ທີ່ມາຂອງການປ່ຽນກົດເກນການຖ່າຍພາບແບບເກົ່າໆ HUAWEI P30 Series ສະມາດໂຟນກ້ອງ 4 ໂຕຈາກ Leica ທີ່ຖ່າຍພາບໄດ້ເທບທີ່ສຸດ

  1. ຄວາມເປັນມາຂອງການອອກແບບລະບົບການຖ່າຍພາບທີ່ປ່ຽນແປງກົດເກນເກົ່າໆໃຫ້ເໜືອກວ່າສິ່ງທີ່ຄົນເຮົາສາມາດແນມເຫັນທົ່ວໄປ
  • ຈາກພາບຂາວດຳໄປສູ່ດິຈີຕອລ: ວິວັດທະນາການການຖ່າຍພາບນີ້ມີເປັນເວລາຮ້ອຍປີ
  • ການຖ່າຍພາບ 1.0 ເປັນພື້ນຖານຂອງການຖ່າຍພາບຂາວດຳທີ່ມີການສ້າງພາບດ້ວຍວັດຖຸທາດເງິນ. ໃນປີ 1893 ຈິດຕະກອນ Louis Daguerre ໄດ້ປະດິດ Daguerreotype ເຊິ່ງເປັນຂະບວນການຖ່າຍພາບທີ່ສ້າງພາບດ້ວຍແຜ່ນເຄືອບ silver iodide ທີ່ສໍາຜັດກັບ mercury vapor. ຂະບວນການຜະລິດພາບນີ້ຈະໃຊ້ເວລາປະມານ 30 ນາທີຈຶ່ງໄດ້ພາບໆໜຶ່ງ
  • ການຖ່າຍພາບ 2.0 ເປັນຍຸກຂອງການຖ່າຍພາບດິຈີຕອລ. ໃນປີ 1975 ກ້ອງດີຈີຕອລໜ່ວຍທຳອິດຖືກສ້າງໂດຍ Steve Sasson ວິສະວະກອນຂອງ Eastman Kodak. ພຽງໜຶ່ງປີຕໍ່ມານັກວິທະຍາສາດຂອງ Kodak Bryce Bayer ໄດ້ປະດິດ Bayer Filter ເຊິ່ງເປັນຈຸດເລີ່ມຕົ້ນຂອງການຖ່າຍພາບດິຈີຕອລສີ.
  • ປັດຈຸບັນ AI ໄດ້ສ້າງສັນພາບຖ່າຍສະໄໝໃໝ່, ສະມາດໂຟນ Huawei ໄດ້ຮັບການອອກແບບມາເພື່ອເນັ້ນຄຸນນະພາບການຖ່າຍພາບໃຫ້ປຽບດັ່ງລະດັບມືອາຊີບຖ່າຍເອງ, ໃຫ້ປະສົບການການຖ່າຍພາບສະຫຼຽວສະຫຼາດ ແລະ ໃຊ້ງານງ່າຍ, ເປັນຈຸດເລີ່ມຕົ້ນຂອງອະນາຄົດການຖ່າຍພາບເທິງມືຖື

  1. HUAWEI P Series: ວິວັດທະນາການຂອງຄວາມໄວແສງ
    • HUAWEI P8 Series ເປັນລຸ້ນທຳອິດທີ່ມີເຊັນເຊີ RGBW ເຊິ່ງໃຫ້ແສງຫຼາຍກວ່າ ນອນຈາກນີ້ຍັງຮອງຮັບເທັກໂນໂລຢີ OIS ຊັ້ນນໍາໃນອຸດສາຫະກໍາ
    • HUAWEI P9 Series ມີເຊັນເຊີ RGB ແລະ ໂມໂນໂຄມທີ່ຊ່ວຍໃຫ້ຈັບແສງໄດ້ຫຼາຍຂຶ້ນ
    • HUAWEI P20 Pro ຕິດຕັ້ງກ້ອງຫຼັກ 40 MP ຕິດຕັ້ງເຊັນເຊີ 1/1.7 ນິ້ວ ພ້ອມຄວາມໄວແສງ IOS 102400
    • HUAWEI P30 Series ເປັນໂຕແຫ່ງການເຊັນເຊີ RYYB ໂຕທໍາອິດຂອງໂລກທີ່ສາມາດຈັບແສງໄດ້ຫຼາຍກວ່າເຊັນເຊີ RGGB 40% ແລະ ເຊັນເຊີ RGBW 20% ນອກຈາກນີ້ Huawei P30 ຍັງໃຫ້ຄວາມໄວແສງ IOS 204800 ໃນຂະນະທີ່ Huawei P30 Pro ຈະຍົກລະດັບນີ້ໄປອີກລະດັບ

