫຍ່ພົບກັບຄວາມຫຍຸ້ງຍາກ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ, ຄ່າຄອງຊີບເພີ່ມຂຶ້ນແມ່ນໄດ້ສ້າງຜົນກະທົບດ້ານລົບຕໍ່ການດຳເນີນຊີວິດຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າໃຊ້ຊີວິດພົບບັນຫາຫຼາຍຢ່າງ. ຈາກສະພາບດັ່ງກ່າວເຂົາເຈົ້າໄດ້ຕັ້ງບັນຫາຂຶ້ນວ່າຍ້ອນຫຍັງຄ່າຄອງຊີບໃນນະຄອນຫຼວງວຽງຈັນຈຶ່ງສູງ?, ແມ່ນຫຍັງເປັນສາເຫດທີ່ເຮັດໃຫ້ຄ່າຄອງຊີບສູງ?, ມີທາງເລືອກໃນການແກ້ໄຂຄືແນວໃດ? ນີ້ແມ່ນຄຳຖາມທີ່ຄົນສ່ວນຫຼາຍສົນໃຈ ແລະ ຜູ້ຮັບຜິດຊອບນະໂຍບາຍຕ້ອງການຄວາມກະຈ່າງແຈ້ງ ເພື່ອຈະວາງແນວທາງໃນການແກ້ໄຂບັນຫາທີ່ຖືກຕ້ອງ. ດັ່ງນັ້ນ, ການຄົ້ນຄວ້າໃນຄັ້ງນີ້ຈຶ່ງເປັນການຄົ້ນຄວ້າເພື່ອຊອກຫາ ຄວາມເປັນຈິງທີ່ເກີດຂຶ້ນເພື່ອຕອບຄຳຖາມດັ່ງກ່າວ ເຊິ່ງການຄົ້ນຄວ້າໃນຄັ້ງນີ້ໄດ້ນຳໃຊ້ວິທີການສຳພາດແບບລົງເລິກກັບຜູ້ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຕາມແຕ່ລະກຸ່ມອາຊີບ ( ພະນັກງານລັດ, ກຳມະກອນ, ນັກສຶກສາ ) ໃນທ້າຍເດືອນກຸມພາ 2019 ໂດຍຕັ້ງຫຼາຍຄຳຖາມເພື່ອຕອບຂໍ້ສົງໄສ, ສິ່ງທີ່ພົບພໍ້ໃນການຄົ້ນຄວ້າຕາມຄຳຖາມສຳຄັນທີ່ຕັ້ງຂຶ້ນ ດັ່ງນີ້: 1. ຄ່າຄອງຊີບໃນນະຄອນຫຼວງສູງແທ້ບໍ່? ຖ້າສູງແທ້ຍ້ອນຫຍັງຈຶ່ງສູງ? ການຂຶ້ນຂອງຄ່າຄອງຊີບເບິ່ງໄດ້ຈາກຫຍັງ?. ເພື່ອໃຫ້ເຫັນແຈ້ງແມ່ນສົມທຽບຄ່າຄອງຊີບລະຫວ່າງນະຄອນຫຼວງວຽງຈັນ ກັບ ນະຄອນຫຼວງອື່ນຂອງປະເທດໃກ້ຄຽງ ...

Read More »

