ຢຶດ-ທໍາລາຍ ​ເຄື່ອງ​ທະ​ເລທີ່​ມີ​ສານ​ເຄມີຕົກຄ້າງ 150 ກິໂລກຣາມ ຊຶ່ງນຳເຂົ້າຈາກຫວຽດນາມ

​ເມື່ອ​ບໍ່​ດົນ​ມາ​ນີ້ ເຈົ້າໜ້າທີ່ສັດຕະວະແພດ ທີ່ ດ່ານສາກົນນໍ້າກັ່ນ ແຂວງ ຊຽງຂວາງ ທີ່ໄດ້ກວດພົບສານປົນເປື້ອນ ຟໍມາລິນ ໃນ​ເຄື່ອງອາຫານທະເລ ທີ່ ນໍາເຂົ້າມາຈາກປະເທດ ສສ ຫວຽດນານ ຂົນສົ່ງໂດຍລົດເມໂດຍສານ, ເຊິ່ງກວດພົບໃນກຸ້ງຈໍານວນ 50 ກິໂລກຣາມ ແລະ ປາ​ເມຶກຈໍານວນ 100 ກິໂລກຣາມ.

ຫຼັງຈາກກວດພົບສານຟໍມາລິນ (ນ້ຳຢາດອງສົບ) ດັ່ງກ່າວນີ້ ເຈົ້າໜ້າທີ່ໄດ້ນໍາເອົາໄປທໍາລາຍຖີ້ມ ແລະ ໄດ້ມີການປັບໃໝ ພ້ອມບັນທຶກການກະທໍາຜິດ ຂອງຜູ້ນໍາເຂົ້າຜະລິດຕະພັນອາຫານ ທີ່ເປັນອັນຕະລາຍ. ປັດຈຸບັນ, ຖືວ່າບ້ານເຮົາຍັງມີຈຸດອ່ອນເລື່ອງນີ້ຫຼາຍ ຜູ້ທີ່ຈະຄິດຊື້ອາຫານທະເລຢູ່ໃນທ້ອງຕະຫຼາດຕ່າງໆ ຄວນຄິດຄຳນຶ່ງ ແລະ ຄວນລະມັດລະວັງ.

Comments