  1. ວິວັດທະນາການຂອງການຊູມໃນສະມາດໂຟນ Huawei P series
  • HUAWEI P10 Series ມາພ້ອມກັບລະບົບກ້ອງສອງລະບົບທີ່ຮອງຮັບການຊູມ Hybrid 2 ເທົ່າ, ເຊັນເຊີຂາວດໍາ 20 ລ້ານພິກເຊວ ເຊິ່ງເຊັນເຊີຂອງມັນຖືກໃຊ້ເພື່ອຈັບລາຍລະອຽດທີ່ຫຼາຍຂຶ້ນໃນຂະນະທີ່ກ້ອງ 12MP, ມີ RGB ບັນທຶກສີສັນໃຫ້ສົດໃສຂຶ້ນຕື່ມ.
  • HUAWEI P20 Pro ມີເລນເທເລໂຟໂຕ Tele Photo (ປະສິດທິພາບທຽບເທົ່າເລນ 80 ມມ) ແລະ Optical zoom 3 ເທົ່າ, Hybrid zoom 5 ເທົ່າ ແລະ Digital zoom 10 ເທົ່າ
  • HUAWEI P30 Pro ມີຄຸນສົມບັດ Super zoom Lens, ມັນມີປະສິດທິພາບ Optical ທີ່ທຽບເທົ່າກັບເລນກ້ອງ 125 ມມ ແລະ ຮອງຮັບການຊູມ Optical zoom 5 ເທົ່າ, Hybrid zoom 10 ເທົ່າ ແລະ Digital zoom 50 ເທົ່າ

  1. ຂຽນກົດເກນການຖ່າຍພາບຄືນໃໝ່: ຂໍນຳສະເໜີລຸ້ນ Huawei P30 Series

HUAWEI P30 Pro ຊ່ວຍໃຫ້ຜູ້ໃຊ້ສາມາດຈັບຖ່າຍລາຍລະອຽດຫຼາຍກວ່າສິ່ງທີ່ສາມາດແນມເຫັນໄດ້ດ້ວຍຕາມະນຸດເຮົາ ດ້ວຍເທັກໂນໂລຢີການຖ່າຍພາບມືຖືທີ່ປະຕິວັດວົງການ ຫຼື ປ່ຽນແປງກົດເກນໃໝ່ຂອງຫົວເຫວີຍ, ພາຍໃນຕົວເຄື່ອງຂອງ Huawei P30 Pro ມີກ້ອງຫຼັກຄວາມລະອຽດເຖິງ 40 MP ພ້ອມດ້ວຍເຊັນເຊີ HUAWEI Super Spectrum, ເລນກວ້າງຄວາມລະອຽດ 20 MP UltraWide, ກ້ອງເທເລໂຟໂຕ້ 8MP ພ້ອມກັບເລນ Super Zoom ແລະ ກ້ອງ HUAWEI ToF. ນອກຈາກນີ້ອຸປະກອນຍັງຮອງຮັບສັນຍານໜ່ວຍປະມວນຜົນຮູບພາບ (ISP) ແລະ ໜ່ວຍປະມວນຜົນຄວາມສະຫຼາດ (NPU)

ລະບົບກ້ອງ Leica Quad  ກໍຄືກ້ອງ 4 ໂຕຈາກໄລກ້າທີ່ມາໃໝ່ບໍ່ພຽງແຕ່ຈະເພີ່ມຈໍານວນເລນເທົ່ານັ້ນ ແຕ່ຍັງປັບປຸງຄຸນນະພາບການຖ່າຍພາບຢ່າງສູງສຸດເຊິ່ງຊ່ວຍໃຫ້ຜູ້ໃຊ້ຖ່າຍພາບ ແລະ ວິດີໂອໄດ້ປະທັບໃຈຄືກັບຊ່າງຖ່າຍພາບມືອາຊີບຖ່າຍເອງ