JICA ຊ່ວຍເຫຼືອເຕົາເຜົາຂີ້ເຫຍື້ອ ແກ່ນະຄອນຫຼວງວຽງຈັນ

ພິທີທົດລອງເປີດນໍາໃຊ້ເຕົາເຜົາຂີ້ເຫຍື້ອ ໄດ້ຈັດຕອນເຊົ້າວັນທີ 27 ພຶດສະພາ 2019 ຢູ່ສະໜາມບໍາບັດຂີ້ເຫຍື້ອ ຫຼັກ32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫ້ອງການ ຄບຕ ຮ່ວມກັບ ອົງການ JICA ປະຈຳ ລາວ ແລະ ບໍລິສັດ KAYAMA ໄດ້ຈັດພິທີເປີດທົດລອງນໍາໃຊ້ເຕົາເຜົາຂີ້ເຫຍື້ອ ພາຍໃຕ້ໂຄງການ ” ທົດລອງ ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອດ້ານການແພດ ແລະ ຂີ້ເຫຍື້ອອັນຕະລາຍ ໃນນະຄອນຫຼວງວຽງຈັນ ” ຊຶ່ງເປັນໂຄງການຊ່ວຍເຫຼືອ ຈາກ ອົງການ ໄຈກ້າ ປະຈຳລາວ. ການກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ແມ່ນເປັນສິ່ງທ້າທາຍ ເພາະປະລິມານຂີ້ເຫຍື້ອໃນແຕ່ລະວັນ ແມ່ນຫຼາຍເກີນຄວາມສາມາດ ທີ່ຈະກໍາຈັດ. ນອກຈາກນີ້, ຂີ້ເຫຍື້ອ ທີ່ກ່ຽວກັບ ການແພດ ການປິ່ນປົວ ແລະ ຂີ້ເຫຍື້ອ ອັນຕະລາຍ ມີສານເຄມີ ກໍເພີ່ມຂຶ້ນ, ດັ່ງນັ້ນ ເຕົາເຜົາ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ ໄຈກາ ໃນຄັ້ງນີ້ຈະຊ່ວຍ ໃນການກໍາຈັດ ໄດ້ອີກລະດັບໜື່ງ. Posted ...

Read More »

ຕັກກະແຕນລະບາດໜັກ ກວມຫຼາຍພື້ນທີ່ທົ່ວແຂວງຫົວພັນ

ຕັກແຕນທີ່ວ່ານີ້ ມີສີແດງອົມສົ້ມ ກິ່ນຂິວແລະແຂງ ອາດຈະແມ່ນສາຍພັນຈາກພູມມີພາກອື່ນ ແລະຂະຫຍາຍຕົວໄວ ເຊິ່ງກຳລັງລະບາດຢູ່ 10 ເມືອງທົ່ວແຂວງຫົວພັນ. ແຫຼ່ງຂ່າວໃຫ້ຮູ້ວ່າ: ການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ແຂວງຫົວພັນນີ້, ທໍາອິດແມ່ນເລີ່ມລະບາດຢູ່ເຂດພູປອນ ເມືອງຊ່ອນ ໃນປີ 2014 , ມາເຖິງປັດຈຸບັນແມ່ນໄດ້ແຜ່ລະບາດໃນ 10 ເມືອງທົ່ວແຂວງ, ສໍາລັບປີ 2019 ຕັກແຕນໄດ້ເລີ່ມລະບາດນັບແຕ່ກາງເດຶອນເມສາເປັນຕົ້ນມາ, ເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ມີ 4 ເມືອງຄື: ເມືອງວຽງໄຊມີ ຈໍານວນ 19 ບ້ານ,​ 20 ຈຸດ, ມີເນື້ອທີ່ການລະບາດ 2 ເຮັກຕາ, ເມືອງຊໍາເໜືອ ມີ 7 ບ້ານ, ມີ 20 ຈຸດ, ເນື້ອທີ່ລະບາດ 3 ເຮັກຕາ ແລະ ເມືອງສົບເບົາ ມີ 9 ບ້ານ, 19 ຈຸດ, ເນື້ອທີ່ລະບາດ 8 ເຮັກຕາ. ສໍາລັບເມືອງຊຽງຄໍ້ ຈໍານວນບ້ານທີ່ມີການລະບາດ 7 ບ້ານ, ມີ 22 ...

