ລົງທຶນປູກຜັກ ສົ່ງຂາຍຍີ່ປຸ່ນ ລາຍຮັບປີລະເກືອບລ້ານໂດລາ

ລັດຖະບານລາວ ຖືເອົາຂະແໜງກະສິກຳເປັນປາຍແຫຼມ ຂັບເຄື່ອນເສດຖະກິດ ພ້ອມທັງສົ່ງເສີມປະຊາຊົນຫັນມາປູກຜັກເປັນສິນຄ້າເພື່ອສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ, ທັງນີ້ ກໍ່ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວໆ. ສະນັ້ນ, ຍາມໃດພັກ-ລັດຈິ່ງໃຫ້ຄວາມສຳຄັນພິເສດໃນການຊຸກຍູ້ສົ່ງເສີມຂະແໜງການດັ່ງກ່າວ.

ວັນທີ 31 ພຶດສະພາ 2019 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງຟາມປູກຜັກ ຕັ້ງຢູ່ບ້ານ ໂພນໄຮຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ແລະ ເມືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຟາມແຫ່ງນີ້ ແມ່ນຂຶ້ນກັບບໍລິສັດລາວສາກົນ ຈຳກັດ ມີເນື້ອທີ່ທັງໝົດ 12 ເຮັກຕາ ໃນນັ້ນ 9 ເຮັກຕາ ນຳໃຊ້ເຂົ້າໃນການເຮັດຟາມປູກຜັກເຊັ່ນ: ປູກຫົວສີໄຄ, ຜັກບົວລະພາ, ຂີງ, ຂ່າ, ກະເພົາ,ໃບຕອງ, ຜັກອີ່ເລີດ, ຫອມເປ ແລະ ຜັກຊະນິດອື່ນໆ ໂດຍຜົນຜະລິດດັ່ງກ່າວ ໄດ້ສົ່ງອອກຈຳໜ່າຍໃນຕ່າງປະເທດ ໂດຍສະເພາະປະເທດຍີ່ປຸ່ນ ເຊິ່ງໃນປີ 2018 ທີ່ຜ່ານມາ ສາມາດສົ່ງອອກພືດຜັກໄດ້ທັງໝົດ 3.246 ໂຕນ ມູນຄ່າ 952.240 ໂດລາ.

ໂອກາດນີ້ ປະທານປະເທດ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ທາງບໍລິສັດ ທີ່ສາມາດຜະລິດ ແລະ ນຳສິນຄ້າຂອງບ້ານເຮົາສົ່ງອອກຕ່າງປະເທດໄດ້ ເຊິ່ງໃນຕໍ່ໜ້າຢາກໃຫ້ຂະຫຍາຍເນື້ອທີ່ການຜະລິດ ແລະ ຊອກຫາຕະຫຼາດຈຳໜ່າຍອອກຕື່ມ ພ້ອມທັງ ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງ ສ້າງເງື່ອນໄຂຊ່ວຍໃນການສົ່ງອອກສິນຄ້າ ແລະ ສົ່ງພະນັກງານວິຊາການລົງໃກ້ຊິດຕິດແທດ ໃຫ້ຄຳແນະນຳ ກ່ຽວກັບວິທີການປູກ ແລະ ຮັກສາຜົນຜະລິດຂອງຟາມແຫ່ງນີ້.

Comments