  • ດ້ວຍການເພີ່ມມາໃໝ່ຂອງເຊັນເຊີ HUAWEI Super Spectrum ເຮັດໃຫ້ Huawei P30 Pro ມີຄວາມໄວແສງສູງ IOS 409600 ແລະ ຖ່າຍພາບໃນເວລາກາງຄືນໄດ້ຄົມຊັດ ແລະ ຊັດເຈນແມ່ນແຕ່ໃນສະພາບທີ່ມີແສງນ້ອຍຫຼາຍ
  • ຮູ້ສຶກປະທັບໃຈກັບເລນກວ້າງທີ່ມາໃໝ່ພິເສດ ແລະ Super zoom ເຮັດໃຫ້ Huawei P30 Pro ສາມາດຊ່ວຍໃຫ້ຜູ້ໃຊ້ແນມເຫັນມຸມມອງທີ່ກວ້າງຂຶ້ນ ແລະ ໄລຍະທີ່ໄກຂຶ້ນ
  • ກ້ອງ Huawei ToF ທີ່ຫາກໍ່ເພີ່ມມາໃໝ່ໃຫ້ພາບຖ່າຍມີຄວາມໜ້າຄົ້ນຫາ ແລະ ເພີ່ມມິຕິໃໝ່ໃຫ້ກັບການຖ່າຍພາບມີຄວາມມ່ວນຫຼາຍຂຶ້ນ
  • ດ້ວຍການຕັ້ງຄ່າກ້ອງທີ່ມີຄວາມຊັບຊ້ອນ ແລະ ຄວາມສະຖຽນຂອງລະບົບຄູ່ (AIS + OIS) ເຮັດໃຫ້ Huawei P30 Series ມອບຄວາມສາມາດໃນການຖ່າຍວິດີໂອລະດັບມືອາຊີບໃນທີ່ແສງນ້ອຍ ແລະ ຄວາມຍາວໂຟກັສໄລຍະໄກໄດ້ດີ

HUAWEI P30 Series ນໍາສະເໜີວິທີການ ແລະ ການກຳນົດຄ່າແບບໃໝ່ສຳລັບການຖ່າຍພາບດີຈີຕອລ, ຂຽນກົດຂອງການຖ່າຍພາບມືຖືມາຫຼາຍກວ່າ 40 ປີຫຼັງຈາກກ້ອງດີຈີຕອລຖືກປະດິດຂຶ້ນ

  • HUAWEI Super Spectrum Sensor ຂຽນກົດຂອງເທັກໂນໂລຢີການກວດຈັບແສງ ແລະ ຄຸນນະພາບຂອງພາບໃນການຖ່າຍພາບມືຖື
  • ເລນ Super Zoom ຂຽນກົດເກນການຊູມໃໝ່ໃນອຸປະກອນຂະໜາດນ້ອຍກະທັດຮັດພິເສດກໍຄືສະມາດໂຟນ Huawei P30 Pro
  • ກ້ອງ Huawei ToF ຂຽນກົດເກນໃໝ່ຂອງການຖ່າຍພາບດ້ວຍລະບົບ 3 ມິຕິໃນອຸປະກອນສະມາດໂຟນ

ສຳລັບໃນລາວ Huawei P30 Series ລວມມີນໍາກັນທັງໝົດຢູ່ 3 ລຸ້ນຄື:

  • Huawei P30 Pro ( 8GB+256GB) ລາຄາ: 7,690,000 ກີບ
  • Huawei P30 (8GB+128GB) ລາຄາ 5,790,000 ກີບ
  • Huawei P30Lite (6GB+128GB) ລາຄາ 2,890,000 ກີບ

ທັງ 3 ລຸ້ນໄດ້ເປີດຈໍາໜ່າຍແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປທົ່ວປະເທດລາວ ສໍາລັບຂໍ້ມູນເພີ່ມເຕີມສາມາດຕິດຕາມໄດ້ທີ່ເພຈຂອງຫົວເຫວີຍເຮົາທີ່ https://www.facebook.com/HuaweimobileLA/.

Comments