Read More »

ເຊກອງ ກວດຢືດລົດຂົນໄມ້ 15 ຄັນ ບໍລິມາດຫຼາຍພັນແມັດກ້ອນ

ຜ່ານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະກວດກາລັດແຂວງເຊກອງບວກກັບຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມຮາກ ຖານໄດ້ເອົາໃຈໃສ່ສຸມສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານທີ່ເດັ່ນຫຼາຍດ້ານໜື່ງໃນນັ້ນກໍແມ່ນການແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ. ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດ, ທັງເປັນເລຂາໜ່ວຍຮາກຖານຊາວໜຸ່ມໄດ້ລາຍງານໃນກອງປະຊຸໃຫຍ່ຄັ້ງທີ III ຂອງ ໜ່ວຍຮາກຖານຊາວໜຸ່ມຄະນະກວດກາພັກແຂວງທີ່ຈັດຂຶ້ນບໍ່ດົນມານີ້ໃຫ້ຮູ້ວ່າ: ໃນໄລຍະ 4 ປີຜ່ານມາ ( ປີ 2016- 2019 ) ໄດ້ຕິຕາມ, ກວດກາການປັບປຸງ, ກໍ່ສ້າງພັກ ແລະພິທີການຕ່າງໆເປັນປົກກະຕິ ແລະຜ່ານການສ່ອງແສງລາຍງານການດໍາເນີນຊີວິດການເມືອງບັນດາຮາກຖານພັກອ້ອມຂ້າງແຂວງ ໄດ້ຮັບການສ່ອງແສງລາຍງານຫຼາຍກວ່າ 820 ຄັ້ງ, ການແກ້ໄຂຜົນຂອງການດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປີ 2017 ລວມທັງໝົດ 20 ເປົ້າ ໝາຍຕີລາຄາໄດ້ວ່າການຈັດຕັ້ງພັກແຕ່ລະຂັ້ນໄດ້ປັບປຸງ, ກໍ່ສ້າງນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະເຕີບໃຫຍ່ຂະຫຍາຍຕົວຮັບປະກັນດ້ານປະລິມານ ແລະຄຸນນະພາບສູງຂຶ້ນ. ປີ 2018 ທົ່ວແຂວງມີສະມາຊິກພັກທັງໝົດ 8.666 ສະຫາຍເພີ່ມຂຶ້ນ 1.973 ສະຫາຍ (ທຽບໃສ່ປີ 2016 ຈໍານວນ 6.729 ສະຫາຍ) ເທົ່າກັບ 29, 32%, ມີໜ່ວຍພັກທັງໝົດ ...

Read More »

ລັດຖະບານອອກມາຢືນຢັນແລ້ວ!!! ຈີນຈະຮັບຜິດຊອບຕໍ່ຜົນເສຍຫາຍຈາກສິ້ນສ່ວນການບິນອາວະກາດຕົກໃສ່ລາວ

ພາຍຫຼັງທີ່ຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກ ໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງ ວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ ວ່າຈະມີສິ້ນສ່ວນການບິນອາວະກາດ ຕົກໃນວັນທີ 23 ພຶດສະພາ ໃນເຂດບໍລິເວນດັ່ງກ່າວ, ຕໍ່ກັບແຈ້ງການດັ່ງກ່າວ ຫ້ອງການກະຊວງ ຍທຂ ໄດ້ຢືນຢັນວ່າຫາກເຫດການເກີດຂຶ້ນຈິງ ແລະມີຄວາມເສຍຫາຍແທ້ທາງຝ່າຍຈີນຈະເປັນຜູ້ຮັບຜິດຊອບທັງໝົດ. ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການກະຊວງ ຍທຂ ໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມຜ່ານທາງໂທລະສັບໃນວັນທີ 23 ພຶດສະພາຜ່ານ ມາວ່າ: ຫຼັງຈາກຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ, ລົງວັນທີ 21 ພຶດ ສະພາ 2019 ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດກ່ຽວກັບການເຄື່ອນໄຫວກິດຈະການໆບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ, ສະນັ້ນຂ່າວສານການບິນຂອງ ສປ ຈີນ ຈຶ່ງໄດ້ແຈ້ງວ່າຈະມີກິດຈະການໆບິນອາວະກາດ. ໃນວັນທີ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ ...

Read More »